ທ່ານ ວິໄລວັນ ບຸດດາຄໍາ ຮອງປະທານອົງການກວດກາລັດຖະບານຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ແຫ່ງ ສປປ ລາວ ໄດ້ຂຶ້ນສະເໜີກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນເຊົ້າວັນທີ 18 ມິຖຸນານີ້ ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ.
ທ່ານ ວິໄລວັນ ບຸດດາຄໍາ ກ່າວວ່າ: ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ໄດ້ຖືກສ້າງຂຶ້ນ, ຮັບຮອງ ແລະ ປະກາດໃຊ້ນັບແຕ່ປີ 2005 ເປັນຕົ້ນມາ ແລະ ໄດ້ມີການປັບປຸງເທື່ອທີ 1 ໃນປີ 2012, ມາເຖິງປັດຈຸບັນ ກໍາລັງປັບປຸງເປັນເທື່ອທີ 2 ຕື່ມອີກ ເພື່ອໃຊ້ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ການກໍ່ສ້າງ-ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ.ຜ່ານການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ, ສາມາດເຫັນໄດ້ດ້ານດີຕັ້ງໜ້າ ແລະ ດ້ານອ່ອນຄົງຄ້າງ, ປະກົດການລ່ວງລະເມີດກົດໝາຍ ແລະ ລະບຽບການຕ່າງໆເປັນຕົ້ນ ການຍັກຍອກ-ສໍ້ໂກງ, ການໃຫ້-ຮັບສິນບົນ, ການສວຍໃຊ້ຖານະຕໍາແໜ່ງ-ໜ້າທີ່, ການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ ແລະ ອື່ນໆ.ບັນຫາດັ່ງກ່າວກໍໄດ້ຮັບການແກ້ໄຂ, ມັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ, ການພັດທະນາເສດຖະກິດ-ສັງຄົມ, ການລົງທຶນພາຍໃນ ແລະ ຕ່າງປະເທດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ດໍາເນີນສອດຄ່ອງຕາມກົດໝາຍ, ປະກົດການຫຍໍ້ທໍ້ຕ່າງໆໄດ້ຖືກຕີຖອຍ ໂດຍພື້ນຖານ.ເຖິງແນວໃດກໍຕາມ, ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃໝ່, ກົດໝາຍ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັດຈຸບັນ ຍັງບໍ່ທັນຄົບຖ້ວນ, ສະນັ້ນ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂຕື່ມອີກ.
ການປັບປຸງກົດໝາຍສະບັບດັ່ງກ່າວ, ກໍເພື່ອເຮັດໃຫ້ເນື້ອໃນຂອງກົດໝາຍຄົບຖ້ວນ, ຊັດເຈນ, ສອດຄ່ອງກັບສະພາບການໃໝ່, ຈັດຕັ້ງປະຕິບັດມີປະສິດທິຜົນແລະ ເພື່ອລວບລວມເອົາບາງເນື້ອໃນທີ່ກ່ຽວຂ້ອງກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທີ່ໄດ້ກໍານົດຢູ່ໃນກົດໝາຍ, ລະບຽບການ ແລະ ນິຕິກໍາອື່ນໆ ມາໄວ້ໃນກົດໝາຍວ່າ ດ້ວຍການຕ້ານການສໍ້ລາດບັງຫຼວງ ເຮັດໃຫ້ກົດໝາຍດັ່ງກ່າວ ມີລັກສະນະກວມລວມ, ການຈັດຕັ້ງປະຕິບັດຕົວຈິງມີຄວາມເປັນເອກະພາບ, ການເຄື່ອນໄຫວວຽກງານດັ່ງກ່າວ ມີຄວາມສັກສິດ, ໜັກແໜ້ນ, ເຂັ້ມແຂງ.ຜ່ານການປະເມີນ ແລະ ຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດກົດໝາຍສະ​ບັບ​ດັ່ງ​ກ່າວນີ້ ເຫັນວ່າ ຍັງມີບາງໝວດ, ບາງມາດຕາ, ບາງເນື້ອໃນ ທີ່ໄດ້ກໍານົດໃນເວລານັ້ນ ມາຮອດປັດຈຸບັນບໍ່ສອດຄ່ອງ ແລະ ແທດເໝາະກັບສະພາບການໃໝ່ ເປັນຕົ້ນ ລະບົບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນ ຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນຍັງບໍ່ທັນແຈ້ງ, ບໍ່ທັນຮັດກຸມ, ມີບາງເນື້ອໃນຂອງບາງມາດຕາປະຕິບັດໄດ້ຍາກ ແລະ ອື່ນໆ. ພ້ອມນັ້ນ, ກໍເຫັນວ່າມີຄວາມຈໍາເປັນທີ່ຈະຕ້ອງເຮັດໃຫ້ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ມີລັກສະນະກວ້າງຂວາງກວ່າເກົ່າ ຈຶ່ງໄດ້ກໍານົດເພີ່ມເຕີມ ບາງເນື້ອໃນເຂົ້າໃສ່ຕື່ມ ເປັນຕົ້ນການຟອກເງິນທີ່ຕິດພັນກັບການສໍ້ລາດບັງຫຼວງ, ການຮ່ວມມືສາກົນກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ບັນດາຂໍ້ຫ້າມ, ການຕິດຕາມ-ກວດກາວຽກງານຕ້ານການສໍ້ລາດບັງຫຼວງ, ງົບປະມານ, ຕາປະທັບ ແລະ ອື່ນໆ.
ຈາກເຫດຜົນດັ່ງກ່າວ, ຈຶ່ງມີຄວາມຈໍາເປັນຈະຕ້ອງໄດ້ມີການປັບປຸງ ເພື່ອເຮັດໃຫ້ກົດໝາຍສະບັບ ດັ່ງກ່າວມີເນື້ອໃນຄົບຖ້ວນ, ພາວະວິໄສ, ປະຕິບັດໄດ້ງ່າຍ ທັງສອດຄ່ອງກັບກົດໝາຍ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ໂດຍໄດ້ມີການປັບປຸງໃນດ້ານໂຄງປະກອບ ແລະ ເນື້ອໃນຂອງມາດຕາ ຄື: ກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງສະບັບປັດຈຸບັນ ປະກອບດ້ວຍ 10 ໝວດ ແລະ 64 ມາດຕາ. ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງ (ສະບັບໃຫມ່) ປະກອບມີ 10 ພາກ, 8 ໝວດ ແລະ 95 ມາດຕາ. ໃນຮ່າງກົດໝາຍສະບັບປັບປຸງນີ້, ຍັງໄດ້ມີການປັບປຸງໂຄງສ້າງ, ຈັດລຽງບາງພາກ, ບາງໝວດ ແລະ ບາງມາດຕາ. ໃນນີ້ ໄດ້ຕັດອອກ 9 ມາດຕາ ຍ້ອນໄດ້ເອົາເນື້ອໃນຂອງບາງມາດຕາສັບຊ້ອນເຂົ້າ ບັນດາມາດຕາ ກ່ຽວກັບສິດ ແລະ ໜ້າທີ່ຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ, ບາງມາດຕາ ແມ່ນໄດ້ສັບຊ້ອນເຂົ້າພາກທີ VI ຂໍ້ຫ້າມ ແລະ ບາງມາດຕາ ແມ່ນໄດ້ກໍານົດຢູ່ໃນກົດໝາຍວ່າດ້ວຍການກວດກາລັດ ແລະ ປະມວນກົດຫມາຍອາຍາແລ້ວ ດັ່ງນັ້ນຈຶ່ງຈໍາເປັນຕ້ອງໄດ້ຕັດອອກ ເພື່ອບໍ່ໃຫ້ເນື້ອໃນຊໍ້າຊ້ອນກັນ; ເພີ່ມໃໝ່ 41 ມາດຕາ, ປັບປຸງ 38 ມາດຕາ, ຮັກສາເນື້ອໃນເກົ່າໄວ້ 16 ມາດຕາ.
ພາຍຫຼັງທີ່ຮ່າງກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ສະບັບປັບປຸງດັ່ງກ່າວນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຈະກາຍເປັນນິຕິກໍາພື້ນຖານທີ່ສໍາຄັນ ໃຫ້ແກ່ການເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ເປັນບ່ອນອີງທີ່ຈະແຈ້ງຊັດເຈນ ໃຫ້ແກ່ການນໍາພາ-ຊີ້ນໍາ ຂອງຄະນະພັກ, ຄະນະນໍາ ຂອງອົງການລັດ ກໍຄື ອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ ໃນການແກ້ໄຂບັນຫາດັ່ງກ່າວ ຊຶ່ງຈະປະກອບສ່ວນສໍາຄັນ ເຂົ້າໃນການຮັບປະກັນເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງ, ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ເຂັ້ມແຂງ, ສັງຄົມມີ ຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ; ສາມາດແກ້ໄຂບັນດາປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ, ການລະເມີດກົດໝາຍທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງລັດ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພາກສ່ວນຕ່າງໆ ຕາມຂອບເຂດການນໍາໃຊ້ກົດໝາຍສະບັບນີ້; ຮັບປະກັນໃຫ້ແກ່ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ, ວັດທະນາທໍາ-ສັງຄົມດ້ວຍກົດໝາຍ ແລະ ສ້າງຄວາມເຂັ້ມແຂງ, ຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ໃຫ້ແກ່ບັນດາປະເທດໃນພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
(ຂ່າວ-ພາບ: ສຸກສະຫວັນ)