ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ຮຽກຮ້ອງປະຊາຄົມສາກົນ ປະຕິບັດບັນດາການເຄື່ອນໄຫວໂດຍດ່ວນ ເພື່ອຊ່ວຍກູ້ບັນດາມະຫາສະໝຸດທີ່ພວມປະເຊີນໜ້າກັບການສ່ຽງໄພ.
        ຂ່າວລະບຸວ່າ: ໃນສານທີ່ໄດ້ສົ່ງໄປໃນພິທີສະເຫຼີມສະຫຼອງວັນມະຫາສະໝຸດໂລກ ຊຶ່ງຈັດຂຶ້ນໃນວັນທີ 8 ມິຖຸນາ ຂອງທຸກໆປີ, ຜູ້ນຳ ສປຊ ຖືວ່າ ມະຫາສະໝຸດມີບົດບາດສຳຄັນສຳລັບຊີວິດຂອງໜ່ວຍໂລກ, ແຕ່ຄົນເຮົາຍັງບໍ່ທັນເອົາໃຈໃສ່ເຖິງການແກ້ໄຂບັນດາຄວາມສ່ຽງໄພຂອງມະຫາສະໝຸດ. ທ່ານ ອັນໂຕນີໂອ ກູເຕີເຣສ ເນັ້ນໜັກວ່າ: ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ລະດັບນ້ຳທະເລຍື່ງຂຶ້ນສູງນັ້ນ, ບໍ່ພຽງແຕ່ນາບຂູ່ຕໍ່ການຄົງຕົວຂອງບັນດາປະເທດເກາະນ້ອຍ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ແຄມທະເລເທົ່ານັ້ນ, ຫາກຍັງກໍ່ໃຫ້ເກີດສະພາບອາກາດທີ່ສົ່ງຜົນກະທົບບໍ່ດີຕໍ່ມວນມະນຸດອີກດ້ວຍ.