ຂ່າວສານຊີອາໄອລາຍງານເມື່ອມໍ່ໆມານີ້ວ່າ,ຂະບວນລົດໄຟຄວາມໄວສູງ D-ເຊຍຣີ ຂະໜາດລາງໜຶ່ງແມັດລຸ້ນໃໝ່ ETS3 ຂອງມາເລເຊຍທີ່ຜະລິດໂດຍບໍລິສັດຈົ່ງເຊີ່ຈີນ (CRRC) ໄດ້ສຳເລັດການຜະລິດແລ້ວຢູ່ນະຄອນຈູ່ໂຈ່ວແຂວງຫູນານຈີນເມື່ອຕອນຄ່ຳວັນທີ 7 ມິຖຸນາ ຜ່ານມາ. ນີ້ເປັນຂະບວນລົດໄຟຄວາມໄວສູງ D-ເຊຍຣີ ຂະໜາດລາງໜຶ່ງແມັດລຸ້ນໃໝ່ລຸ້ນທີ 3 ທີ່ວິສາຫະກິດຈີນອອກແບບຕາມຄວາມຕ້ອງການຂອງມາເລເຊຍ ຊຶ່ງຖັດຈາກ ETS ແລະ ETS2, ຈະນຳໃຊ້ຕາມເສັ້ນທາງລົດໄຟລຽບຕາມແຄມຝັ່ງທະເລຕາເວັນຕົກຂອງມາເລເຊຍ ຊຶ່ງມີໄລຍະທາງປະມານ 950 ກິໂລແມັດ.
ຂະບວນລົດໄຟດັ່ງກ່າວມີ 6 ຕູ້ 312 ບ່ອນນັ່ງ, ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ. ໃນຂະບວນລົດໄຟດັ່ງກ່າວໄດ້ປະກອບລະບົບຊ່ວຍຂັບຂີ່ແບບອັດສະລິຍະເປັນຄັ້ງທຳອິດ ແລະ ຍັງໄດ້ນຳໃຊ້ເຕັກນິກການບູລະນະຮັກສາແບບອັດສະລິຍະ. ໃນດ້ານສິ່ງອຳນວຍຄວາມສະດວກສະບາຍນັ້ນ, ຢູ່ໃນຕູ້ທຸລະກິດໄດ້ປະກອບຫ້ອງເກັບມ້ຽນເຄື່ອງເດີນທາງແບບປິດເປັນຄັ້ງທຳອິດ, ທັງໄດ້ຕິດຕັ້ງລະບົບວິດີໂອ, ລະບົບ wifi, ສາມາດສັ່ງອາຫານ, ສາມາດຊຳລະເງິນທາງອອນລາຍ ແລະ ໃຊ້ການບໍລິການອື່ນໆໄດ້ຢ່າງສະດວກສະບາຍ.