ທ່ານ ງາມປະສົງ ເມືອງມະນີລັດຖະມົນຕີ (ລມຕ)ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເຮເທີຣໂຣຊ ວາເຣຍວາ(H.E. Ms. Heather Roach Variava) ເອກອັກຄະລັດຖະທູດສະຫະລັດອາເມຣິກາຄົນໃໝ່ປະຈຳສປປ ລາວໃນວັນທີ 8 ກໍລະກົດຜ່ານມາ ທີ່ກະຊວງດັ່ງກ່າວ.
ໃນໂອກາດນີ້, ທ່ານງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານນາງ ເຮເທີຣ ໂຣຊ ວາເຣຍວາ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕໍາແໜ່ງທີ່ສຳຄັນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ສາຍພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ສະຫະລັດອາເມຣິກາໃຫ້ແກ່ ສປປ ລາວ ໂດຍສະເພາະວຽກງານຄົມມະນາຄົມຂົນສົ່ງໃນໄລຍະຜ່ານມາ. 
ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດອາເມຣິກາປະຈຳ ສປປ ລາວຈະສືບຕໍ່ຮ່ວມມື ແລະ ໃຫ້ການສະໜັບສະໜູນແກ່ວຽກງານຂອງຂະແໜງ ຍທຂ ໂດຍການເຂົ້າຮ່ວມຝຶກອົບຮົມ, ແລກປ່ຽນຄວາມຮູ້ບົດຮຽນທີ່ດີຂອງສະຫະລັດອາເມຣິກາ.ໃນໄລຍະຜ່ານມາ, ພະນັກງານຂອງຂະແໜງ ຍທຂ ໄດ້ເຂົ້າຮ່ວມຝຶກອົບຮົມແລກປ່ຽນບົດຮຽນ ແລະ ທັດສະນະສຶກສາຢູ່ສະຫະລັດອາເມຣິກາໃນຂົງເຂດຄົມມະນາຄົມຂົນສົ່ງ ເປັນຕົ້ນການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ກ່ຽວກັບການຈັດຊື້-ຈັດຈ້າງ, ການສະໜັບສະໜູນທາງດ້ານການເງິນ ໃນການພັດທະນາໂຄງລ່າງພື້ນຖານ, ການດຶງດູດການລົງທຶນໃນການພັດທະນາໂຄງລ່າງພື້ນຖານ, ການພັດທະນາທ່າເຮືອ ແລະ ອື່ນໆ.
ໂອກາດດັ່ງກ່າວ,ທ່ານນາງ ເຮເທີຣ ໂຣຊ ວາເຣຍວາໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າທາງດ້ານວິຊາການ ໂດຍສະເພາະການຈັດຝຶກອົບຮົມກ່ຽວກັບໂຄງສ້າງພື້ນຖານທີ່ຍືນຍົງ ແລະ ທົນທານ, ການລົງທຶນດ້ານໂຄງລ່າງພື້ນຖານ ແລະ ການດຶງດູດການລົງທຶນ. ຈາກນັ້ນ, ທ່ານນາງ ເຮເທີຣ ໂຣຊ ວາເຣຍວາໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີ ກະຊວງ ຍທຂ ແລະ ຈະສືບຕໍ່ໃນການສະໜັບສະໜູນໃຫ້ການຮ່ວມມືກັບກະຊວງ ຍທຂໃນການພັດທະນາຂິີດຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ ຍທຂ ທາງດ້ານວິຊາການໃຫ້ນັບມື້ນັບມີການພັດທະນາຂຶ້ນຢ່າງຕໍ່ເນື່ອງ.
ຂ່າວ: ວຽງຄອນ