ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 17 ມິຖຸນາ ຜ່ານມາຢູ່ ນິວເດລີ, ກ່າວຄຳເຫັນໃນການຕ້ອນຮັບທ່ານ ແຈັກ ຊັລລິແວນ ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມຣິກາ, ທ່ານ ນາເຣນດາ ໂມດິ ນາຍົກລັດຖະມົນຕີ ອິນເດຍ ໄດ້ຢືນຢັນຄຳໝັ້ນສັນຍາເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ອິນເດຍ - ອາເມຣິກາ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ຂ່າວລະບຸວ່າ: ການພົບປະໄດ້ດຳເນີນໃນຂະນະທີ່ທ່ານ ແຈັກ ຊັລລິແວນ ພວມຢ້ຽມຢາມ ນິວເດລີ ລະຫວ່າງວັນທີ 17 18 ມິຖຸນາ ນີ້, ຕາມຄຳເຊີນຂອງ ທ່ານ ອາຈິດ ໂດໂວລ ຄູ່ຮ່ວມຕຳແໜ່ງຂອງອິນເດຍ ເພື່ອຕີລາຄາຂໍ້ລິເລີ່ມກ່ຽວກັບເຕັກໂນໂລຊີສຳຄັນ ແລະ ຫາກໍພົ້ນເດັ່ນ (iCET) ລະຫວ່າງ ອິນເດຍ - ອາເມຣິກາ. ໃນການພົບປະ, ທ່ານ ແຈັກ ຊັລລິແວນ ໄດ້ແຈ້ງໃຫ້ທ່ານ ນາເຣນດາ ໂມດິ ຊາບກ່ຽວກັບວິວັດການໃນການຮ່ວມມື 2 ຝ່າຍ, ພິເສດແມ່ນໃນຂໍ້ລິເລີ່ມ iCETຄື: ທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI), ໂທລະຄົມມະນາຄົມ, ການປ້ອງກັນຊາດ, ອາວະກາດ.
ໃນວັນດຽວກັນ, ທ່ານ ແຈັກ ຊັລລິແວນ ກໍໄດ້ພົບປະ ແລະ ແລກປ່ຽນກັບ ທ່ານ ເອັສ ໄຈຊານກາ ລັດຖະມົນຕີການຕ່າງປະເທດ ອິນເດຍ ກ່ຽວກັບການພົວພັນ 2 ຝ່າຍ ແລະ ບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.