ໃນວັນທີ 8 ກໍລະກົດຜ່ານມາກະຊວງປ້ອງກັນປະເທດໄດ້ຈັດພິທີປະກາດການເລື່ອນຊັ້ນນາຍທະຫານ
ຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີຈຳນວນ 2 ສະຫາຍໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການຄະນະບໍລິຫານງານສູນກາງພັກຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ດອນ ໄພວົງ ກຳມະການຄະນະພັກຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກພ້ອມດ້ວຍນາຍທະຫານການນໍາຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
    ສະຫາຍ ດອນ ໄພວົງໄດ້ຜ່ານລັດຖະດຳລັດ ວ່າດ້ວຍການເລື່ອນຊັ້ນນາຍທະຫານຊັ້ນພົນຈັດຕະວາ ຂຶ້ນ ຊັ້ນພົນຕີ, ອີງຕາມລັດຖະທຳມະນູນແຫ່ງ ສປປ ລາວ (ສະບັບປັບປຸງປີ 2015) ມາດຕາ 67 ຂໍ້ 6,ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ 14 ມິຖຸນາ 2018,ອີງຕາມຄຳສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ, ລົງວັນທີ 18 ມິຖຸນາ 2024,ປະທານປະເທດ ອອກລັດຖະດຳລັດຕົກລົງເລື່ອນຊັ້ນສະຫາຍ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ສະຫາຍ ພົນຈັດຕະວາ  ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບຂຶ້ນຊັ້ນພົນຕີ.
    ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມ ພ້ອມທັງເນັ້ນໜັກຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຢ່າງເປັນເຈົ້າການ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ສຸມໃສ່ແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ເປັນບັນຫາສຳຄັນບົນພື້ນຖານຕ້ອງປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບບແຜນວິທີເຮັດວຽກຕ້ອງມີຂັ້ນຕອນ ແລະ ມີຈຸດສຸມ ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດສູງກວ່າເກົ່າ ເພື່ອພ້ອມກັນກໍ່ສ້າງກອງທັບປະຊາຊົນລາວກ້າວຂຶ້ນ ເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ປູນາ ສຸດທະວົງ