ຜ່ານການຮັບຟັງບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ, ແຜນເງິນຕາຕິດພັນການຈັດຕັ້ງປະຕິບັດສອງວາລະແຫ່ງຊາດໄລຍະ 6 ເດືອນຕົ້ນ ແລະ ແຜນການ 6 ເດືອນທ້າຍປີ 2024 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 11 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ,  ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນໃສ່ບົດລາຍງານດັ່ງກ່າວ.
ທ່ານ ນາງ ມີນາພອນ ໄຊຊົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ໄດ້ປະກອບຄຳເຫັນ ວ່າ: ແຂວງອັດຕະປືເປັນແຂວງໜຶ່ງທີ່ມີໂຄງການລົງທຶນຂອງລັດຫຼາຍສົມຄວນ ໃນໄລຍະຜ່ານມາໄດ້ມີການປະເມີນບັນດາໂຄງການລົງທຶນ. ໃນນັ້ນ, ຍັງເຫັນໂຄງການທີ່ດຳເນີນການເຄື່ອນໄຫວບໍ່ຖືກຕາມລະບຽບການຈຳນວນໜຶ່ງ. ສະນັ້ນ, ເຈົ້າແຂວງຈຶ່ງໄດ້ອອກຂໍ້ຕົກລົງກ່ຽວກັບການໂຈະ 33 ໂຄງການ. ເຖິງແມ່ນລັດຖະບານຈະມີຄວາມພະຍາຍາມໃນການປັບປຸງກົນໄກ ວິທີການຂອງແຕ່ລະຂະແໜງການແລ້ວກໍຕາມ ແຕ່ຍັງມີຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂ ໂອກາດນີ້, ສະເໜີມາຍັງລັດຖະບານເປັນຕົ້ນ ຂອດການອະນຸມັດການລົງທຶນ ນັບແຕ່ສູນກາງຮອດທ້ອງຖິ່ນ ມີຈຳນວນຫຼາຍແຕ່ການຕິດຕາມກວດກາຍັງບໍ່ທັນເຂັ້ມແຂງ ຍ້ອນແນວນັ້ນຈຶ່ງເກີດມີບັນຫາຕາມມາຫຼາຍ ການປະສານງານຂອງຂະແໜງການລະຫວ່າງສູນກາງ ແລະ ທ້ອງຖິ່ນຂາດການຕິດຕາມກວດກາ ເຮັດໃຫ້ເກີດມີໂຄງການທີ່ບໍ່ໄປຕາມຂັ້ນຕອນ, ລະບຽບການເຮັດໃຫ້ເກີດມີຜົນກະທົບຕໍ່ສັງຄົມ, ການແກ້ໄຂຂໍ້ມູນຊັກຊ້າ, ການນຳໃຊ້ຊັບພະຍາກອນທຳມະຊາດກັບລາຍຮັບຂອງລັດຍັງບໍ່ສົມເຫດສົມຜົນ, ການຂຸດຄົ້ນແຮ່ທາດບາງກິດຈະການລາຍງານບໍ່ສອດຄ່ອງກັບຕົວຈິງຂຸດຄົ້ນໄດ້ຫຼາຍແຕ່ລາຍງານໜ້ອຍ. ສະນັ້ນ, ຕ້ອງການຕິດຕາມກວດກາທີ່ດີ ແລະ ເຂັ້ມງວດຂຶ້ນຕື່ມ. ສຳລັບການຄຸ້ມຄອງ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນດ້ານພື້ນຖານ ໃນ 6 ເດືອນທ້າຍປີນີ້ ສະເໜີໃຫ້ລັດຖະບານເບິ່ງຄືນໂຄງການລົງທຶນຄືນໃໝ່ບາງຫົວໜ່ວຍມີການສັບຊ້ອນ,ບາງຫົວໜ່ວຍຢຸດເຊົາກິດຈະການ, ບໍ່ມີການເຄື່ອນໄຫວ, ບໍ່ມີການປັບປຸງແຜນ ພ້ອມເບິ່ງຄືນບັນດາຫົວໜ່ວຍທີ່ເຄື່ອນໄຫວພາຍໃນແຂວງທີ່ມອບໃຫ້ແຂວງຄຸ້ມຄອງໃນການຈັດເກັບລາຍຮັບໃຫ້ຫຼາຍຂຶ້ນຕື່ມ. ໃນການຈັດຕັ້ງປະຕິບັດຜົນຂອງການກວດສອບ ໂດຍສະເພາະປະເພດລາຍຮັບ ການເລັ່ງທວງຍັງມີການຊັກຊ້າແກ່ຍາວເປັນຕົ້ນ ໜີ້ຈົດຮັບ-ຈົດຈ່າຍທີ່ຮັບຈາກອາກອນຕ່າງໆ ການກໍ່ສ້າງສະໜາມບິນສາກົນອັດຕະປື ໃຊ້ເວລາຫຼາຍປີແຕ່ບໍ່ສຳເລັດ ຊຶ່ງແຂວງກໍໄດ້ສະເໜີຂະແໜງການກ່ຽວຂ້ອງແລ້ວແຕ່ຍັງບໍ່ທັນໄດ້ຮັບການແກ້ໄຂ. ດັ່ງນັ້ນ, ສະເໜີລັດຖະບານຊ່ວຍແກ້ໄຂ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຄືບໜ້າ ແລະ ສຳເລັດຕາມຄາດໝາຍ.
(ຂ່າວ: ວັນເພັງ, ພາບ: ສັງຄົມໄຊ)