ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ໃນ​ນາມ​ປະ​ທານກອງ​ປະ​ຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວາລະກອງປະຊຸມຕອນເຊົ້າວັນທີ 18 ມິ​ຖຸ​ນາ​ນີ້ ໄດ້ມີຄໍາເຫັນເຈາະຈີ້ມ ຕໍ່ຮ່າງກົດໝາຍວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ໃນຫຼາຍມາດຕາ ເພື່ອໃຫ້ການປະກອບຄໍາຄິດຄໍາເຫັນ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດມີຈຸດສຸມ ເຮັດໃຫ້ບາງມາດຕາທີ່ບໍ່ທັນຈະແຈ້ງ ມີຄວາມຊັດເຈນ ແລະ ຮັດກຸມ, ໃຫ້ຮ່າງກົດໝາຍດັ່ງກ່າວຄົບຖວ້ນ ແລະ ສອດຄ່ອງກັບສະພາບຕົວຈິງ.
ທ່ານ ຈະເລີນ ເຢຍປາວເຮີ ກ່າວວ່າ: ເພື່ອເປັນບ່ອນອີງໃຫ້ແກ່ບັນດາທ່ານສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງມີຈຸດສຸມ ຈຶ່ງມີບາງຄໍາຖາມເຈາະຈີ້ມ ດັ່ງນີ້:
ມາດຕາ 11 ພຶດຕິກໍາທີ່ເປັນການສໍ້ລາດບັງຫຼວງ ກໍານົດມີ 12 ພຶດຕິກໍາ ແລະ ໄດ້ຜັນຂະຫຍາຍ ເນື້ອໃນແຕ່ລະພຶດຕິກໍາ ເປັນມາດຕາສະເພາະ ແຕ່ມາດຕາ 12 ຫາ ມາດຕາ 23 ນັ້ນ, ບັນດາທ່ານເຫັນວ່າ ການກໍານົດເນື້ອໃນຄືດັ່ງກ່າວ ມີຄວາມຄົບຖ້ວນ ແລະ ສອດຄ່ອງແລ້ວບໍ່, ທຽບໃສ່ສະພາບການ ຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ມີບັນຫາໃດແດ່ທີ່ຄວນກໍານົດເຂົ້າຕື່ມ ຫຼື ຄວນປັບປຸງ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ?.
ມາດຕາ 52 ອົງການຕ້ານການສໍ້ລາດບັງຫຼວງ ໄດ້ກໍານົດວ່າ ອົງການຕ້ານການສໍ້ລາດບັງຫຼວງ ແມ່ນອົງການກວດກາລັດ ຊຶ່ງປະຕິບັດພາລະບົດບາດ ໃນການຕ້ານການສໍ້ລາດບັງຫຼວງຢ່າງເປັນ ເອກະລາດ ຕາມຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້ ຕໍ່ການກໍານົດຄືດັ່ງກ່າວ ແມ່ນພົວພັນກັບມາດຕາ 54 ທີ່ຕັ້ງຂອງອົງການຕ້ານການສໍ້ລາດບັງຫຼວງແຕ່ລະຂັ້ນ, ບັນດາທ່ານເຫັນວ່າ ສອດຄ່ອງ ແລະ ເໝາະສົມແລ້ວບໍ່ ຫຼື ຄວນກໍານົດຄືແນວໃດ ເພື່ອໃຫ້ເນື້ອໃນມີເນື້ອໃນຈະແຈ້ງແລະ ຊັດເຈນຕື່ມ ?.
ມາດຕາ 89: ມາດຕະການສຶກສາອົບຮົມ, ມາດຕາ 90 ມາດຕະການທາງວິໄນ ຕໍ່ພະນັກງານທີ່ ລະເມີດໃນສະຖານການລັກໂລບ, ປອມແປງມາດຕະຖານເຕັກນິກກໍ່ສ້າງ ແລະ ການໂກງການປະມູນ ຫຼື ການສໍາປະທານ ຊຶ່ງກໍ່ຄວາມເສຍຫາຍທີ່ມີມູນຄ່າບໍ່ເກີນ 5ລ້ານກີບ, ຕໍ່ກັບການກໍານົດຄືດັ່ງກ່າວ ບັນດາທ່ານເຫັນວ່າຈະແຈ້ງ, ເໝາະສົມແລ້ວບໍ່ ຫຼື ຄວນກໍານົດຄືແນວໃດ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດໄດ້;
ມາດຕາ 91 ມາດຕະການປັບໃໝ ທີ່ກໍານົດວ່າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ ລະເມີດກົດໝາຍ ມາດຕາ 11 ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ, ສັງຄົມ ຫຼື ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ, ນອກຈາກມີຄວາມຮັບຜິດຊອບທາງອາຍາແລ້ວ ຍັງຕ້ອງ ຖືກປັບໃຫມ 10% ຂອງມູນຄ່າຄວາມເສຍຫາຍທີ່ຕົນໄດ້ກໍ່ຂຶ້ນນັ້ນ ບັນດາທ່ານເຫັນວ່າສອດຄ່ອງ ແລະ ເໝາະສົມແລ້ວບໍ່ ?.
ມາດຕາ 93 ມາດຕະການທາງອາຍາ ການກໍານົດເນື້ອໃນ ວັກທີສອງ ຫາ ວັກທີຫ້າ ຊຶ່ງເປັນ ໂທດທີ່ບໍ່ໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ຕໍ່ການກໍານົດດັ່ງກ່າວ ບັນດາທ່ານເຫັນວ່າ ສອດຄ່ອງ ແລະ ເໝາະສົມແລ້ວບໍ່?.
ນອກຈາກມາດຕາ ແລະ ເນື້ອໃນທີ່ໄດ້ຍົກມາເທິງນີ້, ທ່ານຮອງປະທານສະພາແຫ່ງຊາດ ກໍເນັ້ນໃຫ້ບັນດາທ່ານສະມາຊິກສະພາແຫ່ງຊາດ ຫາກເຫັນວ່າມີມາດຕາ ຫຼື ເນື້ອໃນໃດ ທີ່ຍັງບໍ່ທັນຈະແຈ້ງ, ຄົບຖ້ວນ ແລະ ຮັດກຸມນັ້ນ ກໍໃຫ້ປະກອບຄວາມເຫັນຕື່ມ.
(ຂ່າວ-ພາບ: ສຸກສະຫວັນ)