ກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີII ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 8 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານ ຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ(ນວ), ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ1 ນະຄອນຫຼວງວຽງຈັນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
    ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ປະເທດຂອງພວກເຮົາຍັງສືບຕໍ່ປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ສະສົມມາຫຼາຍປີຊຶ່ງສົ່ງຜົນກະທົບທາງກົງ ແລະ ທາງອ້ອມຕໍ່ການຄຸ້ມຄອງ ລັດ,ຄຸ້ມຄອງເສດຖະກິດ-ສັງຄົມ, ປະເຊີນກັບສິ່ງທ້າທາຍ ແລະ ອຸປະສັກຫຼາຍຢ່າງ ທີ່ຫຼີກລ່ຽງບໍ່ໄດ້ ເປັນຕົ້ນບັນຫາເງິນເຟີ້ ອັດຕາແລກປ່ຽນເໜັງຕີງແຮງ, ລາຄາສິນຄ້າເພີ່ມສູງ ແລະ ຄວາມຜັນຜວນຂອງເສດຖະກິດມະຫາພາກໄດ້ສົ່ງຜົນເຮັດໃຫ້ ນວ ໃນຖານະເປັນສູນກາງທາງດ້ານການເມືອງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມໄດ້ຮັບຜົນກະທົບໂດຍກົງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ ທະຫານ, ຕຳຫຼວດ ແລະ ປະຊາຊົນຊາວນະຄອນຫຼວງວຽງຈັນ ມີຄວາມຫຍຸ້ງຍາກຝືດເຄືອງເປັນຈໍານວນບໍ່ໜ້ອຍ ແຕ່ເຖິງຢ່າງໃດກໍຕາມ ອົງຄະນະພັກ, ຄະນະປະຈຳສະພາປະຊາຊົນ ກໍຄືອົງການປົກຄອງນວ ກໍບໍ່ໄດ້ລົດລະຄວາມບຸກບືນພະຍາຍາມເພື່ອສຸມໃສ່ ແລະ ເປັນເຈົ້າການເພື່ອຈັດຕັ້ງປະຕິບັດບັນດາຄາດໝາຍໃນແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ2024 ທີ່ສະພາປະຊາຊົນຮັບຮອງເອົາໃຫ້ມີຄວາມຄືບໜ້າດີພໍສົມຄວນ ມີບາງຄາດໝາຍກໍພວມສຸມໃສ່ຈັດຕັ້ງປະຕິບັດເພື່ອໃຫ້ບັນລຸໃນທ້າຍປີດ້ວຍເຫດນີ້ ຈຶ່ງສາມາດຕີລາຄາໄດ້ວ່າ: ນວ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມແມ່ນສືບຕໍ່ມີທ່າອ່ຽງດີຂຶ້ນ ແລະ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດທີ່ໜັກໜ່ວງ.
ທ່ານປະທານສະພາ ນວ ໄດ້ກ່າວອີກວ່າ:ກອງປະຊຸມຄັ້ງນີ້ຈະໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງນະຄອນຫຼວງ ເປັນຕົ້ນພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2024 ຂອງນະຄອນຫຼວງ ຕິດພັນກັບການກະກຽມຄວາມພ້ອມໃນການເປັນເຈົ້າພາບການດໍາເນີນກອງປະຊຸມອາຊຽນຂອງນະຄອນຫຼວງວຽງຈັນ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ນະຄອນຫຼວງວຽງຈັນ, ຮັບຟັງການລາຍງານບາງບັນຫາສໍາຄັນພື້ນຖານເຊັ່ນ: ຮັບຟັງລາຍງານ ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230ກິໂລໂວນ ແຕ່ສະຖານີເພຍລາດ-ສະຖານີໄຟຟ້ານາຊາຍທອງ, ຮັບຟັງການລາຍງານກ່ຽວກັບມາດຕະການໃນການຈັດຕັ້ງປະຕິບັດວຽກງານ ສສະຫວ່າງຢູ່ນວ, ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13ເໜືອ ໄລຍະສາມແຍກສີໄຄ-ສີເກີດ, ຮັບຟັງການລາຍງານກ່ຽວກັບມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າຖ້ວມຂັງຢູ່ ນວ, ຮັບຟັງການລາຍງານກ່ຽວກັບການດໍາເນີນການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ ສົ່ງເສີມການທ່ອງທ່ຽວ, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາເນື້ອທີ່ດິນ 51,1ເຮັກຕາຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈີສຕິກນວ, ຮັບຟັງການລາຍງານກ່ຽວກັບມາດຕະການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ສາມາດຕອບສະໜອງສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າຈາກພາຍນອກຢູ່ນວ, ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດການລຶບລ້າງໃບຕາດິນ 16ຕອນທີ່ນອນໃນເຂດໂຄງການພັດທະນາສຳປະທານບຶງສາລາຄໍາຂອງບໍລິສັດມິດຕະພາບພັດທະນາການກະເສດຈຳກັດຢູ່ເມືອງຫາດຊາຍຟອງ, ຮັບຟັງການລາຍງານການເກັບກຳຂໍ້ມູນການບຸກລຸກຈັບຈອງ ແລະ ອອກໃບຕາດິນຢູ່ເຂດປ່າສະຫງວນແຫ່ງຊາດພູພະນັງ, ຮັບຟັງການລາຍງານກ່ຽວກັບວຽກງານທີ່ຕິດພັນກັບກອງບັນຊາການປ້ອງກັນຄວາມສະຫງົບນວ, ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຄາຫົວໜ່ວຍທົດແທນຕໍ່ຊັບສິນທີ່ໄດ້ຮັບຜົນກະທົບຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ ເລກທີ 13ໃຕ້, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນນະຄອນຫຼວງ ຊຸດທີ II ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປີ2023 ແລະ ແຜນການຈຸດສຸມປີ2024 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ພາກກາງ ອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫຼວງວຽງຈັນ, ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໄລຍະ 6 ເດືອນຕົ້ນປີ2024 ແລະ ການຈັດຕັ້ງປະຕິບັດດຳລັດສະບັບເລກທີ 280/ນຍ ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສິນທີ່ຖືກຢຶດອາຍັດ ແລະ ຮິບເປັນຂອງລັດ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2024 ຂອງສະພາປະຊາຊົນນະຄອນຫຼວງ ຕິດພັນກັບແຜນການເຄື່ອນໄຫວພົບປະປະຊາຊົນ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II. ນອກຈາກນີ້ກອງປະຊຸມຍັງຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງຍົກຂຶ້ນ ຫຼື ຊັກຖາມໃນກອງປະຊຸມຈາກອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ອີກດ້ວຍ.
ຂ່າວ-ພາບ:ແສງຈັນ