ອີງຕາມການຊີ້ນໍາຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ ໄດ້ເລີ່ມກະກຽມວຽກງານຮອບດ້ານ ໃຫ້ແກ່ການປັບປຸງບາງເນື້ອໃນຂອງລັັດຖະທຳມະນູນ ສະບັບປີ 2015 ຊຶ່ງຄາດວ່າຈະສູ້ຊົນປັບປຸງໃຫ້ສຳເລັດ ໃນກາງປີ 2025 ແລະ ສາມາດນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX.
ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ຂຶ້ນລາຍງານກ່ຽວກັບການກະກຽມວຽກງານຮອບດ້ານ ໃຫ້ແກ່ການປັບປຸງລັັດຖະທຳມະນູນ ສະບັບປີ 2015 ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມິຖຸນານີ້ວ່າ: ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ ໄດ້ປະກາດໃຊ້ ໃນວັນທີ 15 ສິງຫາ 1991, ຜ່ານການຈັດຕັ້ງປະຕິບັດ ໄດ້ມີການປັບປຸງມາແລ້ວ 2 ຄັ້ງ,ໃນນັ້ນ, ຄັ້ງທຳອິດ ປັບປຸງໃນປີ 2003, ຄັ້ງທີ 2 ປັບປຸງໃນປີ 2015.ໃນຕະຫຼອດໄລຍະດັ່ງກ່າວ, ລັດ ໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໃນຂົງເຂດຕ່າງໆ ມີຈຳນວນທັງໝົດ 167 ສະບັບ,ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນາທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ນິຕິກຳ 32 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດການຕ່າງປະເທດ 5 ສະບັບ. ລັດຖະທຳມະນູນ ແລະ ກົດໝາຍ ເຫຼົ່ານັ້ນ, ໄດ້ກາຍເປັນພາຫະນະອັນແຫຼມຄົມ ໃນການດັດປັບການພົວພັນສັງຄົມຕາມແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໄດ້ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ຊຶ່ງໄດ້ສ້າງເງື່ອນໄຂພື້ນຖານໃຫ້ແກ່ການສ້າງລັດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍ ເທື່ອລະກ້າວ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າມີບາງບົດບັນຍັດ ຈະໄດ້ຄົ້ນຄວ້າ, ປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່ ໃນໄລຍະປັດຈຸບັນ. ໃນດ້ານອື່ນໆ ເພື່ອຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລັງວັນທີ 5 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລ່ວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງເລິກເຊິ່ງ, ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເປັນຮູບປະທຳ, ເປັນຈິງ. ສະນັ້ນ, ຈຶ່ງມີຄວາມຈຳເປັນ ທີ່ຈະະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດເຮົາໃນໄລຍະໃໝ່.
ຈຸດປະສົງຂອງການປັບປຸງ ລັດຖະທຳມະນູນ ຄັ້ງທີ 3 ນີ້, ແນໃສ່ສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ, ມີຫຼັກການຂອງພັກ, ເປັນຂໍ້ບັນຍັດຂອງລັດຖະທຳມະນູນສະບັບໃໝ່ ເປັນຕົ້ນແມ່ນມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ໍຍູ້ແຮງ ການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່,ການປັບປຸງບາງບົດບັນຍັດ ກ່ຽວກັບລະບົບອຳນາດແຫ່ງລັດ ຂັ້ນຕ່າງໆ, ເປັນຕົ້ນແມ່ນອົງການບໍລິຫານລັດ ຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງ ກັບໜ້າທີ່ການເມືອງຂອງພັກ, ລັດ ໃນໄລຍະໃໝ່ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ໃຫ້ມີປະສິດທິພາບ,​ປະສິດທິຜົນສູງຂຶ້ນ, ຮັບປະກັນການປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂຶ້ນສູ່ຈຸດໝາຍ ທີ່ພັກເຮົາໄດ້ກຳນົດໄວ້, ລັດຖະທໍາມະນູນສະບັບໃໝ່ນີ້, ຕ້ອງສ່ອງແສງສອດຄ່ອງກັບເນື້ອໃນພື້ນຖານຂອງໂຄງການການເມືອງຂອງພັກ (ຊຶ່ງກຳລັງຄົ້ນຄວ້າຈະໄດ້ຮັບການພິຈາລະນາຮັບຮອງໃນຕໍ່ໜ້າ) ແລະ ມະຕິຕ່າງໆຂອງບັນດາກອງປະຊຸມໃຫຍ່ຂອງພັກເຮົາໃນຕໍ່ໜ້າ, ເປັນບ່ອນອີງພື້ນຖານ ຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍໃນຕໍ່ໜ້າ ໃຫ້ເປັນລະບົບຄົບຊຸດ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້.
ເນື້ອໃນຂອງການປັບປຸງ ລັດຖະທຳມະນູນ ໃນຄັ້ງນີ້, ແມ່ນສຸມໃສ່ຄົ້ນຄວ້າ ແລະ ປັບປຸງບາງໝວດ, ບາງມາດຕາ ທີ່ຈຳເປັນ ເປັນຕົ້ນແມ່ນໝວດກ່ຽວກັບການປົກຄອງທ້ອງຖິ່ນ ແລະ ຈະຄົ້ນຄວ້າສະເໜີເພີ່ມບາງມາດຕາ, ບາງຂໍ້ບັນຍັດ ທີ່ເຫັນວ່າມີຄວາມສຳຄັນ ແລະ ຈຳເປັນ ຊຶ່ງມີທິດຊີ້ນໍາໃນການປັບປຸງແມ່ນຕ້ອງຮັບປະກັນການຍົກສູງບົດບາດການນໍາພາຂອງພັກ, ເຊີດຊູບົດບາດໃນການຄຸ້ມຄອງລັດປະຊາທິປະໄຕປະຊາຊົນ ແລະ ການປະຕິບັດສິດເປັນເຈົ້າ ປະເທດຊາດຂອງປະຊາຊົນລາວບັນດາເຜົ່າ, ຮັບປະກັນການປະຕິບັດຫຼັກການລວມສູນປະຊາທິປະໄຕ ຫຼື ຫຼັກການອຳນາດລັດເປັນເອກະພາບ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ, ມີຈຸດສຸມ ແລະ ສອດຄ່ອງກັບມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລ່ວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງເລິກເຊິ່ງ, ຮອບດ້ານ ໃນການນຳພາຂອງພັກ ແລະ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່, ຮັບປະກັນລັກສະນະວິທະຍາສາດໃນການສ້າງ ແລະ ປັບປຸງນິຕິກຳ ໂດຍມີການປະເມີນການຈັດຕັ້ງປະຕິບັດລັດຖະທໍາມະນູນ, ຄົ້ນຄວ້າ ແລະ ກຳນົດເນື້ອໃນຈຸດສຸມຕົ້ນຕໍ ທີ່ຈະປັບປຸງໃຫ້ລະອຽດຈະແຈ້ງ, ທາບທາມ ແລະ ລະດົມຄວາມເຫັນ, ສະຕິປັນຍາຂອງທົ່ວລະບົບການເມືອງ, ປະຊາຊົນບັນດາເຜົ່າ, ນັກທຸລະກິດ ແລະ ນັກລົງທຶນຕ່າງປະເທດຢູ່ ສປປ ລາວ ຍາດແຍ່ງບົດຮຽນທີ່ສອດຄ່ອງຈາກຕ່າງປະເທດ ເພື່ອເຮັດໃຫ້ເນື້ອໃນຂອງລັດຖະທໍາມະນູນສະບັບໃໝ່ ມີຄວາມຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ຮັດກຸມ ແລະ ສາມາດປະຕິບັດໄດ້.
(ຂ່າວ-ພາບ: ສຸກສະຫວັນ)