ພິທີມອບ-ຮັບໜ້າທີ່ຫົວໜ້າກົມກວດກາກະຊວງກະສິກຳແລະປ່າໄມ້ ລະຫວ່າງ ທ່ານ ນາງ ພວງເພັດ ປູ່ວັງ ຫົວໜ້າກົມກວດກາ ຜູ້ເກົ່າ ແລະ ທ່ານ ທັດສະກາ ສະພັງທອງ ຫົວໜ້າກົມກວດກາ (ຜູ້ໃໝ່)ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ກະຊວງກະສິກຳແລະປ່າໄມ້ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ພວງເພັດ ປູ່ວັງ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານ ຂອງກົມກວດກາໃນໄລຍະຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າໃຫ້ຮູ້ວ່າ: ໄດ້ປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍຢ່າງມີຜົນສໍາເລັດອັນໄດ້ເຮັດໃຫ້ວຽກງານໃນທຸກດ້ານ ລວມທັງວຽກພັກ-ພະນັກງານ, ວຽກອົງການຈັດຕັ້ງມະຫາຊົນ ແລະ ວຽກງານວິຊາສະເພາະລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີການຫັນປ່ຽນຢ່າງຕັ້ງໜ້າເປັນກ້າວໆເປັນຕົ້ນແມ່ນໄດ້ສຳເລັດການປັງປຸງພາລະບົດບາດ, ກົງຈັກການຈັດຕັ້ງຂອງກົມ ພ້ອມທັງໄດ້ບັນຈຸສັບຊ້ອນພະນັກງານເຂົ້າໃນແຕ່ລະຕໍາແໜ່ງງານ; ໄດ້ສໍາເລັດການລົງຊຸກຍູ້ ຕິດຕາມ ກວດກາ ການຈັດຕັ້ງປະຕິບັດກົດລະບຽບພັກ, ກວດກາ ການກໍ່ສ້າງ ແລະ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້ ລວມມີ 71 ຮາກຖານພັກ; ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດພາລະບົດບາດ, ການປະຕິບັດແຜນການ ກໍຄື 4 ແຜນງານ ປະຈໍາປີ 2021, 2022, 2023 ແລະ ຕົ້ນປີ 2024 ຢູ່ 16 ພາກສ່ວນ ຢູ່ອ້ອມຂ້າງກະຊວງ ແລະ ພະແນກກະສິກໍາ ແລະ ປ່າໄມ້ທົ່ວປະເທດ;ໄດ້ລົງຕິດຕາມກວດກາ ແລະ ປະເມີນຜົນໂຄງການທີ່ນໍາໃຊ້ທຶນຂອງລັດ, ທຶນກູ້ຢືມ ແລະ ທຶນຊ່ວຍເຫຼືອທີ່ປະຕິບັດຢູ່ບັນດາກົມ ແລະ ບັນດາແຂວງພາກເໜືອ; ເຂົ້າຮ່ວມຄະນະກຳມະການ ກັບອົງການກວດກາແຫ່ງລັດ ດໍາເນີນການກວດກາໂຄງການລົງທຶນຂອງລັດ ທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ ໂຄງການລົງທຶນ ທີ່ມີມູນຄ່າ 10 ຕື້ກີບລົງມາຈໍານວນ 11 ໂຄງການ; ສໍາເລັດກຳນົດກຸ່ມວຽກ,ໜ້າວຽກແລະຕຳແໜ່ງງານຕາມພາລະບົດບາດຂອງກົມກວດກາພ້ອມທັງສໍາເລັດກໍານົດພາລະບົດບາດຂອງບັນດາພະແນກພາຍໃນກົມ;ພ້ອມດຽວກັນ, ກໍໄດ້ລາຍງານໃຫ້ຮູ້ບາງດ້ານທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າ.
ທ່ານລິນຄຳດວງສະຫວັນໄດ້ກ່າວວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ, ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ຄວາມຮູ້ຄວາມສາມາດ, ປະສົບການ ແລະ ຈຸດພິເສດຂອງແຕ່ລະສະຫາຍ,ຄະນະປະຈຳພັກກະຊວງ ກປ ຈຶ່ງໄດ້ຕົກລົງຈັດວາງ-ສັບຊ້ອນພະນັກງານການນໍາບາງຕໍາແໜ່ງຄືນໃໝ່, ການສັບຊ້ອນ, ສັບປ່ຽນໜ້າທີ່ຮັບຜິດຊອບ ຂອງພະນັກງານການນໍາໃນລະບົບການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ເປັນວຽກງານປົກກະຕິ ແລະ ແມ່ນຫຼັກການອັນໜຶ່ງໃນວຽກງານພະນັກງານຂອງພັກເຮົາ ຊຶ່ງດ້ານໜຶ່ງເພື່ອຍົກລະດັບປະສົບການ, ຄວາມສາມາດ, ຄວາມຖະໜັດສະເພາະດ້ານຂອງພະນັກງານການນໍາແຕ່ລະສະຫາຍ ທັງເປັນການກໍ່ສ້າງພະນັກງານການນໍາ ໃຫ້ມີຄວາມຮູ້, ຄວາມສາມາດໃນວຽກງານຕົວຈິງຮອບດ້ານຫຼາຍຂຶ້ນ; ອີກດ້ານໜຶ່ງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕໍາແໜ່ງງານ ກໍຄືສືບຕໍ່ຈັດຕັ້ງປະຕິບັດແນວທາງການເມືອງ ແລະ ຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຂອງພັກວາງອອກ.
ຂ່າວ: ກະຊວງກະສິກຳ