ໃນວັນທີ19ມິຖຸນານີ້ ທີ່ຫ້ອງວ່າການສູນກາງພັກ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນ “ກ່ຽວກັບການປັບປຸງຄຸນນະພາບ ໃນການເປັນເສນາທິການ ຮັບໃຊ້ຄະນະພັກ”,ໂດຍການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກຊຶ່ງມີບັນດາສະຫາຍຮອງເລຂາຄະນະພັກ, ບັນດາຫົວໜ້າຫ້ອງການ, ຫົວໜ້າກົມ ບັນດາກະຊວງ-ອົງການ, ອ້ອມຂ້າງຫ້ອງວ່າການສູນກາງພັກ ເຂົ້າຮ່ວມ.
ໃນໂອກາດເປີດກອງປະຊຸມ, ສະຫາຍ ທອງສະລິດ ມັງໜໍ່ເມກ ກ່າວວ່າ:ຫ້ອງວ່າການສູນກາງພັກ ຂອງພວກເຮົາ ຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຈັດກອງປະຊຸມພົບປະກັບບັນດາສະຫາຍ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ“ກ່ຽວກັບການປັບປຸງຄຸນນະພາບ ໃນການເປັນເສນາທິການຮັບໃຊ້ຄະນະພັກ” ຊຶ່ງຈຸດປະສົງຂອງກອງປະຊຸມຄັ້ງນີ້ກໍເພື່ອສ້າງຄວາມເຂົ້າໃຈ ຄວາມເປັນເອກະພາບຕໍ່ທີ່ຕັ້ງ, ພາລະບົດບາດ, ສິດໜ້າທີ່ຄວາມຮັບຜິດຊອບຂອງອົງການເສນາທິການໃຫ້ແກ່ຄະນະພັກແຕ່ລະຂັ້ນ,ເພື່ອແນໃສ່ປັບປຸງກົນໄກການຮ່ວມມື, ການປະສານງານ, ການສະໜອງຂໍ້ມູນ, ລວມເຖິງການຄົ້ນຄວ້າ ບັນຫາຍຸດທະສາດໃດໜຶ່ງ ເພື່ອຮັບໃຊ້ຂັ້ນເທິງຢ່າງເປັນເຈົ້າ ແລະ ທັນສະພາບການໃນຕໍ່ໜ້າ,ເພື່ອຍົກສູງຄຸນນະພາບ ໃນການປະຕິບັດໜ້າທີ່ເປັນເສນາທິການ ຮັບໃຊ້ຄະນະພັກກະຊວງ-ອົງການ ແລະ ສູນກາງໃຫ້ເລິກເຊິ່ງ, ແຫຼມຄົມ ແລະ ທັນສະພາບການ ໃນການກະກຽມເນື້ອໃນກອງປະຊຸມໃຫຍ່ອົງຄະນະພັກ ຂອງບັນດາກະຊວງ-ອົງການ ແລະ ກອງປະຊຸມທີ່ສໍາຄັນຕ່າງໆຂອງພັກ-ລັດ ໃຫ້ມີປະສິດທິພາບ.
ສະຫາຍ ທອງສະລິດ ມັງໜໍ່ເມກ ຍັງກ່າວອີກວ່າ:ໃນສະພາບ ແລະ ເງື່ອນໄຂໃໝ່ ຂອງການປະຕິວັດ, ການນຳພາຂອງພັກ-ລັດ ແມ່ນຖືເປັນປັດໄຈຕັດສິນໃຫ້ແກ່ການພັດທະນາຂອງປະເທດຊາດ ຊຶ່ງໃນນັ້ນ ວຽກງານເສນາທິການຂອງພວກເຮົາແມ່ນເປັນພາກສ່ວນໜຶ່ງທີ່ມີຄວາມສຳຄັນ, ມີບົດບາດປະກອບສ່ວນເຂົ້າໃນການຍົກສູງຄຸນນະພາບ ໃນການນໍາພາ-ຊີ້ນຳຂອງການນໍາຂັ້ນສູງ. ສະນັ້ນ, ພວກເຮົາຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ປັບປຸງຄຸນນະພາບ ວຽກງານເສນາທິການ ໃຫ້ໜັກແໜ້ນຢູ່ຕະຫຼອດເວລາ ເພື່ອສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ຊຶ່ງໃນໄລຍະຜ່ານມາຂ້າພະເຈົ້າເຊື່ອໝັ້ນວ່າ ຄະນະພັກຫ້ອງວ່າການແຕ່ລະຂັ້ນ,ຄະນະພັກກະຊວງ-ອົງການແຕ່ລະຂະແໜງການ ຍາມໃດກໍຖືວຽກນີ້ເປັນວຽກທີ່ມີຄວາມສຳຄັນ ແລະ ໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ປັບປຸງບູລະນະວຽກງານເສນາທິການຂອງພວກເຮົາໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດກາຍເປັນສະໝອງທີສອງຂອງການນໍາພັກ-ລັດ ໄດ້ຢ່າງສົມກຽດ, ທັງເປັນຜູ້ຊ່ວຍວຽກທີ່ຈົງຮັກພັກດີ ແລະ ເອົາການເອົາງານ, ການເຄື່ອນໄຫວວຽກງານ ນັບມື້ຫັນເຂົ້າສູ່ລະບອບແບບແຜນຕາມທິດຫັນເປັນທັນສະໄໝ ເທື່ອລະກ້າວ ແລະ ສາມາດເປັນເສນາທິການຊ່ວຍແກ້ໄຂບັນຫາຕ່າງໆ ໃຫ້ການນຳໄດ້ຢ່າງຖືກຕ້ອງ, ທັນການ ແລະ ມີປະສິດທິຜົນ. 
    ຂ້າພະເຈົ້າ ຫວັງເປັນຢ່າງຍິ່ງວ່າ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ລ້ວນແຕ່ເປັນພະນັກງານນໍາພາ ແລະ ເປັນພະນັກງານຫຼັກແຫຼ່ງຂອງບັນດາກະຊວງ-ອົງການ ຈະພ້ອມກັນຍົກສູງສະຕິຄວາມຮັບຜິດຊອບການເມືອງ ຕໍ່ພັກ-ຕໍ່ລັດ, ດ້ວຍການເສີມຂະຫຍາຍຫົວຄິດປະດິດສ້າງ, ສຸມສະຕິປັນຍາ ເຂົ້າໃນການແລກປ່ຽນຄໍາຄິດຄໍາເຫັນ ເພື່ອຊອກຫາວິທີທາງແກ້ໄຂບັນຫາຄົງຄ້າງຕ່າງໆ ໃຫ້ເລິກເຊິ່ງເຖິງຖອງ ແລະ ແທດເໝາະກັບຕົວຈິງ, ທັງພ້ອມກັນສ້າງຄວາມເປັນເອກະພາບ ໃນການສືບຕໍ່ແກ້ໄຂບັນຫາຂອງພວກເຮົາ, ໂດຍການວາງທິດທາງທີ່ເໝາະສົມ ເພື່ອໃຫ້ການນປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່ ມີຜົນສໍາເລັດຂຶ້ນເປັນກ້າວໆ.
ຂ່າວ:ພູວຽງຄຳ-ພາບ:ໄອ່ຄຳ