ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກປະຈໍາປີ 6 ເດືອນຕົ້ນປີ ແລະ ແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2024ຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດສະໄໝທີ V  ໄດ້ຈັດຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ອົງການໄອຍະການປະຊາຊົນສູງສຸດ (ອອປສ),ພາຍໃຕ້ການເປັນປະທານຂອງສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີ ຮອງເລຂາຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ ເຂົ້າຮ່ວມ.
   ກອງປະຊຸມໄດ້ສະຫຼຸບຕີລາຄາດ້ານດີ ແລະ ຜົນສໍາເລັດໄລຍະຜ່ານມາໂດຍຫຍໍ້ວ່າ: ຄະນະບໍລິຫານງານພັກ ອອປສ  ຖືເອົາວຽກງານການເມືອງ-ແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ ແຕ່ລະຂັ້ນຢ່າງໜັກແໜ້ນ ຕິດພັນກັບການບໍາລຸງຍົກລະດັບທາງດ້ານ ທິດສະດີການເມືອງ-ການປົກຄອງ ແລະ ວິຊາສະເພາະໃນໄລຍະສັ້ນ, ໄລຍະຍາວທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງເປັນລະບົບຕໍ່ເນື່ອງ, ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາ ມະຕິກອງປະຊຸມໃຫຍ່ຂອງສູນກາງພັກ ສະໄໝທີ XI ແລະ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ຈັດຕັ້ງປາຖະກະຖາວັນສໍາຄັນຕ່າງໆ ຂອງຊາດ ແລະ ຂອງສາກົນ ຕິດພັນກັບການປັບປຸງການຈັດຕັ້ງຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນໃຫ້ທົ່ວເຖິງ ໄດ້ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ, ຜັນຂະຫຍາຍ 6 ແຜນງານ 25 ໂຄງການ ແລະ 96 ບັນດາກິດຈະກໍາເຂົ້າສູ່ວຽກງານຕົວຈິງ, ຈັດຕັ້ງເຜີຍແຜ່ບັນດານິຕິກໍາ ຂອງຫົວໜ້າອອປສ ໂດຍສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບບັນຫາຢາເສບຕິດ, ກຽມຄວາມພ້ອມຮອບດ້ານໃນກະກຽມການດໍາເນີນກອງປະຊຸມ 3 ຂັ້ນ ໃຫ້ທັນຕາມກໍານົດເວລາເຫັນວ່າຖັນແຖວສະມາຊິກພັກພະນັກງານ-ລັດຖະກອນ ມີແນວຄິດທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ກໍຄືອຸດົມການສັງຄົມນິຍົມ,ມີຄວາມຫ້າວຫັນ ແລະ ເປັນເຈົ້າການປະຕິບັດໜ້າທີ່ວຽກງານສໍາເລັດຜົນເປັນຢ່າງດີ ແລະ ຕີຖອຍປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານໄອຍະການ, ພ້ອມນັ້ນກໍມີການສໍາຫຼວດກວດກາ ແລະ ປະຕິບັດວິໄນຕໍ່ຜູ້ທີ່ລະເມີດກົດໝາຍຈໍານວນໜຶ່ງ. ໂດຍລວມແລ້ວເຫັນໄດ້ວ່າສະມາຊິກພັກ, ພະນັກງານ ໃນທົ່ວລະບົບອົງການໄອຍະການປະຊາຊົນ ສ່ວນຫຼາຍມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມຊື່ສັດບໍລິສຸດ ພາຍໃນມີຄວາມສາມັກຄີເປັນເອກະພາບ ແລະ ປະຕິບັດໜ້າທີ່ດ້ວຍຈິດໃຈຟົດຟື້ນຕິດພັນກັບການຊຸກຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາດ້ວຍຄໍາຂວັນ 3 ມີ 4 ຮັບປະກັນຂອງ ອົງການໄອຍະການປະຊາຊົນສູງສຸດ ວາງອອກຢ່າງເປັນຂະບວນກວ້າງຂວາງ.     
ດ້ານວຽກງານວິຊາສະເພາະຖືເປັນໜ້າທີ່ໃຈກາງໂດຍຢຶດໝັ້ນລັດຖະທໍາມະນູນ ແລະ ກົດໝາຍເພື່ອຮັບປະກັນ ໃຫ້ແກ່ການປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທໍາ, ພ້ອມທັງເພີ່ມທະວີການບໍາລຸງຍົກລະດັບດ້ານຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ຄຸນສົມບັດສິນທໍາປະຕິວັດ, ຈັນຍາບັນ, ຈັນຍາທໍາ ຂອງພະນັກງານໄອຍະການປະຊາຊົນຂັ້ນຕ່າງໆ ແລະ ສູ້ຊົນຄົ້ນຄວ້າແກ້ໄຂຄະດີອາຍາຂັ້ນລົບລ້າງ ແລະ ຄໍາສະເໜີ, ຄໍາຊີ້ຂາດ, ສໍານວນທວງຕາມຂໍ້ຕົກລົງຂອງສະພາແຫ່ງຊາດ, ຄໍາຮ້ອງຂໍຮື້ຟື້ນ ແລະ ຄໍາຮ້ອງຕ່າງໆ ມີທັງໝົດ 357 ເລື່ອງ, ແກ້ໄຂແລ້ວ 219 ເລື່ອງ, ຍັງຄ້າງ 138 ເລື່ອງ, ຄະດີແພ່ງຂັ້ນລົບລ້າງ, ຂັ້ນຮື້ຟື້ນ ແລະ ຄໍາຮ້ອງຕ່າງໆ ທັງໝົດ 456 ເລື່ອງ, ແກ້ໄຂແລ້ວ 301 ເລື່ອງ, ຍັງຄ້າງ 155 ເລື່ອງ, ສະຫຼຸບວຽກງານອະໄພຍະໂທດ ປະຈໍາປີ 2023. ຕິດຕາມຊຸກຍູ້ລົງກວດກາຄ້າຍຄຸ້ມຂັງ, ດັດສ້າງ ກ່ຽວກັບນັກໂທດກາຍກໍານົດ, ບໍ່ມີຄໍາຕັດສິນຂອງສານ, ປັບປຸງຮ່າງລັດຖະບັນຍັດວ່າດ້ວຍການໃຫ້ອະໄພຍະໂທດ, ຄົ້ນຄວ້າການສະເໜີອະໄພຍະໂທດ ປະຈໍາປີ 2024, ວຽກງານຕິດຕາມກວດກາທົ່ວໄປ ໄດ້ຮັບການຈັດຕັ້ງປະຕິບັດດ້ວຍບາດກ້າວໃໝ່ ດ້ວຍການຕິດຕາມເກັບກໍາຂໍ້ມູນສອບຖາມວິໄຈອາຊະຍາກໍາຢາເສບຕິດ, ສະຖິຕິການປະຕິບັດຄໍາຕັດສິນຂອງສານ, ຄົ້ນຄວ້ານິຕິກໍາກ່ຽວກັບການດໍາເນີນຄະດີປົກຄອງ, ພ້ອມນັ້ນຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ໄດ້ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າທີ່ຢ່າງເປັນເຈົ້າການ ແລະ ມີຜົນສໍາເລັດເປັນຢ່າງດີ.
  ພ້ອມນັ້ນໄດ້ສືບຕໍ່ພັດທະນາພື້ນຖານໂຄງລ່າງຢ່າງມີຈຸດສຸມ ເປັນຕົ້ນສຸມໃສ່ກະກຽມກໍ່ສ້າງ ແລະ ປັບປຸງແບບຫ້ອງການຂອງອົງການໄອຍະການປະຊາຊົນ ແຂວງບໍ່ແກ້ວ, ໄຊຍະບູລີ ເຂດ 2 ແຂວງໄຊສົມບູນ ແລະ ເຂດ, ໄດ້ປັບປຸງລະບົບເຕັກນິກ, ຂໍ້ມູນຂ່າວສານເພື່ອຮັບປະກັນການໂຄສະນາເຜີຍແຜ່ການປະຕິບັດພາລະບົດບາດ ຂອງອົງການໄອຍະການປະຊາຊົນ ແຕ່ລະຂັ້ນ ເຮັດໃຫ້ການເຄື່ອນໄຫວວຽກງານວິຊາສະເພາະຫັນເປັນທັນສະໄໝ ແລະ ວ່ອງໄວກວ່າເກົ່າ,  ພ້ອມນັ້ນຍັງໄດ້ນໍາພາໃນການຈັດຕັ້ງປະຕິບັດແຜນງົບປະມານແຕ່ລະງວດໄປຕາມວິໃນການເງິນຢ່າງເຂັ້ມງວດ ແລະ ສາມາດຕອບສະໜອງໄດ້ຄວາມຕ້ອງການຈໍາເປັນແຕ່ລະໄລຍະໄດ້ດີ.
(ຂ່າວ-ພາບ:ຕຸໄລເພັດ )