ກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາແຫ່ງຊາດຊຸດທີIXໃນວັນທີ 11ມິຖຸນານີ້ ພາຍໃຕ້ການເປັນປະທານ ຂອງທ່ານນາງສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດບັນດາສະມາຊິກສະພາແຫ່ງຊາດ (ສສຊ)ໄດ້ສືບຕໍ່ປະກອບຄໍາຄິດເຫັນໃສ່ບົດລາຍງານ ຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ຕິດພັນກັບການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ແຜນ 6ເດືອນທ້າຍປີ 2024.
ທ່ານສົມໄຊ ສີຫາຈັກ ສສຊ ເຂດ15 ແຂວງຈໍາປາສັກ ມີຄໍາເຫັນກ່ຽວກັບວຽກງານສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ຊຶ່ງໄດ້ສະເໜີໃຫ້ລັດຖະບານ ສະໜອງທຶນໃຫ້ແກ່ຫົວໜ່ວຍການຜະລິດ ໂດຍສະເພາະແມ່ນຫົວໜ່ວຍການຜະລິດຂະໜາດນ້ອຍ ກະແຈກກະຈາຍ ທີ່ບໍ່ສາມາດເຂົ້າຫາແຫຼ່ງທຶນໄດ້  ແຕ່ຫົວໜ່ວຍການຜະລິດດັ່ງກ່າວ ຊໍ້າພັດມີຄວາມຈໍາເປັນຫຼາຍ, ຈຶ່ງສະເໜີລັດຖະບານ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າ, ແກ້ໄຂ ເພື່ອໃຫ້ຫົວໜ່ວຍການຜະລິດດັ່ງກ່າວເຂົ້າເຖິງແຫຼ່ງທຶນ ເພື່ອນໍາໄປລົງທຶນໃສ່ການຜະລິດ, ນອກຈາກນີ້ ຍັງສະເໜີລັດຖະບານ ມີນະໂຍບາຍຫຼຸດຜ່ອນການເກັບພາສີ-ອາກອນ ການນໍາເຂົ້າ ປະເພດປຸ໋ຍ, ຝຸ່ນ, ຫົວອາຫານສັດ ແລະ ສິນຄ້າທີ່ຈໍາເປັນອື່ນໆ ທີ່ເປັນປັດໄຈການຜະລິດໂດຍສະເພາະການປູກຝັງ- ລ້ຽງສັດ. ຄຽງຄູ່ກັນນັ້ນ ກໍຄວນຊຸກຍູ້, ສົ່ງເສີມ ໃຫ້ພາກທຸລະກິດ ຕ້ອງໄດ້ສືບຕໍ່ຜະລິດຝຸ່ນ, ຫົວອາຫານ ເພື່ອຮັບໃຊ້ພາຍໃນຫຼຸດຜ່ອນການນໍາເຂົ້າ.  ການຜະລິດສິນຄ້າເພື່ອສົ່ງອອກ ຕ້ອງໄດ້ນໍາໃຊ້ເຕັກນິກວິຊາການ ເພື່ອໃຫ້ຜົນຜະລິດມີຄຸນນະພາບ ຖ້າຫາກວ່າບໍ່ນໍາໃຊ້ເຕັກນິກວິທະຍາສາດ ເຂົ້າໃນການຜະລິດ, ການຜະລິດສິນຄ້າສົ່ງອອກຈະບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້ ຊຶ່ງຜ່ານມາ ປະຊາຊົນກໍສຸມໃສ່ການຜະລິດແຕ່ຄຸນນະພາບບໍ່ສາມາດຮັບປະກັນ ແລະ ບໍ່ສາມາດແຂ່ງຂັນກັບຕ່າງປະເທດໄດ້.
(ຂ່າວ: ແສງຈັນ)