ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນານີ້ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສ​ສ​ຊ) ໄດ້ພ້ອມກັນຮັບຟັງ, ພິຈາລະນາ ແລະ ປະກອບຄໍາຄິດຄໍາເຫັນ ໃສ່ບົດລາຍງານການເຄື່ອນໄຫວຽກງານຂອງສະພາແຫ່ງຊາດ ແລະ ການກະກຽມປັບປຸງບາງເນື້ອໃນຂອງລັດຖະທໍາມະນູນ.
ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX. ຈາກນັ້ນ, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ກໍໄດ້ຕາງໜ້າຄະນະກຳມະການລະດັບຊາດ ປັບປຸງລັດຖະທໍາມະນູນ ຂຶ້ນລາຍງານກ່ຽວກັບການກະກຽມການປັບປຸງ ບາງເນື້ອໃນຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015.
ພາຍຫຼັງການລາຍງານ, ທ່ານປະທານກອງປະຊຸມ ກໍໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ຕໍ່ບັນດາບົດລາຍງານດັ່ງກ່າວ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນຢ່າງກົງໄປກົງມາ ແລະ ມີຫຼາຍຂໍ້ສະເໜີ ເພື່ອປັບປຸງການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ໃຫ້ມີຜົນສຳເລັດໃນດ້ານຕ່າງໆ ເພີ່ມຕື່ມຂຶ້ນອີກ ແລະ ໃຫ້ການກະກຽມປັບປຸງບາງເນື້ອໃນຂອງລັດຖະທໍາມະນູນ ໄດ້ມີຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ຄວາມເປັນຈິງ.
(ຂ່າວ-ພາບ: ສຸກສະຫວັນ)