ໂດຍ: ສ.ບຸດປະຊາ
    ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ທີ່ເກີດຈາກໂຄງການພັດທະນາ ໃນໄລຍະຜ່ານມາ ໄດ້ຖືກບັນດາສະມາຊິກສະພາແຫ່ງຊາດ ຍົກຂຶ້ນເປັນບັນຫາທີ່ສົ່ງຜົນກະທົບຢ່າງຫຼວງຫຼາຍ ແລະ ຮ້າຍແຮງ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ທໍາມະຊາດ ຊຶ່ງໄດ້ຍົກຂຶ້ນເປັນຄໍາຊັກຖາມ ເພື່ອໃຫ້ລັດຖະບານ ກໍຄືພາກສ່ວນກ່ຽວຂ້ອງ ຊີ້ແຈງອະທິບາຍ ຕໍ່ບັນຫາດັ່ງກ່າວ ເຖິງວິທີການແກ້ໄຂ ແລະ ມາດຕະການປ້ອງກັນ ໃນຕໍ່ໜ້າ; ກະຊວງຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ກໍໄດ້ຊີ້ແຈງອະທິບາຍຊຶ່ງໃຫ້ຮູ້ວ່າຜ່ານມາ ໄດ້ດຳເນີນການແກ້ໄຂດ້ວຍຫຼາຍຮູບແບບ ຫຼາຍມາດຕະການ ແລະ ກໍມີມາດຕະການແກ້ໄຂໃນຕໍ່ໜ້າ ດ້ວຍ 7 ມາດຕະການ.
    ໃນວາລະການດຳເນີນກອງກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາຜ່ານມາ, ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຊຶ່ງທີ່ປະຊຸມໄດ້ຮັບຟັງການຂຶ້ນຊີ້ແຈງອະທິບາຍ ຄໍາຊັກຖາມດັ່ງກ່າວ ຈາກ ທ່ານ ນາງ ບຸນຄໍາ ວໍລິຈິດ ລັດຖະມົນຕີ ກຊສ ວ່າ: ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ  ແມ່ນມາຈາກຫຼາຍປັດໄຈ ເປັນຕົ້ນແມ່ນມາຈາກໂຄງການພັດທະນາ ແລະ ໂຄງການລົງທຶນຈຳນວນໜຶ່ງ ບໍ່ປະຕິບັດຕາມມາດຕະການທາງດ້ານສິ່ງແວດລ້ອມ ທີ່ໄດ້ກໍານົດໄວ້; ການສຶກສາຜົນກະທົບ, ມາດຕະການປ້ອງກັນ ແລະ ຫຼຸດຜ່ອນ ຂອງໂຄງການລົງທຶນບໍ່ຖືກຕ້ອງ, ສອດຄ່ອງກັບສະພາບຕົວຈິງ; ບາງໂຄງການບໍ່ໄດ້ດໍາເນີນການສຶກສາຜົນກະທົບແບບລະອຽດ; ການຕິດຕາມກວດກາ ຂອງພາກລັດ ຍັງບໍ່ທັນເຂັ້ມແຂງ, ບໍ່ທົ່ວເຖິງ ແລະ ບໍ່ທັນມີມາດຕະການ ເດັດຂາດຕໍ່ຜູ້ລະເມີດ;ພະນັກງານວິຊາການ ທີ່ຮັບຜິດຊອບວຽກຕິດຕາມ ກວດກາ ສິ່ງແວດລ້ອມ ຍັງມີຈຳກັດ; ງົບປະມານ, ເຄື່ອງມື ແລະ ພາຫະນະ ຮັບໃຊ້ໃນການຕິດຕາມກວດກາ, ການໂຄສະນາເຜີຍແຜ່ ກົດໝາຍ, ນິຕິກຳຕ່າງໆ ກໍຍັງຈຳກັດ ບໍ່ທົ່ວເຖິງ.
ໄລຍະຜ່ານມາ ລັດຖະບານ ກໍຄື ກຊສ ໄດ້ດໍາເນີນແກ້ໄຂດ້ວຍຫຼາຍຮູບແບບ ແລະ ຫຼາຍມາດຕະການ ເປັນຕົ້ນແມ່ນໄດ້ອອກນິຕິກຳທີ່ກ່ຽວຂ້ອງກັບການປົກປັກຮັກສາສິ່ງແວດລ້ອມ ຫຼາຍສະບັບ ພ້ອມທັງມີໂຄສະນາເຜີຍແຜ່ ແລະ ດຳເນີນມາດຕະການ ປັບໃໝ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບສິ່ງແວດລ້ອມ ແລະ ແຮ່ທາດ; ໄດ້ດຳເນີນການກວດກາ ແລະ ຊຸກຍູ້ ບັນດາໂຄງການລົງທຶນ/ພັດທະນາ ທັງໄດ້ແກ້ໄຂເຫດການສຸກເສີນທາງດ້ານສິ່ງແວດລ້ອມ; ໄດ້ປະເມີນບັນດາໂຄງການລົງທຶນ ທີ່ປະຕິບັດພັນທະດ້ານສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ;ໄດ້ອອກແຈ້ງການໃນການເພີ່ມທະວີ ມາດຕະການເຝົ້າລະວັງ ແລະ ປ້ອງກັນເຫດສຸກເສີນດ້ານສິ່ງແວດລ້ອມ; ໄດ້ຈັດສັນງົບປະມານ, ອຸປະກອນ ແລະ ເຄື່ອງມືຈໍານວນໜຶ່ງ ໃຫ້ຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຢູ່ທ້ອງຖິ່ນ ເພື່ອຕິດຕາມກວດກາໂຄງການລົງທຶນ ເປັນຕົ້ນ. 
ເຖິງຢ່າງໃດກໍຕາມ,ເພື່ອຮັບປະກັນ ບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມໃນຕໍ່ໜ້າ. ສະນັ້ນ, ລັດຖະບານ ໄດ້ວາງທິດທາງມາດຕະການແກ້ໄຂໃນຕໍ່ໜ້າ 7 ມາດຕະການ ດັ່ງນີ້:
1). ສືບຕໍ່ປັບປຸງແລະເຜີຍແຜ່ນິຕິກໍາກ່ຽວກັບຊັບພະຍາກອນທໍາມະຊາດ, ການປົກປັກຮັກສາສິ່ງແວດລ້ອມແລະການປ່ຽນແປງດິນຟ້າອາກາດເພື່ອໃຫ້ທຸກພາກສ່ວນທົ່ວສັງຄົມໄດ້ຮັບຮູ້ແລະ ປະກອບສ່ວນໃນການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ;
2). ເອົາໃຈໃສ່ບັງຄັບໃຊ້ ກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ, ທຸກໂຄງການລົງທຶນ ກ່ອນຈະອະນຸມັດ ຕ້ອງດໍາເນີນຕາມລະບຽບການ ແລະ ຂັ້ນຕອນ;
3). ປະສານສົມທົບກັບຂະແໜງການກ່ຽວຂ້ອງກວດກາຕິດຕາມບັນດາໂຄງການພັດທະນາລວມທັງໂຄງການແຮ່ທາດແລະໂຄງການລົງທຶນອື່ນໆເພື່ອຄຸ້ມຄອງແລະຕິດຕາມກວດກາການຈັດຕັ້ງປະຕິບັດໄປໃນລວງດຽວກັນ;
4). ສ້າງຄວາມເຂັ້ມແຂງຮອບດ້ານກ່ຽວກັບວຽກງານຕິດຕາມກວດກາສິ່ງແວດລ້ອມລວມທັງການແກ້ໄຂເຫດການສຸກເສີນດ້ານສິ່ງແວດລ້ອມໃຫ້ພະນັກງານທ້ອງຖິ່ນ ແລະ ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນ ໃນວຽກງານດັ່ງກ່າວ ຫຼາຍຂຶ້ນ;
5). ສືບຕໍ່ເພີ່ມທະວີການຕິດຕາມກວດກາ, ເຝົ້າລະວັງ ແລະ ປ້ອງກັນເຫດສຸກເສີນດ້ານສິ່ງແວດລ້ອມ ໃນແຕ່ລະຂັ້ນ;
6). ສືບຕໍ່ກວດກາຕິດຕາມແລະປະເມີນຜົນ ການປະຕິບັດພັນທະດ້ານສິ່ງແວດລ້ອມຂອງບັນດາໂຄງການລົງທຶນ ຕາມທິດສີຂຽວ ແລະ ຍືນຍົງ ແລະ ຍ້ອງຍໍຜູ້ປະຕິບັດໄດ້ດີ ແຕ່ໃຊ້ມາດຕະການຕໍ່ຜູ້ລະເມີດ ຫຼື ບໍ່ປະຕິບັດ;
7) ຈັດສັນງົບປະມານສໍາລັບການຕິດຕາມກວດກາສິ່ງແວດລ້ອມ, ການປົກປັກຮັກສາແລະອະນຸລັກຊັບພະຍາກອນທໍາມະຊາດ, ການແກ້ໄຂບັນຫາສິ່ງແວດລ້ອມລວມທັງການແກ້ໄຂເຫດການສຸກເສີນທີ່ເກີດຈາກໂຄງການລົງທຶນແລະໄພພິບັດທາງທໍາມະຊາດ.