(ສພຊ)ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ປະຈຳເດືອນມິຖຸນາ2024 ໄດ້ດໍາເນີນໃນລະຫວ່າງວັນທີ 8-10 ກໍລະກົດ ນີ້ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະທານຄະນະປະຈໍາສະພາແຫ່ງຊາດ,ມີບັນດາທ່ານຮອງປະທານຄະນະປະຈໍາສະພາແຫ່ງຊາດ ແລະ ກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ເປັນຕົ້ນການສະເໜີຂອງລັດຖະບານກ່ຽວກັບການຫັນປ່ຽນທີ່ດິນປ່າໄມ້ທຳມະຊາດ ໄປເປັນດິນປະເພດອື່ນ ແລະ ຂໍຍົກເວັ້ນຄ່າທຳນຽມໃນການຫັນປ່ຽນທີ່ດິນປ່າໄມ້ ຢູ່ເຂດບ້ານປັກແຮດ ເມືອງນາຊາຍທອງນະຄອນຫຼວງວຽງຈັນ ເພື່ອສ້າງຕັ້ງໂຮງຮຽນເຫຼົ່າຮົບ, ລາຍງານຄວາມຄືບໜ້າການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສະເໜີແຕ່ງຕັ້ງຜູ້ພິພາກສາ ແລະ ຮອງປະທານສານປະຊາຊົນທ້ອງຖິ່ນ, ການສະເໜີຮັບຮອງເອົາການສ້າງຕັ້ງສານປະຊາຊົນເຂດ II ແຂວງເຊກອງ ຕາມໜັງສືສະເໜີຂອງສານປະຊາຊົນສູງສຸດ, ລາຍງານຜົນການຄົ້ນຄວ້າໜັງສືສະເໜີການປັບປຸງຮ່າງດຳລັດວ່າດ້ວຍການຄຸ້ມຄອງທຸລະກິດກາຊິໂນ, ລາຍງານບາງເນື້ອໃນຂອງກົດໝາຍທີ່ຕິດພັນກັບກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ລາຍງານການກະກຽມຮອບດ້ານໃຫ້ແກ່ການເປັນເຈົ້າພາບກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 45,ລາຍງານຜົນສຳເລັດການຕ້ອນຮັບຄະນະຂອງທ່ານຮອງປະທານສະພາແຫ່ງຊາດ ສສຫວຽດນາມ, ລາຍງານແຜນການຕິດຕາມກວດກາການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ, ລາຍງານຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX,ລາຍງານຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ນອກຈາກນັ້ນ, ຍັງໄດ້ຮັບຟັງລາຍງານການປັບປຸງ 3 ຮ່າງມະຕິຄື: ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024, ຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຄວາມຄືບໜ້າການແກ້ໄຂຕາມຜົນການກວດສອບປະຈຳປີ 2023 ຂອງອົງການກວດສອບແຫ່ງລັດ.
(ຂ່າວ: ນາງ ກຸກກິກ ບຸດດາໄຊ, ພາບ: ສອນສັກ ວັນວິໄຊ)