ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 17 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ວ່າ:ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຫາ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ມີດ້ານດີ ແລະ ຜົນສໍາເລັດເປັນຕົ້ນແມ່ນໃນການປະຕິບັດພາລະບົດບາດດ້ານນິຕິບັນຍັດ ແມ່ນໄດ້ສຳເລັດການປັບປຸງ ແລະ ຮຽບຮຽງກົດໝາຍ 7 ສະບັບ ທີ່ໄດ້ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 6, ກຳລັງກະກຽມໃຫ້ແກ່ການປັບປຸບລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015, ໄດ້ກະກຽມຮ່າງກົດໝາຍ 13 ສະບັບ ເພື່ອນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການຈັດສຳມະນາລະດົມຄວາມຄິດເຫັນຢ່າງກວ້າງຂວາງ ແລະ ມອບໝາຍໃຫ້ສະພາປະຊາຊົນຂັ້ນແຂວງ ເປັນຜູ້ດຳເນີນການທາບທາມຢູ່ເຂດເລືອກຕັ້ງຂອງຕົນ, ສະພາແຫ່ງຊາດໄດ້ນໍາເອົາກົດໝາຍໃນຂົງເຂດຂອງຕົນ ຈໍານວນ 3 ສະບັບ ໄປທາບທາມຢູ່ເຂດເລືອກຕັ້ງ ເພື່ອນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX, ໄດ້ຊີ້ນໍາການຄົ້ນຄວ້າການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ 2 ຫົວຂໍ້, ໄດ້ຈັດຕັ້ງການໂຄສະນາເຜີຍແຜ່ກົດໝາຍ ຜ່ານສື່ມວນຊົນຂອງສະພາແຫ່ງຊາດ, ສຳເລັດການໃຫ້ສັດຕະຍາບັນ ແກ່ຂໍ້ຕົກລົງຮັບຮູ້ຊຶ່ງກັນ ແລະ ກັນ ຕາມມາດຕະຖານຜະລິດຕະພັນ ພາຫະນະອາຊຽນ.
ດ້ານການປະຕິບັດພາລະບົດບາດ ໃນການຕົກລົງບັນຫາສຳຄັນພື້ນຖານຂອງປະເທດຊາດ ແມ່ນໄດ້ເອົາໃຈໃສ່ກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ທັງໝົດມີ 8 ວຽກງານໃຫຍ່ ຊຶ່ງຄາດວ່າຈະອອກເປັນມະຕິຮັບຮອງເອົາ 19 ສະບັບ, ຄະນະປະຈໍາສະພາແຫ່ງຊາດ ໄດ້ດຳເນີນກອງປະຊຸມປະຈໍາເດືອນຂອງຕົນ 7 ຄັ້ງ ຊຶ່ງໄດ້ພິຈາລະນາ ແລະ ຕົກລົງເນື້ອໃນຕ່າງໆ ທັງໝົດ 64 ເນື້ອໃນ, ສາມາດອອກເປັນມະຕິຂອງຄະນະປະຈໍາສະພາແຫ່ງຊາດ ຈໍານວນ 79 ສະບັບ; ຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາຮັບຮອງເອົາການສັບຊ້ອນ, ຍົກຍ້າຍ ແລະ ແຕ່ງຕັ້ງບຸກຄະລາກອນຂອງລັດຖະບານ ຕາມການສະເໜີຂອງນາຍົກລັດຖະມົນຕີ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ 20 ທ່ານ ຍິງ 3 ທ່ານ.
ການປະຕິບັດພາລະບົດບາດດ້ານການຕິດຕາມກວດກາ ຊຶ່ງຄະນະປະຈໍາສະພາແຫ່ງຊາດ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ ໄດລົງເຄື່ອນໄຫວການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ຕິດພັນກັບ 2 ວາລະແຫ່ງຊາດ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນແຮ່ທາດ ແລະ ຊຸກຍູ້ສົ່ງເສີມການຜະລິດຊົມໃຊ້ພາຍໃນ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ບັນດາໂຄງການຈຸດສຸມວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄດ້ທັງໝົດ 19 ຄັ້ງ; ຮັບຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນ ໃນໄລຍະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ຈໍານວນ 595 ສາຍ, ສັງລວມໄດ້ 462 ເລື່ອງ ແລະ ໄດ້ສົງໃຫ້ກະຊວງ/ອົງການພາກສ່ວນກ່ຽວຂ້ອງຈໍາວນ 30 ພາກສ່ວນ, ໄດ້ຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ, ພົນລະເມືອງທັງໝົດ 743 ເລື່ອງສາມາດພິຈາລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວຂ້ອງໄດ້ 112 ເລື່ອງ ຍັງຄ້າງ 631 ເລື່ອງ, ຕ້ອນຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນໄດ້ 91 ຄັ້ງ. ນອກນີ້, ກໍຍັງມີດ້ານອື່ນໆອີກຈໍານວນໜຶ່ງ.
(ຂ່າວ-ພາບ: ສຸກສະຫວັນ)