ທ່ານ ເຈົ້າແຂວງສະຫວັນນະເຂດ ບຸນໂຈມ ອຸບົນປະເສີດ ພ້ອມດ້ວຍບັນດາທ່ານຫົວໜ້າພະແນກການທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວພົບປະໂອ້ລົມອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານລະເວີນ ທີ່ຂຶ້ນກັບກຸ່ມບ້ານຈຽງຕູບ ເມືອງເຊໂປນ . ໃນໂອກາດນີ້, ທ່ານເຈົ້າແຂວງ ພ້ອມຄະນະໄດ້ຮັບຟັງການລາຍງານກ່ຽວກັບທີ່ຕັ້ງ-ສະພາບຈຸດພິເສດຂອງບ້ານລະເວີນ ຈາກເລຂາພັກ-ນາຍບ້ານລະເວີນ ຊຶ່ງທ່ານໃຫ້ຮູ້ວ່າ: ບ້ານລະເວີນແມ່ນ 1 ໃນຈໍານວນ 6 ບ້ານທີ່ຂຶ້ນກັບກຸ່ມບ້ານຈຽງຕູບ, ບ້ານລະເວີນມີຈຳນວນຄົນທັງໝົດ 220 ຄົນ, ຍິງ 140 ຄົນ, ມີ 44 ຄອບຄົວ, ມີ 46 ຫຼັງຄາເຮືອນ, ວິຖີການດຳລົງຊີວິດຂອງປະຊາຊົນແມ່ນເພິ່ງພາທຳມະຊາດເປັນຫຼັກ, ໃນນີ້, ປູກພືດຕາມລະດູການ ແລະ ລ້ຽງສັດຂາຍເປັນສິນຄ້າ, ມີໂຮງຮຽນປະຖົມ 1 ຫຼັງ, ມີໂຮງໝໍນ້ອຍ 1 ຫຼັງ, ມີແພດ 1 ທ່ານ, ມີກອງຫຼອນ, ປກສ ບ້ານ ແລະ ມີສະມາຊິກພັກ 4 ສະຫາຍ.
ຫຼັງຈາກຟັງການລາຍງານແລ້ວ, ທ່ານ ເຈົ້າແຂວງກໍໄດ້ຮັບຟັງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ໂດຍສະເພາະແມ່ນຄວາມຕ້ອງການໃນການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ບ້ານ ເປັນຕົ້ນແມ່ນ: ການບຸກເບີກເນື້ອທີ່ທໍາການຜະລິດກະສິກຳ, ລະບົບນໍ້າລິນ, ວິດຖ່າຍ, ຕາຂ່າຍໄຟຟ້າ ຊຶ່ງທ່ານເຈົ້າແຂວງເຫັນດີທີ່ຈະແກ້ໄຂໃຫ້ຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ, ພ້ອມນັ້ນ ທ່ານເຈົ້າແຂວງກໍໄດ້ໂອ້ລົມບັນຫາຕ່າງໆກັບອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນບ້ານລະເວີນ ພ້ອມທັງມອບເຂົ້າສານ ແລະ ສັງກະສີໃຫ້ບ້ານລະເວີນອີກດ້ວຍ. ໃນວັນດຽວກັບນີ້, ທ່ານເຈົ້າແຂວງກໍໄດ້ລົງຕິດຕາມໂຄງການກໍ່ສ້າງພື້ນຖານໂຄງລ່າງພາຍໃນກຸ່ມບ້ານຈຽງຕູບ ຊຶ່ງໃນນີ້, ທ່ານເຈົ້າແຂວງພ້ອມຄະນະ ໄດ້ລົງເບິ່ງໂຄງການກໍ່ສ້າງໂຮງໝໍນ້ອຍທີ່ກໍາລັງໃກ້ຈະສຳເລັດ, ໂຄງການກໍ່ສ້າງລະບົບນໍ້າລິນ, ໂຄງການກໍ່ສ້າງໂຮງຮຽນກຸ່ມບ້ານຈຽງຕູບ. ຈາກນັ້ນ, ທ່ານເຈົ້າແຂວງ ແລະ ຄະນະກໍໄດ້ລົງເບິ່ງພື້ນທີ່ຕົວຈິງທີ່ນຳໃຊ້ເປັນພື້ນທີ່ປູກມັນຕົ້ນ ໂດຍແມ່ນພາກລັດໄດ້ບຸກເບີກ ແລະຈັດສັນຫຼາຍຮ້ອຍເຮັກຕາໃຫ້ປະຊາຊົນໄດ້ປູກພືດເປັນເສດຖະກິດສ້າງລາຍໄດ້ໃຫ້ຄອບຄົວ, ພ້ອມນັ້ນ, ທາງແຂວງກໍໄດ້ສະໜອງແນວພັນມັນຕົ້ນໃຫ້ປະຊາຊົນເພື່ອປູກ ໂດຍເຫັນໄດ້ວ່າປະຈຸບັນມັນຕົ້ນກຳລັງເຕີບໂຕ ແລະ ມີລຳຕົ້ນໃຫຍ່ງາມແຂງແຮງດີ, ຄາດວ່າຈະໃຫ້ຜົນຜະລິດທີ່ໜ້າພໍໃຈໃຫ້ແກ່ປະຊາຊົນ ທັງນີ້ກໍຍ້ອນຄວາມດຸໝັ່ນ ແລະ ເອົາໃຈໃສ່ຂອງປະຊາຊົນໃນເຂດນີ້.
ຕອນທ້າຍ, ທ່ານ ເຈົ້າແຂວງກໍໄດ້ໂອ້ລົມບັນຫາສຳຄັນກັບຄະນະພັກກຸ່ມບ້ານຈຽງຕູບ ຊິ່ງການໂອ້ລົມໄດ້ຈັດຂຶ້ນຢູ່ທີ່ສະໂມສອນຫຼັງໃໝ່ຂອງກຸ່ມບ້ານຈຽງຕູບ ເມື່ອບໍ່ດົນມານີ້.
(ຂ່າວ: ແຂວງສະຫວັນນະເຂດ)