ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມາ, ທ່ານຟ້າມມິງຈິງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສະຫຼຸບໜຶ່ງປີ ແຫ່ງການປະຕິບັດການຊີ້ນຳຂອງນາຍົກລັດຖະມົນຕີ ກ່ຽວກັບການແກ້ໄຂ “ຈຸດອຸດຕັນ” ແຜນຮ່າງເລກທີ 06 ແລະ ຊຸກຍູ້ການເຊື່ອມຕໍ່, ແບ່ງປັນຂໍ້ມູນເພື່ອຮັບໃຊ້ການພັດທະນາການຄ້າເອເລັກໂຕຣນິກ, ຍົກສູງປະສິດທິຜົນໃນການຄຸ້ມຄອງສ່ວຍສາອາກອນ. ກອງປະຊຸມໄດ້ເຊື່ອມຕໍ່ທາງໄກກັບບັນດາສຳນັກງານຂອງກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ ແລະ ບັນດາສຳນັກງານແຂວງ, ນະຄອນຂຶ້ນກັບສູນກາງ.
ຂ່າວລະບຸວ່າ: ກ່າວຄຳເຫັນເປີດກອງປະຊຸມ, ທ່ານ ຟ້າມມິງຈິງ ເນັ້ນໜັກການຜັນຂະຫຍາຍແຜນຮ່າງເລກທີ 06 ກ່ຽວກັບການພັດທະນາການນຳໃຊ້ໂປຣແກຣມຂໍ້ມູນ ກ່ຽວກັບພົນລະເມືອງ, ກຳນົດຊື່ ແລະ ນາມສະກຸນ ແລະ ຢັ້ງຢືນທາງເອເລັກໂຕຣນິກ ໃນໄລຍະ 2022 – 2025, ວິໄສທັດຮອດປິ 2030 ແມ່ນໜຶ່ງໃນບັນດາຈຸດເດັ່ນຂອງການຫັນເປັນດີຈີຕອນໃນໄລຍະຜ່ານມາ.ທ່ານຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມແບ່ງປັນປະສົບການທີ່ດີ, ບົດຮຽນອັນລ້ຳຄ່າ, ວິທີການທີ່ມີຫົວຄິດປະດິດສ້າງຂອງທຸກຂັ້ນ, ຂະແໜງການ ແລະ ທ້ອງຖິ່ນ ໃນການພັດທະນາພື້ນຖານໂຄງລ່າງດີຈີຕອນ, ສະໜອງການບໍລິການທາງໄກ, ພັດທະນາຖານຂໍ້ມູນແຫ່ງຊາດ ແລະວິຊາການ.