ຂ່າວສານຊີອາໄອລາຍງານ ໃນວັນທີ 18 ມິຖຸນາ ຜ່ານມາ, ອົງການເພື່ອການສຶກສາວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດ ຫຼື ອຸຍເນັສໂກປະກາດບົດລາຍງານໂດຍລະບຸວ່າ: ຄາດວ່າກ່ອນປີ2030, ຄວາມເສຍຫາຍຂອງເສດຖະກິດໂລກຍ້ອນບັນຫາບໍ່ໄດ້ເຂົ້າໂຮງຮຽນແລະການຮຽນບໍ່ຈົບ ຈະບັນລຸເຖິງ 10,000 ຕື້ໂດລາຕໍ່ປີ. ບົດລາຍງານຄາດວ່າ: ຢູ່ປະເທດໜຶ່ງ ຂໍພຽງແຕ່ອັດຕາຊາວໜຸ່ມທີ່ປະລະການຮຽນໄວເກີນໄປຫຼືຂາດເຂີນວິຊາການພື້ນຖານຫຼຸດລົງ 10%, ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງປະເທດນັ້ນ ກໍຈະຍົກສູງຂຶ້ນ 1-2% ຕໍ່ປີ.
   ບົດລາຍງານຂອງອົງການອຸຍເນັສໂກໃຫ້ຮູ້ຕື່ມວ່າ: ການສຶກສາເປັນການລົງທຶນທີ່ດີທີ່ສຸດຢ່າງໜຶ່ງຕໍ່ບຸກຄົນ,ເສດຖະກິດແລະທົ່ວສັງຄົມ, ຈຶ່ງຮຽກຮ້ອງໃຫ້ປະເທດສະມາຊິກຕ່າງໆຈົ່ງໃຊ້ມາດຕະການຮັບມືໂດຍໄວເທົ່າທີ່ຈະໄວໄດ້.