ທ່ານ ນາງ ບຸນຄໍາ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນບ່າຍວັນທີ 18 ມິຖຸນານີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ໂດຍໄດ້ໃຫ້ຮູ້ເຖິງເຫດຜົນ ແລະ ຄວາມຈໍາເປັນ ໃນການສະເໜີປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ວ່າ:
ກົດໝາຍສະບັບນີ້, ໄດ້ຖືກນໍາໃຊ້ມາ 12 ປີ ກວ່າແລ້ວ. ຜ່ານການ ຈັດຕັ້ງປະຕິບັດ ເຫັນວ່າມີບາງບັນຫາຍັງບໍ່ສອດຄ່ອງກັບລະດັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ, ດ້ານໂຄງສ້າງ ແລະ ເນື້ອໃນຂອງກົດໝາຍຍັງມີຊ່ອງວ່າງ, ບໍ່ທັນຄົບຖ້ວນ ແລະ ຈະແຈ້ງ, ມີຫຼາຍບັນຫາບໍ່ສອດຄ່ອງ ຫຼື ຂັດກັບກົດໝາຍອື່ນ ທີ່ໄດ້ມີການສ້າງຂຶ້ນໃໝ່ ຫຼື ໄດ້ມີການປັບປຸງຄືນໃໝ່ ເປັນຕົ້ນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ຊຶ່ງເປັນສາເຫດໃຫ້ການນໍາເອົາກົດໝາຍໄປຈັດຕັ້ງປະຕິບັດບໍ່ເປັນເອກະພາບກັນໃນຫຼາຍດ້ານ ເປັນຕົ້ນໂຄງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ທັນຄົບຖ້ວນ ຖ້າທຽບໃສ່ກົດໝາຍວ່າດ້ວຍການສ້າງນິຕິກໍາ;ບໍ່ໄດ້ກໍານົດເນື້ອໃນລະອຽດກ່ຽວກັບການຄຸ້ມຄອງສິ່ງແວດລ້ອມໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ, ການຄຸ້ມຄອງສິ່ງແວດລ້ອມໃນເຂດເສດຖະກິດ, ເງື່ອນໄຂຂອງການອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ;ບໍ່ໄດ້ກໍານົດການກໍານົດສິດ ແລະ ໜ້າທີ່ ຂອງກະຊວງທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ.
ຈາກສະພາບການດັ່ງກ່າວນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2012 (ສະບັບປັດຈຸບັນ) ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ສົມບູນຍິ່ງໆຂຶ້ນ ໂດຍກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ, ການປົກປັກຮັກສາ, ການບູລະນະຟື້ນຟູ ແລະ ກວດກາສິ່ງແວດລ້ອມ ເພື່ອຫຼຸດຜ່ອນຜົນກະທົບ ແລະ ການຄວບຄຸມມົນລະພິດ ທີ່ຈະເກີດຂຶ້ນ ຫຼື ໄດ້ເກີດຂຶ້ນແລ້ວ ດ້ວຍການກະທໍາຂອງຄົນ ຫຼື ຕາມທໍາມະຊາດ ແນໃສ່ເຮັດໃຫ້ສິ່ງແວດລ້ອມສັງຄົມ ແລະ ທໍາມະຊາດ ມີຄວາມສົມດູນ ແລະ ມີຄຸນນະພາບດີ, ການນໍາໃຊ້ຊັບພະຍາກອນທໍາມະຊາດໃຫ້ມີປະສິດທິຜົນສູງສຸດ ລວມທັງເຮັດໃຫ້ຄຸນນະພາບຊີວິດ ແລະ ສຸຂະພາບຂອງຄົນດີຂຶ້ນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ ແລະ ການຫຼຸດຜ່ອນສະພາບໂລກຮ້ອນ.
ໂຄງສ້າງຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງເລກທີ 29/ສພຊ,ລົງວັນ 18 ທັນວາ 2012 ປະກອບມີ 13 ພາກ, 7 ໝວດ, 99 ມາດຕາ.ການປັບປຸງກົດໝາຍດັ່ງກ່າວໃນຄັ້ງນີ້ ທຽບໃສ່ໂຄງສ້າງຂອງກົດໝາຍ ສະບັບປີ 2012 ແມ່ນໄດ້ຕັດອອກ 3 ພາກ ຄື ພາກທີ II ຜົນກະທົບຕໍ່ສິ່ງແວດລ້ອມ ຊຶ່ງມີ 2 ມາດຕາ ໂດຍໄດ້ເອົາເນື້ອໃນຂອງ 2 ມາດຕານີ້ໄປກໍານົດຢູ່ໃນມາດຕາ 4 ການອະທິບາຍຄໍາສັບ, ພາກທີ IV ການອະນຸລັກ ແລະ ການນໍາໃຊ້ຊັບພະຍາກອນທໍາມະຊາດ ຊຶ່ງມີ 5 ມາດຕາ ເພື່ອໃຫ້ສອດຄ່ອງກົດໝາຍ ວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ ແລະ ພາກທີ IX ການແກ້ໄຂຂໍ້ຂັດແຍ່ງ ຊຶ່ງມີ 7 ມາດຕາ. ນອກນີ້ ໃນພາກທີ VI ໄດ້ຕັດອອກ 3 ມາດຕາ ກ່ຽວກັບໄພພິບັດທໍາມະຊາດ; ມາດຕະການປ້ອງກັນໄພພິບັດທໍາມະຊາດ; ການຄວບຄຸມໄພພິບັດທໍາມະຊາດ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ. ເນື້ອໃນຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ສະບັບປັບປຸງ ປະກອບມີ X ພາກ, ມີ 9 ໝວດ ແລະ ມີ 103 ມາດຕາ; ໃນນັ້ນ, ໄດ້ຮັກສາໄວ້ຄືເກົ່າ 6 ມາດຕາ, ໄດ້ປັບປຸງ 61 ມາດຕາ ແລະ ເພີ່ມເຂົ້າໃໝ່ 36 ມາດຕາ.
ຄາດຄະເນຜົນໄດ້ຮັບຈາກການປັບປຸງກົດໝາຍສະບັບນີ້, ຈະເປັນເຄື່ອງມື ຮັບປະກັນໃຫ້ການພັດທະນາໄປຕາມທິດສີຂຽວ ແລະ ຍືນຍົງ, ການປ້ອງກັນ ແລະ ຄວບຄຸມມົນລະພິດ, ການຄວບຄຸມ ແລະ ກໍາຈັດ ບັນຫາສານເຄມີທີ່ເປັນພິດ ແລະ ສິ່ງເສດເຫຼືອ, ລວມທັງການປ້ອງກັນ, ຫຼຸດຜ່ອນ ແລະ ການຮັບມື ກັບການປ່ຽນແປງສະພາບດິນຟ້າອາກາດ; ເປັນກົນໄກການຄຸ້ມຄອງ, ການປົກປັກຮັກສາ, ການບູລະນະຟື້ນຟູ ແລະ ກວດກາ ສິ່ງແວດລ້ອມ ເປັນລະບົບ ແລະ ຈະແຈ້ງໄດ້ດີກວ່າເກົ່າ ໂດຍສະເພາະ ການແບ່ງຂັ້ນຄຸ້ມຄອງໃນວຽກງານສິ່ງແວດລ້ອມ ລະຫວ່າງຂະແໜງການຂັ້ນສູນກາງ ກັບຂະແໜງການຂັ້ນທ້ອງ ແລະ ອົງການປົກຄອງທ້ອງຖິ່ນ ຈະແຈ້ງກວ່າເກົ່າ;ເພີ່ມທະວີການສົ່ງເສີມການປູກຈິດສໍານຶກ ແລະ ການມີສ່ວນຮ່ວມຂອງມວນຊົນ ໃນວຽກງານປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ;ມີຂະບວນການຢັ້ງຢືນກ່ຽວກັບສິ່ງແວດລ້ອມ ແລະ ການອະນຸຍາດຄວບຄຸມການປ່ອຍມົນລະພິດ, ການປະຕິເສດ, ການໂຈະ ຫຼື ຖອນໃບຢັ້ງຢືນສິ່ງແວດລ້ອມ ຮັດກຸມກວ່າເກົ່າ;ມີກົນໄກຄຸ້ມຄອງສິ່ງແວດລ້ອມ ຂອງໂຄງການລົງທຶນ ແລະ ກິດຈະການຕ່າງໆ, ໃນເຂດເສດຖະກິດ ລວມທັງ ການຄວບຄຸມ ແລະ ແກ້ໄຂເຫດການສຸກເສີນທາງດ້ານສິ່ງແວດລ້ອມ ໄດ້ດີກ່ວາເກົ່າ.
(ຂ່າວ-ພາບ: ສຸກສະຫວັນ)