(ສພຊ) ກອງປະຊຸມຮຽບຮຽງເນື້ອໃນຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັັບປັບປຸງ) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-9 ກໍລະກົດ ນີ້ ທີ່ທ່າລາດ ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ພັອ  ພູທອນ ວໍລະເພັດຮອງປະທານກຳມາທິການກົດໝາຍ, ທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບແລະທ່ານ ວິໄລວັນ ບຸດດາຄຳ ຮອງປະທານອົງການກວດກາແຫ່ງລັດ,ເຂົ້າຮ່ວມມີທ່ານຮອງລັດຖະມົນຕີກະຊວງຍຸຕິທຳ, ທ່ານຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ທ່ານຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ,ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ພັອ ພູທອນ ວໍລະເພັດ ໄດ້ມີຄຳເຫັນກ່າວເປີດວ່າ: ພວກເຮົາຈະໄດ້ພ້ອມກັນຄົ້ນຄວ້າຄືນບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດ (ສສຊ) ແລະ ເລືອກເຟັ້ນເອົາຄຳເຫັນທີ່ມີເຫດມີຜົນປັບປຸງໃສ່ກົດໝາຍ ແນໃສ່ເຮັດໃຫ້ເນື້ອໃນຂອງກົດໝາຍມີຄວາມຄົບຖ້ວນ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້, ເພື່ອຮັບປະກັນໃຫ້ບັນດາຄໍາເຫັນທີ່ ສສຊ ປະກອບໃສ່ກົດໝາຍສະບັບນີ້ ໄດ້ຮັບການຄົ້ນຄວ້າພິຈາລະນາຢ່າງຖີ່ຖ້ວນ ແລະ ເລິກເຊິ່ງນັ້ນ ຈຶ່ງຂໍສະເໜີໃຫ້ບັນດາທ່ານພ້ອມກັນຄົ້ນຄວ້າຕື່ມຕໍ່ບັນດາຄໍາເຫັນທີ່ສາມາດປັບປຸງໄດ້ ແລະ ບໍ່ສາມາດປັບປຸງໄດ້ນັ້ນ ຄະນະຮັບຜິດຊອບໄດ້ໃຫ້ເຫດຜົນພຽງພໍແລ້ວບໍ່ ຫຼື ຄວນຕ້ອງໄດ້ປັບປຸງຄືແນວໃດ ເພື່ອເຮັດໃຫ້ກົດໝາຍສະບັບນີ້ປະກາດໃຊ້ແລ້ວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ກອງປະຊຸມໄດ້ຮັບຟັງການສະເໜີ ແລະ ຄົ້ນຄວ້າຄຳເຫັນຂອງ ສສຊ ຕາມການປະກອບຄໍາເຫັນໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ຢູ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຈຳນວນ 24 ທ່ານ ແລະ ປະກອບຄໍາເຫັນສົ່ງໃຫ້ກອງເລຂາ 8 ທ່ານ, ໃນນີ້ກວມເອົາ 36 ມາດຕາ 77 ເນື້ອໃນ,ຈາກນັ້ນ, ຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ກໍໄດ້ຈັດກອງປະຊຸມຄົ້ນຄວ້າພິຈາລະນາບັນດາຄໍາເຫັນຂອງ ສສຊ ໃນຄັ້ງວັນທີ 20 ມິຖຸນາ 2024ສາມາດປັບປຸງ 14 ມາດຕາ ກວມເອົາ 21 ເນື້ອໃນ, ສະເໜີຮັກສາໄວ້ຄືເກົ່າ22ມາດຕາ ກວມເອົາ 56 ເນື້ອໃນ ແລະ ໄດ້ລາຍງານຄືນຜົນການປັບປຸງຕໍ່ກອງປະຊຸມພິຈາລະນາຮັບຮອງເອົາໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2024 ດ້ວຍຄະແນນສຽງເຫັນດີ 93,18%.
ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສຸມສະຕິປັນຍາຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ເນື້ອໃນກົດໝາຍດັ່ງກ່າວເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ຮັບປະກັນໃຫ້ບັນດາຄຳຄິດຄຳເຫັນຂອງສສຊ ທີ່ໄດ້ປະກອບໃສ່ຮ່າງກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ (ສະບັບປັບປຸງ) ທີ່ຜ່ານການພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ຮັບການຄົ້ນຄວ້າເລືອກເຟັ້ນປັບປຸງໃສ່ຮ່າງກົດໝາຍດັ່ງກ່າວໃຫ້ມີຄວາມຮັດກຸມ, ຈະແຈ້ງ,ສອດຄ່ອງກັບແນວທາງນະໂຍບາຍຂອງລັດ, ລັດຖະທຳມະນູນ, ກົດໝາຍອື່ນ, ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ, ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ.
ຈູດປະສົງຂອງກອງປະຊຸມເພື່ອລະດົມສະຕິປັນຍາຈາກທຸກພາກສ່ວນທີ່ກ່ຽວຂ້ອງກັບການຮ່າງກົດໝາຍແຕ່ລະສະບັບ ເພື່ອປັບປຸງໃສ່ຮ່າງກົດໝາຍຢ່າງຮອບດ້ານ ຈາກນັ້ນນໍາສະເໜີກອງປະຊຸມຄະນະປະຈຳສະພາແຫ່ງຊາດພິຈາລະນາ ກ່ອນນໍາສະເໜີປະທານສະພາແຫ່ງຊາດລົງລາຍເຊັນ ເພື່ອສະເໜີຕໍ່ປະທານປະເທດປະກາດໃຊ້.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ.
(ຂ່າວ-ພາບ: ກົງທະນູຄຳ ພິພັດເສລີ)