ທ່ານ ນາງ ສູນທອນ ໄຊຍະຈັກຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງກ່ຽວກັບຜົນສຳເລັດຂອງວຽກງານສະພາແຫ່ງຊາດ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 6 ຫາ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ແຜນການເຄື່ອນໄຫວວຽກງານ ແຕ່ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມິຖຸນາ ນີ້ ວ່າ: ແຕ່ນີ້ຮອດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ສະພາແຫ່ງຊາດຈະດຳເນີນຫຼາຍວຽກງານຄື:
ດ້ານນິຕິບັນຍັດປະກອບມີຄື: ຄະນະກໍາມະການລະດັບຊາດ ກະກຽມປະເມີນຜົນ ແລະ ປັບປຸງລັດຖະທຳມະນູນ ສະບັບປີ 2015 ໃຫ້ມີຄວາມຮັບປະກັນທັນກໍານົດເວລາ;ປັບປຸງ ແລະ ຮຽບຮຽງເນື້ອໃນກົດໝາຍ ຈໍານວນ 13 ສະບັບ ທີ່ໄດ້ຖືກຮັບຮອງເອົາ ຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX; ກະກຽມເນື້ອໃນກົດໝາຍຈຳນວນ 8 ສະບັບ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX,ໃນນີ້ ມີຮ່າງກົດໝາຍສ້າງໃໝ່ ຈຳນວນ 3 ສະບັບ ແລະ ກົດໝາຍປັບປຸງຈຳນວນ 5 ສະບັບ;ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດ ຄໍາແນະນໍາ ກ່ຽວກັບການສະຫຼຸບການໂຄສະນາເຜີຍແຜ່ກົດໝາຍ ສະບັບເລກທີ 01/ຄປຈ, ສະບັບລົງວັນທີ3/1/2024 ແລະ ຄຳແນະນຳ ວ່າດ້ວຍການສ້າງແຜນການສ້າງ ແລະ ປັບປຸງກົດໝາຍໄລຍະປີ 2026-2030 ສະບັບເລກທີ 03/ຄປຈ, ລົງວັນທີ 5/1/2024;ຈັດຕັ້ງປະເມີນຜົນການຈັດຕັ້ງປະຕິບັດກົດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ຈໍານວນ 4 ສະບັບ ຄື: ກົດໝາຍ ວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍແຮງງານ ແລະ ກົດໝາຍວ່າດ້ວຍປ້າຍ;ຈັດຕັ້ງການເຜີຍແຜ່ໂຄສະນາກົດໝາຍ ແລະ ການອອກເປັນນິຕິກໍາໃຕ້ກົດໝາຍ;ເອົາໃຈໃສ່ຄົ້ນຄວ້າຕີຄວາມໝາຍ ຫຼື ອະທິບາຍລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ແລະ ການຄົ້ນຄວ້າໃຫ້ສັດຕະຍາບັນແກ່ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ດ້ານການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແມ່ນຈະໄດ້ມີການພິຈາລະນາຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ປະຈຳປີ 2024 ແລະ ແຜນການ ປະຈໍາປີ 2025;ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ແຜນການ ປະຈໍາປີ 2025 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ;ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ; ບົດລາຍງານຜົນການກວດກາ ຕາມຜົນການກວດສອບ ປີ 2022 ຂອງອົງການກວດກາແຫ່ງລັດ;ບົດລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ;ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2024 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025;ບົດລາຍງານການປັບປຸງລັດຖະທໍາມະນູນ ສະບັບ ປີ 2015 ແລະ ພິຈາລະນາ, ຮັບຮອງເອົາບັນດາຮ່າງກົດໝາຍ ຈໍານວນ 8 ສະບັບ.
ດ້ານການຕິດຕາມກວດກາ ແມ່ນຈະໄດ້ຕິດຕາມກວດກາ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈຳປີ 2024;ຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວຽກງານ ຂອງສານປະຊາຊົນສູງສຸດ,ອົງການໄອຍະການປະຊາຊົນສູງສຸດ, ອົງການສືບສວນ-ສອບສວນ ແລະ ອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ;ຕິດຕາມກວດກາ ດ້ວຍການດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ;ຮັບ ແລະ ພິຈາລະນາຄຳສະເໜີ, ຄໍາຮ້ອງຂໍຄວາມເປັນທຳຂອງປະຊາຊົນ.
ນອກນີ້, ກໍມີການເຄື່ອນໄຫວວຽກງານປິ່ນອ້ອມ ໂດຍສະເພາະແມ່ນເອົາໃຈໃສ່ຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເສນາທິການ ໃຫ້ບັນລຸຕາມແຜນການທີ່ວາງໄວ້;ກະກຽມວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III; ກະກຽມເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ແລະ ກອງປະຊຸມປິ່ນອ້ອມຕ່າງໆ ໃນກອບ AIPA ຢູ່ ສປປ ລາວ.
(ຂ່າວ-ພາບ: ສຸກສະຫວັນ)