ໃນໂອກາດດຳເນີນກອງປະຊຸມສະໄໝສາມັນທື່ອທີ7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີII, ໃນວັນທີ9 ກໍລະກົດນີ້  ພາຍໃຕ້ການເປັນປະທານ ຂອງທ່ານອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ນວ, ຂຶ້ນຊີ້ແຈງກ່ຽວກັບການຊຸກຍູ້ວຽກທົດແທນຄ່າເສຍຫາຍ ຈາກຜົນກະທົບໂຄງການ ກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230ກວ ແຕ່ສະຖານີໄຟຟ້າ ເພຍລາດ-ສະຖານີໄຟຟ້າ ນາຊາຍທອງນວ ຊຶ່ງໄດ້ກ່າວວ່າ: ໂຄງການດັ່ງກ່າວ ແມ່ນໄລຍະຕໍ່ຈາກໂຄງການກໍ່ສ້າງສາຍສົ່ງ 500ກວ ແຕ່ຊຽງຂວາງ-ເພຍລາດ, ເປັນສາຍສົ່ງ 4ວົງຈອນ ແລະ ສາມາດລໍາລຽງກະແສໄຟຟ້າໄດ້ 2.320ເມກະວັດຊຶ່ງນໍາສົ່ງພະລັງງານໄຟຟ້າທີ່ຜະລິດຢູ່ເຂດພາກເໜືອ ເປັນຕົ້ນ: ເຂື່ອນໄຟຟ້ານໍ້າງື່ມ4 ທີ່ຈະສຳເລັດໃນປີ2024 ເພື່ອມາຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ- ສັງຄົມ ຢູ່ນວ ໃຫ້ພຽງພໍ ແລະ ສົ່ງຂາຍອອກຕ່າງປະເທດ ພ້ອມທັງເປັນການກະກຽມຄວາມພ້ອມ ດ້ານໄຟຟ້າ ເພື່ອຮັບໃຊ້ກອງປະຊຸມອາຊຽນ ປີ2024ຊຶ່ງລັດວິສາຫະກິດໄຟຟ້າລາວ ເປັນເຈົ້າຂອງໂຄງການ ໂດຍນໍາໃຊ້ເງິນກູ້ຢືມຈາກທະນາຄານຂາອອກ-ຂາເຂົ້າ ສປຈີນ, ເລີ່ມຈັດຕັ້ງປະຕິບັດແຕ່ປີ2021 ມີຄວາມຍາວທັງໝົດປະມານ 48ກິໂລແມັດ ມີຈຸດທີ່ຕັ້ງເສົາທັງໝົດ 123ຕົ້ນຊຶ່ງແລວສາຍສົ່ງດັ່ງກ່າວໄດ້ຜ່ານຢູ່ 3ເມືອງ, 16ບ້ານ, ມີຜູ້ຖືກຜົນກະທົບທັງໝົດ 253ຄອບຄົວ ໃນນີ້ຖືກຜົນກະທົບຈຸດຕັ້ງເສົາ ຈໍານວນ 123ຄອບຄົວ ແລະ ຜົນກະທົບກ້ອງແລວສາຍສົ່ງ ຈໍານວນ 130ຄອບຄົວ, ມາຮອດປັດຈຸບັນໄດ້ປະຕິບັດສໍາເລັດແລ້ວ 242ຄອບຄົວ ເທົ່າກັບ 95,65%ຂອງຈໍານວນຄອບຄົວທີ່ຖືກຜົນກະທົບທັງໝົດ ຍັງຄ້າງ 11ຄອບຄົວ.
ເມືອງສັງທອງ ຖືກຜົນກະທົບຈໍານວນ 8ບ້ານ, ມີທັງໝົດ 164ຄອບຄົວ ແກ້ໄຂສໍາເລັດ 100%, ເມືອງສີໂຄດຕະບອງ ຖືກຜົນກະທົບຈໍານວນ 1ບ້ານ, ມີທັງໝົດ 4ຄອບຄົວ ແກ້ໄຂສໍາເລັດ 100%, ເມືອງນາຊາຍທອງ ຖືກຜົນກະທົບຈໍານວນ 6ບ້ານ, ມີທັງໝົດ 85ຄອບຄົວ ແກ້ໄຂສໍາເລັດ 74ຄອບຄົວ ເທົ່າກັບ 87,06% ຍັງຄົງຄ້າງ 11ຄອບຄົວ. ໃນນີ້ຄອບຄົວທີ່ຖືກກະທົບຈຸດຕັ້ງເສົາ ຈໍານວນ 2ຄອບຄົວ ແລະ ຄອບຄົວທີ່ຖືກກະທົບກ້ອງແລວສາຍສົ່ງ ຈໍານວນ 9 ຄອບຄົວ.ການກໍ່ສ້າງໂຄງການ ແມ່ນໄດ້ສໍາເລັດທັງສະຖານີໄຟຟ້າ ແລະ ລະບົບສາຍສົ່ງໄຟຟ້າ ໃນຄວາມຍາວ 48ກິໂລແມັດ (ໄລຍະສະຖານີເພຍລາດ-ສະຖານີນາຊາຍທອງ) ພ້ອມທັງໄດ້ຜ່ານການທົດສອບລະບົບເປັນທີ່ຮຽບຮ້ອຍມີຄວາມພ້ອມຮອງຮັບການປ່ອຍກະແສໄຟຟ້າ 100%.
ການຈັດຕັ້ງໂຄງການ ແມ່ນໄດ້ປະຕິບັດຂັ້ນຕອນ ແລະ ວິທີສອດຄ່ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ສະພາບຕົວຈິງຂອງທ້ອງຖິ່ນ, ພາຍຫຼັງທີ່ໄດ້ຮັບການອະນຸມັດໃຫ້ຈັດຕັ້ງປະຕິບັດໂຄງການຈາກສູນການຈັດຕັ້ງປະບັດໂຄງການ ແມ່ນໄດ້ປະຕິບັດຕາມຂັ້ນຕອນ ແລະ ວິທີສອດຄ່ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງ ແລະ ສະພາບຕົວຈິງຂອງທ້ອງຖິ່ນ, ມີໜ້າທີ່ໃນການຊຸກຍູ້ສົ່ງເສີມ ແລະ ອໍານວຍແກ້ໄຂບັນດາສິ່ງກີດຂວາງຕ່າງໆ ເພື່ອໃຫ້ການຈັດຕັ້ງປະຕິບັດໂຄງການສໍາເລັດຕາມແຜນການ, ຄົ້ນຄວ້າແຕ່ງຕັ້ງຄະນະຮັບຜິດຊອບຊຸກຍູ້ ສົ່ງເສີມການຈັດຕັ້ງປະຕິບັດໂຄງການກໍ່ສ້າງສາຍສົ່ງ, ຄົ້ນຄວ້າຮ່າງເນື້ອໃນ ຂອງບັນດານິຕິກຳ ເພື່ອເປັນບ່ອນອີງໃຫ້ຄະນະຮັບຜິດຊອບ ດໍາເນີນການຈັດຕັ້ງປະຕິບັດໜ້າທີ່, ຈັດຕັ້ງການລົງເຜີຍແຜ່ ອະທິບາຍ ແລະ ແຈ້ງໃຫ້ປະຊາຊົນ ຢູ່ບັນດາເມືອງ, ບ້ານ ທີ່ຖືກຜົນກະທົບຈາກ ໂຄງການ ເພື່ອໃຫ້ປະຊາຊົນໄດ້ຮັບຊາບ, ເຂົ້າໃຈ ແລະ ໃຫ້ການຮ່ວມມືໃນການຈັດຕັ້ງປະບັດໂຄງການ, ອອກແຈ້ງ-ໜັງສືທາງລັດຖະການ ແລະ ສ້າງແຜນການເຄື່ອນໄຫວວຽກງານລະອຽດເປັນແຕ່ລະໄລຍະແຈ້ງ ໃຫ້ປະຊາຊົນຜູ້ຖືກຜົນກະທົບໄດ້ຮັບຊາບ ແລະ ໃຫ້ການຮ່ວມມື, ຄະນະຮັບຜິດຊອບ ແລະ ເຈົ້າຂອງໂຄງການ ຮ່ວມກັນລົງເກັບກຳຂໍ້ມູນ ຂຶ້ນທະບຽນຊັບສິນ ແລະ ຄິດໄລ່ມູນຄ່າການທົດແທນຕໍ່ຊັບສິນ ທີ່ຖືກຜົນກະທົບຈາກໂຄງການ ພ້ອມເຮັດບົດບັນທຶກ ເປັນແຕ່ລະຄອບຄົວ.ຂຶ້ນແຜນສະເໜີຂໍອະນຸມັດງົບປະມານ ແລະ ມອບການທົດແທນໃຫ້ຄອບຄົວທີ່ເຫັນດີຮ່ວມກັນ.ກໍລະນີທີ່ມີຄອບຄົວທີ່ຍັງບໍ່ທັນເຫັນດີກັບການຄິດໄລ່ມູນຄ່າທົດແທນ ຂອງຄະນະຮັບຜິດຊອບ ແມ່ນຈະໄດ້ຈັດການໄກ່ເກ່ຍຕາມຂັ້ນຕອນ ເລີ່ມຈາກຄະນະຮັບຜິດຊອບ ຮ່ວມກັບການຈັດຕັ້ງບ້ານ, ຂັ້ນເມືອງ, ຂັ້ນນວ, ຂັ້ນການນໍານວ ແລະ ຖ້າຍັງບໍ່ສາມາດແກ້ໄຂໄດ້ ແມ່ນສະເໜີປະຕິບັດຕາມຂັ້ນຕອນຂອງລະບຽບກົດໝາຍ,ມີນິຕິກຳທີ່ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ.
ບັນຫາຄົງຄ້າງ: ເຖິງແມ່ນວ່າຈະໄດ້ຮັບການຮ່ວມມືຈາກປະຊາຊົນໃນການຈັດຕັ້ງປະຕິບັດໂຄງການສໍາເລັດຕາມແຜນການທາງດ້ານເຕັກນິກ ສໍາລັບວຽກທົດແທນຄ່າເສຍຫາຍ ແມ່ນຍັງຄ້າງ 11 ຄອບຄົວ ຊຶ່ງສາເຫດຕົ້ນຕໍ ແມ່ນບໍ່ຍອມຮັບ ເອົາມູນຄ່າທົດແທນຊັບສິນ ທີ່ທາງຄະນະຮັບຜິດຊອບໂຄງການໄດ້ຄິດໄລ່ ວ່າມູນຄ່າຕໍ່າ ແລະ ມີການຮຽກຮ້ອງໃຫ້ ທົດແທນເນື້ອທີ່ດິນກ້ອງແລວທັງໝົດໂດຍບໍ່ສອດຄ່ອງຕາມນິຕິກຳ ແລະ ມີບາງຄອບຄົວໄດ້ຮຽກຮ້ອງໃຫ້ທົດແທນ ແບບຊື້ເອົາໝົດຕອນດິນ ເຮັດໃຫ້ໂຄງການບໍ່ສາມາດຈ່າຍໄດ້, ໃນຈໍານວນ 11 ຄອບຄົວທີ່ຍັງແກ້ໄຂບໍ່ສໍາເລັດ.ຂໍ້ຫຍຸ້ງຍາກຍັງມີຄອບຄົວທີ່ຖືກຜົນກະທົບກ້ອງແລວສາຍສົ່ງຈໍານວນໜຶ່ງ ຮຽກຮ້ອງໃຫ້ຈ່າຍຄ່າທົດແທນທີ່ດິນ ຊຶ່ງບໍ່ຢູ່ໃນເງື່ອນໄຂທີ່ນິຕິກຳໄດ້ກຳນົດ, ມີບາງຕອນດິນ ໄດ້ມີການຊື້-ຂາຍ ປ່ຽນກຳມະສິດນໍາໃຊ້ທີ່ດິນ ຫຍຸ້ງຍາກໃນການຕິດຕໍ່ພົວພັນ ເຮັດໃຫ້ການແກ້ໄຂພົບຂໍ້ຫຍຸ້ງຍາກ, ມີບາງຄອບຄົວ ຮຽກຮ້ອງຄ່າທົດແທນສູງເກີນ ຫົວໜ່ວຍລາຄາທີ່ໄດ້ກຳນົດໄວ້, ສະພາບເສດຖະກິດ-ການເງິນ ພົບຂໍ້ຫຍຸ້ງຍາກ, ເງິນກີບອ່ອນຄ່າ-ສິນຄ້າມີລາຄາເພີ່ມຂຶ້ນສູງ.ວິທີແກ້ໄຂ ແມ່ນປຸກລະດົມ, ຂົນຂວາຍຄອບຄົວທີ່ຖືກຜົນກະທົບຈາກໂຄງການ ໃຫ້ມີຄວາມເຂົ້າໃຈ ແລະ ເສຍສະຫຼະປະກອບສ່ວນໃຫ້ແກ່ປະເທດຊາດ, ຄະນະຮັບຜິດຊອບຂັ້ນນະຄອນຫຼວງວຽງຈັນ, ເມືອງ, ບ້ານ ແລະ ເຈົ້າຂອງໂຄງການ ສືບຕໍ່ຊີ້ແຈງ, ປຶກສາຫາລື ກັບປະຊາຊົນ, ຄອບຄົວທີ່ຖືກຜົນກະທົບ ໃຫ້ເຂົ້າໃຈເຖິງຄວາມຈໍາເປັນຂອງລັດຖະບານ ໃນການພັດທະນາໂຄງການສາຍສົ່ງໄຟຟ້າແຮງສູງ ໂດຍຢຶດໝັ້ນຫຼັກການທົດແທນໃຫ້ມີຄວາມເອກະພາບ ຕາມຫົວໜ່ວຍລາຄາ ທີ່ໄດ້ກຳນົດໄວ້ຕາມນິຕິກຳ, ໃນກໍລະນີສາຍສົ່ງໄຟຟ້າໄປຜ່ານຕອນດິນທີ່ຢູ່ກ້ອງແລວ ທີ່ບໍ່ມີຊັບສິນປະເພດສິ່ງປຸກສ້າງ ແລະ ຕົ້ນໄມ້ອຸດສາຫະກຳ-ຕົ້ນໄມ້ກິນໝາກ ຈະໄດ້ມີການປຸກລະດົມໃຫ້ມີການເສຍສະຫຼະ ປະກອບສ່ວນຊ່ວຍປະເທດຊາດ ແລະ ກໍລະນີສາຍສົ່ງໄຟຟ້າຜ່ານຕອນດິນ ຢູ່ກ້ອງແລວ ຫາກມີຊັບສິນປະເພດສິ່ງປຸກສ້າງ, ຕົ້ນໄມ້ອຸດສາຫະກຳ-ຕົ້ນໄມ້ກິນໝາກ ແລະ ຕອນດິນໄດ້ຮັບການພັດທະນາ ແມ່ນຈະໄດ້ມີການຄົ້ນຄວ້າ ທົບທວນຄືນ ຕາມຄວາມເໝາະສົມ ສອດຄ່ອງຕາມຫົວໜ່ວຍລະຄາທີ່ກຳນົດ.
(ຂ່າວ: ແສງຈັນ)