ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ ສາມາດບັນລຸໄດ້ຫຼາຍໝາກຜົນທີ່ສຳຄັນ ແລະ ສືບຕໍ່ໄດ້ຮັບການພິສູດວ່າ ແມ່ນສາຍພົວພັນພິເສດທີ່ເປັນເອກະລັກສະເພາະຂອງໂລກ. 
ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດ ນາມ ປະຈຳ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 9 ກໍລະກົດ ນີ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ນອກຈາກການສຸມໃສ່ ປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຂອງແຕ່ລະປະເທດແລ້ວ, ສອງປະເທດຫວຽດນາມ-ລາວ ກໍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາຂໍ້ຕົກລົງ, ສັນຍາຮ່ວມມືສອງຝ່າຍ ຫວຽດນາມ-ລາວ ໄລຍະ 2021-2025 ແລະ ໄລຍະຍາວແມ່ນຍຸດທະສາດ ການຮ່ວມມືໄລຍະ 2021-2030 ຊຶ່ງການພົວພັນດ້ານການເມືອງ ນັບມື້ນັບແໜ້ນແຟ້ນ ເປັນເຂັມທິດເຍືອງທາງໃຫ້ການຮ່ວມມື ລະຫວ່າງສອງປະເທດ; ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຊາຍແດນສືບຕໍ່ໄດ້ຮັບການຮ່ວມມືຢ່າງແໜ້ນແຟ້ນ ໃນທຸກຂົງເຂດ, ໄດ້ປະກອບສ່ວນຮັກສາຄວາມສະຖຽນລະພາບ ແລະ ຄວາມໝັ້ນຄົງດ້ານການເມືອງຢູ່ແຕ່ລະປະເທດ; ການຮ່ວມມືດ້ານເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ ລະຫວ່າງສອງປະເທດ ພວມໄດ້ຜັນຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ, ຕັ້ງໜ້າປະຕິບັດໝາກຜົນຂອງກອງປະຊຸມຄັ້ງທີ 46 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ຫວຽດນາມ-ລາວ; ດ້ານການສຶກສາ ແລະ ການກໍ່ສ້າງຊັບພະຍາກອນມະນຸດສືບຕໍ່ໄດ້ຮັບຄວາມເອົາໃຈໃສ່; ການພົວພັນລະຫວ່າງບັນດາແຂວງຕ່າງໆ ຂອງສອງປະເທດໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ບໍ່ພຽງແຕ່ລະຫວ່າງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ຫຼື ລະຫວ່າງບັນດາແຂວງແຮກສ່ຽວຂອງສອງປະເທດເທົ່ານັ້ນ, ຫາກຍັງໄດ້ຮັບການເປີດກວ້າງ ໄປຮອດບັນດາແຂວງຂອງລາວກັບບັນດາແຂວງ, ນະຄອນຂອງຫວຽດນາມອີກດ້ວຍ, ເຮັດໃຫ້ການຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນນັບມື້ນັບມີປະສິດທິຜົນສູງຂຶ້ນ.
ເຖິງຢ່າງໃດກໍຕາມ ສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ-ລາວ ຍັງປະສົບກັບຄວາມ ຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງເຄັ່ງຕຶງຈາກສະພາບແວດລ້ອມສາກົນ, ພາກພື້ນ. ແຕ່ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຢ່າງສູງສຸດຂອງສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງປະເທດ, ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ຈະໄດ້ຮັບການຮັກສາ ແລະ ເພິ່ມພູມຄູນສ້າງຕະຫຼອດໄປ ຄືດັ່ງຄວາມຫວັງຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: “ເຖິງວ່າພູຈະຖືກເຊາະເຈື່ອນ, ແມ່ນໍ້າລໍາເຊຈະເຫືອດແຫ້ງ, ແຕ່ສາຍພົວພັນມິດຕະພາບ ລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຊົ່ວກາລະນານ” ແລະ ສາຍພົວພັນດັ່ງກ່າວຈະໄດ້ຮັບການພັດທະນາ ຈະເລີນງອກງາມຢ່າງບໍ່ຢຸດຢັ້ງເພື່ອ ຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.
ສະຫາຍ ຫງວຽນ ບ໋າ ຮຸ່ງ ຍັງໄດ້ກ່າວອີກວ່າ: ເພື່ອຮັກສາໄວ້ ແລະ ພັດທະນາສາຍພົວພັນພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນຫຼາຍກວ່າ ແລະ ນຳເອົາຜົນປະໂຫຍດຢ່າງແທ້ຈິງໃຫ້ແກ່ສອງປະເທດ, ພິເສດ, ບໍ່ມີອິດທິກຳລັງໃດໆ ສາມາດແຍກສາຍພົວພັນສອງປະເທດ ດັ່ງຄືຄຳເວົ້າຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ, ຂ້າພະເຈົ້າຄິດວ່າສອງປະເທດພວກເຮົາ ຕ້ອງການສືບຕໍ່ຄຽງບ່າຄຽງໄຫຼ່ກັນ, ເພີ່ມທະວີປະສິດທິຜົນການຮ່ວມມື; ໃນຕໍ່ໜ້າ, ສອງປະເທດຄວນສຸມໃສ່ບັນດາບູລິມະສິດຄື: ສືບຕໍ່ຂະຫຍາຍສາຍພົວພັນເຂົ້າສູ່ລວງເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງຢ່າງດີ, ພິເສດ, ຕ້ອງການສືບຕໍ່ຮັກສາໄວ້ ແລະ ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງການນຳຂັ້ນສູງສອງປະເທດ; ເຊື່ອມຊຶມ ແລະ ຍົກສູງຄວມຮັບຮູ້ກ່ຽວກັບຄວາມສຳຄັນຂອງສາຍພັວພັນພິເສດຫວຽດນາມ-ລາວ ໃຫ້ທົ່ວປວງຊົນ; ຍົກລະດັບການຮ່ວມມືດ້ານເສດຖະກິດຂອງສອງປະເທດດ້ວຍການເປີດກວ້າງ, ຍົກລະດັບການເຊື່ອມຕໍ່ຄົມມະນາຄົມຕາເວນອອກ-ຕາເວນຕົກ; ສ້າງກົນໄກຮ່ວມມືຄົບຊຸດ, ນະໂຍບາຍພິເສດເພື່ອປົດປ່ອຍຊັບພະຍາກອນມະນຸດ, ອຳນວຍຄວາມສະດວກທີ່ສຸດໃຫ້ແກ່ວິສາຫະກິດ, ປະຊາຊົນສອງຊາດໄດ້ລົງທຶນ ແລະ ເຮັດທຸລະກິດ; ແກ້ໄຂຂໍ້ຄົງຄ້າງດ້ວຍບັນດາວິທີການບຸກທະລຸ; ເສີມຂະຫຍາຍບັນດາຮູບແບບຮ່ວມມືໃໝ່ ເພື່ອນຳໃຊ້ຄວາມສາມາດບົ່ມຊ້ອນ, ທ່າແຮງຂອງສອງປະເທດ ແລະ ຍາດແຍ່ງກຳລັງບົ່ມຊ້ອນກ່ຽວກັບທຶນຮອນ, ບົດຮຽນ, ເຕັກໂນໂລຊີຂອງຄູ່ຮ່ວມມື; ນຳໃຊ້ບັນດາສົນທິສັນຍາການຄ້າເສລີເພື່ອເພີ່ມທະວີປະສິດທິຜົນການຄ້າ, ເປີດກວ້າງຕະຫຼາດ ແລະ ດຶງດູດການລົງທຶນ; ສຸມໃສ່ຄຸນນະພາບ, ປະສິດທິຜົນໃນການພັດທະນາຊັບພະຍາກອນມະນຸດ ເພື່ອຕອບສະໜອງບັນດາຄວາມຕ້ອງການຂອງການພັດທະນາຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນເຂົ້າໃນການຮັດແໜ້ນຄວາມຮັກແພງສະໜິດສະໜົມ, ຄວາມສາມັກຄີ ລະຫວ່າງປະຊາຊົນສອງຊາດ. 
ຂ່າວ: ຂປລ