ໃນວັນທີ 8 ກໍລະກົດ ນີ້, ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ)ໄດ້ສົມທົບກັບສະຖາບັນການເມືອງ-ການປົກຄອງແຫ່ງຊາດຈັດພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນລະບົບ3 ເດືອນຊຸດທີIIໃຫ້ແກ່ສະມາຊິກພັກ-ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກໂດຍພາຍໃຕ້ການເປັນປະທານຮ່ວມແລະກ່າວປິດພິທີໂດຍສະຫາຍຄໍາພັນເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກແລະສະຫາຍນາງ ບຸນມີ ຈຸນລະຈັກຮອງເລຂາຄະນະບໍລິຫານງານພັກຮອງຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດໃນນັ້ນກໍມີບັນດາຫົວໜ້າກົມ ຄອສພ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຕາງໜ້າຈາກປ້ອງກັນສູນກາງ, ຄະນະຮັບຜິດຊອບຊຸດຝຶກອົບຮົມແລະນັກຝຶກອົບຮົມທັງໝົດ30ສະຫາຍຍິງ15ສະຫາຍ.
ໃນພິທີ, ທ່ານອານົງສັກອິນທະວົງກໍາມະການຄະນະພັກຂຶ້ນຜ່ານບົດສະຫຼຸບຜົນການຮຽນທິດສະດີການເມືອງຂັ້ນຕົ້ນຊຸດທີ IIລະບົບ3ເດືອນຂອງຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງທ່ານໄດ້ຍົກໃຫ້ເຫັນສະພາບລວມໃນການຈັດຕັ້ງປະຕິບັດການຮຽນການສອນໃນໄລຍະ3ເດືອນຜ່ານມາ, ຕີລາຄາຜົນໄດ້ຮັບທາງດ້ານການຮຽນ-ການສອນ, ທາງດ້ານການເມືອງ-ແນວຄິດ, ເນື້ອໃນຮູບແບບຫຼັກສູດການຮຽນ-ການສອນ, ຄຽງຄູ່ກັບດ້ານດີທີ່ກ່າວມາຂ້າງເທິງນັ້ນກໍຍັງມີດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນສະເພາະໜ້າແລະບົດຮຽນທີ່ຖອດຖອນໄດ້.
ໃນພິທີປິດຊຸດຮຽນທິດສະດີການເມືອງຂັ້ນຕົ້ນຊຸດທີIIໃຫ້ກຽດມອບໃບຢັ້ງຢືນໂດຍສະຫາຍນາງ ບຸນມີຈຸນລະຈັກ,ພ້ອມນັ້ນທ່ານຍັງໄດ້ມີຄໍາເຫັນໂອ້ລົມຕໍ່ບັນດານັກສຶກສາໃນນັ້ນທ່ານໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ນັກສຶກສາທັງໝົດທ່ານໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງຊຸດການຮຽນການສອນຄັ້ງນີ້ແລະຕີລາຄາສູງຕໍ່ຄະນະພັກຄະນະນໍາຄອສພໃນຄວາມພະຍາຍາມແລະຕັດສິນໃຈໃນການບິແບ່ງທຶນຮອນເຂົ້າໃນການຈັດລະບົບການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້ຂຶ້ນ,ນອກນັ້ນທ່ານໄດ້ມີຄໍາເຫັນເນັ້ນໜັກຕໍ່ນັກສຶກສາທັງໝົດທີ່ຜ່ານການຮຽນທິດສະດີການເມືອງຄັ້ງນີ້ພ້ອມກັນສືບຕໍ່ຄົ້ນຄວ້າຮໍ່າຮຽນກໍາແໜ້ນທິດສະດີມາກ-ເລນິນ, ແນວຄິດປະທານໄກສອນພົມວິຫານໃຫ້ເລິກເຊິ່ງ, ນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍແລະໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນເວົ້າລວມເວົ້າສະເພາະກໍຄືໜ້າທີ່ວຽກງານການເມືອງໃຫ້ມີປະສິດທິຜົນສູງສຸດ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນເຮັດຕ້ອງໄປຕາມເວົ້າຮູ້ຈໍາແນກມິດ-ສັດຕູຈະແຈ້ງ, ຕ້ານພະຍາດອາດຍາສິດ, ຮູ້ຖະໜອມຖ່ອມຕົວແລະສ້າງຕົນເອງໃນທຸກໆດ້ານ, ຮູ້ເສຍສະຫຼະ, ຮູ້ດຳລົງຊີວິດ,ຮູ້ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ຮູ້ນໍາພາຮູ້ວາງແຜນການແຜນງານອັນລະອຽດນໍາເອົາຄວາມຮູ້ທີ່ຮຽນມາເປັນເຂັມຊີ້ທິດເຍືອງທາງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ການດໍາລົງຊີວິດແລະການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວສະຫາຍຄໍາພັນເຜີຍຍະວົງໃຫ້ກຽດໂອ້ລົມແລະມີຄໍາເຫັນວ່າ: ການຮຽນທິດສະດີການເມືອງຂັ້ນຕົ້ນແມ່ນມີຄວາມໝາຍສໍາຄັນຫຼາຍຕໍ່ພະນັກງານການນໍາຫຼັກແຫຼ່ງຂອງຂະແໜງການໂຄສະນາອົບຮົມເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເປັນເອກະພາບຕໍ່ຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ສ້າງທັດສະນະການເມືອງທີ່ຖືກຕ້ອງໃຫ້ສະມາຊິກພັກພະນັກງານນໍາພາ-ຄຸ້ມຄອງມີຄວາມຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ການຮໍ່າຮຽນທິດສະດີການເມືອງເປັນວຽກງານຍຸດທະສາດໃນການສ້າງຄວາມເປັນເອກະພາບທາງດ້ານແນວຄິດແລະການກະທໍາຂອງທົ່ວພັກທົ່ວລັດເວົ້າລວມເວົ້າສະເພາະແມ່ນການນໍາພາຊີ້ນໍາຂອງຄະນະບໍລິຫານງານຄະນະໂຄສະນາອົບຮົມສູນກາງພັກເພື່ອພ້ອມກັນປະຕິບັດຫນ້າທີ່ການເມືອງທີ່ໄດ້ຮັບມອບໝາຍນັ້ນທ່ານໄດ້ເນັ້ນໜັກບາງຈຸດສໍາຄັນດັ່ງນີ້:
1. ພາຍຫຼັງຮຽນທິດສະດີການເມືອງແລ້ວໃຫ້ບັນດາສະຫາຍສືບຕໍ່ຄົ້ນຄວ້າບັນດາເນື້ອໃນບົດຮຽນໃນແຕ່ລະພາກວິຊາແລະບົດຮຽນທີ່ອາຈານສອນໃຫ້ທາງດ້ານທິດສະດີແລະພຶດຕິກຳຕົວຈິງເພື່ອນໍາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ.
2. ການຮຽນຄັ້ງນີ້ແມ່ນເປັນການປັບປຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງໃຫ້ສະມາຊິກພັກ,ພະນັກງານຫຼັກແຫຼ່ງຂອງຄະນະໂຄສະນາອົບຮົມສູນກາງພັກເປັນການຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງສະມາຊິກພັກ-ພະນັກງານ, ມີແບບແຜນວິທີເຮັດວຽກແລະມີພື້ນຖານທາງດ້ານທິດສະດີການເມືອງໜັກແໜ້ນກວ່າເກົ່າ.
3. ໃຫ້ບັນດາສະຫາຍສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດ.
ຂ່າວ-ພາບ:ຄອນສະຫວັນ ເນົາວະລັງສີ