ຂ່າວຕ່າງປະເທດລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາ, ກອງກຳລັງຕຳຫຼວດສິງກະໂປ ລາຍງານວ່າ: ສູນຕໍ່ຕ້ານການຫຼອກລວງຂອງກອງກຳລັງຕຳຫຼວດສິງກະໂປ ໄດ້ເຮັດວຽກຮ່ວມກັບທະນາຄານ 6 ແຫ່ງເພື່ອຂັດຂວາງການຫຼອກລວງຫຼາຍກວ່າ2.800 ກໍລະນີໃນວັນທີ 1 ພຶດສະພາ -30 ມິຖຸນາ ຜ່ານມາ.
ລາຍງານລະບຸວ່າ: ເຈົ້າໜ້າທີ່ຕຳຫຼວດ ແລະ ກຸ່ມທະນາຄານການຄ້າ ແຈ້ງໃຫ້ເຫຍື່ອລະງັບການໂອນເງິນ ຫຼັງຈາກກວດສອບຕຳແໜ່ງງານ, ການລົງທຶນ ເພື່ອປອມແປງ ຫຼື ຫຼອກລວງ ທາງອີຄອມເມີຊ ດ້ວຍເຕັກໂນໂລຊີຊັອຟແວຫຸ່ນຍົນອັດຕະໂນມັດ (RPA).
ເຈົ້າໜ້າທີ່ຕຳຫຼວດ ແລະກຸ່ມທະນາຄານການຄ້າ ໄດ້ສົ່ງຂໍ້ຄວາມສັ້ນເກືອບ 14.000 ຂໍ້ຄວາມເພື່ອແຈ້ງເຕືອນເຫຍື່ອມິດສາຊີບ ກວ່າ 9.800ລາຍ ແລະ ຫຼີກລ່ຽງການສູນເສຍເງິນທີ່ອາດເກີດຂຶ້ນໄດ້ຫຼາຍກວ່າ47 ລ້ານໂດລາສິງກະໂປ.