ສູນວິທະຍຸກະຈາຍສຽງໂທລະພາບກອງທັບປະຊາຊົນຫວຽດນາມ ໄດ້ເປີດຊຸດອົບຮົມວຽກງານວິທະຍຸກະຈາຍສຽງໂທລະພາບໃຫ້ແກ່ພະນັກງານກອງທັບປະຊາຊົນລາວຂຶ້ນເມື່ອບໍ່ດົນມານີ້ ທີ່ສູນ 871 ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ຟານແອ່ງຫວຽດ ຮອງອໍານວຍການວິທະຍຸໂທລະພາບກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນໂທ ບຸນທະວີ ໜູຈັນດີ ຫົວໜ້າຄະນະນັກຝຶກອົບຮົມວິຊາສະເພາະວຽກງານສື່ມວນຊົນກອງທັບປະຊາຊົນລາວ, ມີຄະນະພັກ-ຄະນະອຳນວຍການສະຖານີວິທະຍຸໂທລະພາບກອງທັບປະຊາຊົນຫວຽດນາມ, ພະນັກງານ-ນັກຮົບສູນ871 ແລະນັກຝຶກອົບຮົມເຂົ້າຮ່ວມ.
    ສະຫາຍ ພັນເອກ ຟານແອ່ງຫວຽດ ໄດ້ລາຍງານຫຍໍ້ໃຫ້ຊາບກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາຂອງວິທະຍຸໂທລະພາບກອງທັບປະຊາຊົນຫວຽດນາມ. ຈາກນັ້ນ, ສະຫາຍ ພັນເອກ ເລແທ່ງຫວິ່ງ ຫົວໜ້າບັນນາທິການວິທະຍຸໂທລະພາບກອງທັບປະຊາຊົນຫວຽດນາມກ່າວວ່າ: ຊຸດອົບຮົມຄັ້ງນີ້ຈັດຂຶ້ນ ແນໃສ່ເຮັດໃຫ້ພະນັກງານສື່ມວນຊົນກອງທັບປະຊາຊົນລາວ ຍົກສູງຄວາມຮູ້ດ້ານເຕັກນິກ, ວິຊາການ, ການຂຽນບົດ-ຂ່າວ ແລະ ບົດລາຍງານ, ໜ້າທີ່ຂັ້ນຕອນການສ້າງແຜນການຜະລິດສຳລັບລາຍການຂຽນຂ່າວ ແລະ ວຽກງານໂທລະພາບ, ປະສົບການໃນການປະຕິບັດພາກສະໜາມ, ຊີ້ນໍາເຕັກນິກການຖ່າຍ ແລະ ເກັບຂໍ້ມູນຂ່າວສານ, ການອອກຂ່າວທາງອອນລາຍ ແລະວຽກງານອື່ນໆອີກ ເພື່ອເຮັດໃຫ້ສື່ມວນຊົນຂອງກອງທັບປະຊາຊົນລາວໄດ້ຮັບການພັດທະນາດີຂຶ້ນສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບຫວຽດນາມ-ລາວ, ລາວ-ຫວຽດນາມ. ເວົ້າລວມ, ເວົ້າສະເພາະ ກໍຄືສູນວິທະຍຸກະຈາຍສຽງກອງທັບປະຊາຊົນຫວຽດນາມ ແລະ ກອງວິທະຍຸ, ໂທລະພາບ, ໜັງສືພິມກອງທັບປະຊາຊົນລາວໃຫ້ໝັ້ນຄົງທະນົງແກ່ນຊົ່ວກາລະນານ.ຊຸດຝຶກອົບຮົມໃນຄັ້ງນີ້ຈະດໍາເນີນໄປເປັນເວລາ 90 ວັນຈຶ່ງຈະສໍາເລັດ.
ຂ່າວ-ພາບ: ໂຈ່ລີ້ ວົງໄຊ