ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 10 ມິຖຸນາ ຜ່ານມາຢູ່ ຮ່າໂນ້ຍ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມກ່ຽວກັບການປະກາດລະບົບຂະແໜງເສດຖະກິດສີຂຽວແຫ່ງຊາດ.
ຂ່າວລະບຸວ່າ: ໃນກອງປະຊຸມ, ທ່ານ ເຈິ່ນຮົ່ງຮ່າ ໄດ້ຢັ້ງຢືນວ່າ: ການສ້າງລະບົບຂະແໜງເສດຖະກິດສີຂຽວແຫ່ງຊາດ ແມ່ນພວມປະຕິບັດແຜນນະໂຍບາຍໃຫຍ່ຂອງພັກ, ລັດ ກ່ຽວກັບຍຸດທະສາດ, ການວາງແຜນຜັງ ທີ່ກ່ຽວຂ້ອງເຖິງ ເສດຖະກິດສີຂຽວ. ທ່ານສະເໜີໃຫ້ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄົ້ນຄ້ວາໂດຍໄວເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີ ປະກາດໃຊ້ ປະມວນມາດຖານສີຂຽວແຫ່ງຊາດ. ທ່ານ ເນັ້ນໜັກວ່າ: ກະຊວງແຜນການ ແລະ ການລົງທຶນຕ້ອງຄົ້ນຄວ້າບູລະນະລະບົບສະຖິຕິແຫ່ງຊາດກ່ຽວກັບເສດຖະກິດສີຂຽວ. ຕ້ອງຄົ້ນຄວ້າເພີ່ມເຕີມບາງຄາດໝາຍສະຖິຕິທີ່ຈຳເປັນຄື: ດັດຊະນີວັດການປ່ອນອາຍພິດເຮືອນແກ້ວຕາມ GDP. ຖັດຈາກນັ້ນແມ່ນສະຖິຕິການລົງທຶນສາທາລະນະ ແລະ ການລົງທຶນພາກເອກະຊົນໃຫ້ແກ່ບັນຫາສີຂຽວ.