ໃນວັນທີ 14 ມິຖຸນາຜ່ານມາ, ສານປະຊາຊົນສູງສຸດ(ສປສສ) ໄດ້ຈັດພິທີປະກາດການຈັດຕັ້ງ ສັບປ່ຽນບ່ອນປະຈຳການພະນັກງານ, ແຕ່ງຕັ້ງຕຳແໜ່ງບໍລິຫານ ແລະ ເລື່ອນຊັ້ນຜູ້ພິພາກສາໂດຍການເປັນປະທານຂອງທ່ານຄຳພັນ ບຸນພາຄົມ ຄະນະປະຈຳພັກຮອງປະທານສານປະຊາຊົນສູງສຸດ, ມີ ພະນັກງານສປສສ ແລະ ສານປະຊາຊົນເຂດພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ທ່ານ ສາກົນ ໄຊຍະລາດ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 693-700/ສປສສ ຂອງປະທານສານປະຊາຊົນສູງສຸດ ວ່າດ້ວຍການປະກາດການສັບປ່ຽນບ່ອນປະຈໍາການ ຂອງພະນັກງານແຕ່ງຕັ້ງຕຳແໜ່ງບໍລິຫານ ແລະ ເລື່ອນຊັ້ນຜູ້ພິພາກສາ. ເພື່ອຈັດວາງບຸກຄາລາກອນ ເຂົ້າໃສ່ໜ້າທີ່ວຽກງານໃຫ້ແທດເໝາະກັບບັນດາໜ້າວຽກ ການບໍລິຫານສານ ແລະ ບໍລິຫານຄະດີ ໃຫ້ມີຄວາມຊັດເຈນ ວ່ອງໄວ ໂປ່ງໃສ ແລະ ຍຸຕິທຳ.
(ຂ່າວ-ພາບ:ສປສສ)