ສາຍການບິນຫວຽດເຈັດ (Vietjet) ໄດ້ສ້າງບາດກ້າວຄັ້ງໃໝ່ ໃນການເຊື່ອມຕໍ່ສາຍການບິນຜ່ານພາກພື້ນອາຊີປາຊີຟິກ ດ້ວຍການເປີດບໍລິການໂດຍກົງແຫ່ງທຳອິດທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ - ຊີອານ (Xi'an) ປະເທດຈີນ ແລະ ເສັ້ນທາງ Nha Trang (ສສ ຫວຽດນາມ) - Daegu (ສ ເກົາຫຼີ)ຊຶ່ງເປັນການເສີມຂະຫຍາຍຄວາມມຸ່ງໝັ້ນຂອງ Vietjetໃນການນຳສະເໜີໂອກາດການເດີນທາງທີ່ສະດວກສະບາຍ ແລະ ລາຄາທີ່ເໝາະສົມ. ພ້ອມທັງເສີມຂະຫຍາຍການເຊື່ອມຕໍ່ທາງອາກາດທົ່ວອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກສ່ຽງເໜືອ ລວມທັງປະເທດລາວ.
ສາຍການບິນຫວຽດເຈັດໄດ້ສ້າງບາດກ້າວຄັ້ງໃໝ່ ໃນການເຊື່ອມຕໍ່ສາຍການບິນຜ່ານພາກພື້ນອາຊີປາຊີຟິກ ດ້ວຍການເປີດບໍລິການໂດຍກົງແຫ່ງທຳອິດທີ່ເຊື່ອມຕໍ່ນະຄອນໂຮ່ຈິມິນ - ຊີອານ (Xi'an) ປະເທດ ຈີນ ແລະ ເສັ້ນທາງ Nha Trang (ສສ ຫວຽດນາມ) - Daegu ສ ເກົາຫຼີຊຶ່ງເປັນການເສີມຂະຫຍາຍຄວາມມຸ່ງໝັ້ນຂອງ Vietjetໃນການນຳສະເໜີໂອກາດການເດີນທາງທີ່ສະດວກສະບາຍ ແລະ ລາຄາທີ່ເໝາະສົມ. ພ້ອມທັງເສີມຂະຫຍາຍການເຊື່ອມຕໍ່ທາງອາກາດທົ່ວອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີຕາເວັນອອກສ່ຽງເໜືອ ລວມທັງປະເທດລາວ.
ພິທີປະກາດເສັ້ນທາງ Nha Trang - Daegu ແມ່ນກົງກັບວັນຄົບຮອບ 10 ປີ ຂອງVietjetທີ່ໄດ້ດຳເນີນງານປະສົບຜົນສຳເລັດລະຫວ່າງຫວຽດນາມ ແລະ ສ ເກົາຫຼີ. ການບໍລິການເຊື່ອມຕໍ່ເມືອງແຄມທະເລ Nha Trang ຂອງຫວຽດນາມກັບເມືອງ Daegu ທີ່ໃຫຍ່ອັນດັບທີ 4 ຂອງ ສ ເກົາຫຼີ ແມ່ນເລີ່ມແຕ່ວັນທີ 27 ຕຸລາ 2024 ແລະມີຖ້ຽວບິນໄປກັບ 7 ຄັ້ງຕໍ່ອາທິດ ເພື່ອສະເຫຼີມສະຫຼອງເສັ້ນທາງບິນໃໝ່ນີ້ Vietjetໄດ້ຈັດໂປຣໂມຊັນພິເສດແຕ່ມື້ນີ້ຈົນເຖິງວັນທີ 7 ກໍລະກົດ 2024 ດ້ວຍປີ້ຍົນໜຶ່ງລ້ານໃບ, ໃນລາຄາເລີ່ມຕົ້ນທີ່ 55 ໂດລາ(ລ່ວມພາສີ ແລະ ຄ່າທຳນຽມ) ໃນ ເຄືອຂ່າຍສາຍບິນທັງໝົດ. ທ່ານສາມາດຈອງຖ້ຽວບິນໃນລະຫວ່າງວັນທີ 22  ສິງຫາ2024 ຫາ 22 ພຶດສະພາ 2025 (ບໍ່ລວມມື້ພັກລັດຖະການ ແລະ ມື້ພັກອື່ນໆ) ຜ່ານທາງ www.vietjetair.com ແລະ ແອັບມືຖື Vietjet Air.
ປັດຈຸບັນສາຍການບິນ Vietjetແມ່ນຜູ້ປະກອບການໃຫຍ່ທີ່ສຸດ ລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໃນການບໍລິການທາງອາກາດ, ທີ່ມີຖ້ຽວບິນເຊື່ອມຕໍ່ Ho Chi Minh City, Hanoi, Hai Phong, Da Nang, Nha Trang, Phu Quoc,Da LatກັບSeoul, BusanແລະDaegu. ໃນປີທີ່ຜ່ານມາ ສາຍການບິນຫວຽດເຈັດ ໄດ້ມີບົດບາດສຳຄັນໃນການອຳນວຍຄວາມສະດວກໃຫ້ແກ່ການເດີນທາງ ລະຫວ່າງ ສອງປະເທດ ຊຶ່ງໄດ້ຂົນສົ່ງຜູ້ໂດຍສານ10 ລ້ານຄົນ ດ້ວຍບໍລິການປົກກະຕິ ໂດຍກົງ 37 ລາຍການ ພ້ອມຍັງຊຸກຍູ້ການພົວພັນດ້ານເສດຖະກິດ, ການລົງທຶນ, ການທ່ອງທ່ຽວ ແລະ ວັດທະນະທຳ.
ນອກຈາກນັ້ນ, ໃນວັນທີ 1 ກໍລະກົດ, ການຂະຫຍາຍຕົວຂອງ Vietjetໄປຍັງ ສປຈີນ ໄດ້ສືບຕໍ່ດ້ວຍນຳໃຊ້ຖ້ຽວບິນໂດຍກົງຈາກນະຄອນໂຮ່ຈິມິນ ເມືອງໃຫຍ່ຂອງຫວຽດນາມ ໄປເມືອງ Xi'an ຊຶ່ງເປັນເມືອງປະຫວັດສາດທີ່ເກົ່າແກ່ຂອງ ສປຈີນ ສາຍການບິນ Vietjetເປັນສາຍການບິນດຽວທີ່ໃຫ້ບໍລິການເຊື່ອມຕໍ່ໂດຍກົງກັບ 4 ຖ້ຽວບິນໄປກັບຕໍ່ອາທິດ, ທີ່ພາຍຫຼັງໄດ້ເປີດບໍລິການຢູ່ນະຄອນ Shanghaiແລະເມືອງ Chengdu ໃນຕົ້ນປີນີ້. ນັກທ່ອງທ່ຽວຈາກລາວ ຍັງສາມາດສຳຜັດຄວາມສວຍສົດງົດງາມທາງວັດທະນະທຳຂອງ ສອງປະເທດຜ່ານເສັ້ນທາງໃໝ່ຂອງ Vietjetໃນປີນີ້ ຊຶ່ງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫານະຄອນໂຮ່ຈິມິນ, ກັບ 4 ຖ້ຽວບິນໄປກັບຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ແຕ່ລະຖ້ຽວບິນຈະໃຊ້ເວລາບິນແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ.
ຜູ້ໂດຍສານທີ່ບິນກັບການບິນ Vietjetສາມາດຮັບປະທານອາຫານຫວຽດນາມ ແລະ ສາກົນທີ່ຫຼາກຫຼາຍ, ໃນນັ້ນຈະມີເຝີ, ເຂົ້າຈີ່ ແລະ Ca Phe Sua Da (ກາເຟນົມເຢັນຫວຽດນາມ) ໃຫ້ບໍລິການ ໂດຍລູກເຮືອມືອາຊີບເທິງເຮືອບິນທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ. ນອກຈາກນັ້ນ, ຜູ້ໂດຍສານ Vietjetທຸກຄົນຈະໄດ້ຮັບປະກັນໄພSkyCareໂດຍບໍ່ເສຍຄ່າ ແລະ ສະມາຊິກ SkyJoyເມື່ອຈອງໃນຊ່ວງໂປຣໂມຊັນນີ້ ຈະໄດ້ຮັບ 200 ຄະແນນ ເພື່ອແລກຂອງຂວັນ ແລະ ເຂົ້າຮ່ວມກິດຈະກໍາການຈັບສະຫລາກລາງວັນ. (ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ). ຂໍ້ມູນເພີ່ມເຕີມທີ່www.vietjetair.com
(ຂ່າວ: ຕຸໄລເພັດ)