ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ(ຄຊກມດ) ໄດ້ຈັດກອງປະຊຸມຄົບຄະນະຂອງ ຄຊກມດປະຈຳ 6 ເດືອນຕົ້ນປີ 2024 ຂຶ້ນໃນວັນທີ 9 ກໍລະກົດນີ້ ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ປະທານຄຊກມດ, ມີປະທານສູນກາງສະຫະພັນແມ່ຍິງລາວ (ສສຍລ), ຮອງລັດຖະມົນຕີ, ຮອງປະທານອົງການ,ກໍາມະການ ຄຊກມດ ທີ່ກ່ຽວຂ້ອງເຂົ້າຮ່ວມ.
    ທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສສຍລຮອງປະທານຜູ້ປະຈໍາການ ຄຊກມດ  ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ6 ເດືອນຕົ້ນປີຂອງ ຄຊກມດ ແລະ ການປະຕິບັດພັນທະສາກົນຂອງ ຄຊກມດ ເພື່ອປຶກສາຫາລື ເປັນເອກະພາບຕໍ່ກັບວິທີການແກ້ໄຂໃນຕໍ່ໜ້າກ່ຽວກັບຂໍ້ຄົງຄ້າງ ແລະ ບັນດາສິ່ງທ້າຍທາຍ ໂດຍສະເພາະບັນຫາດ້ານກົງຈັກການຈັດຕັ້ງ, ບຸກຄະລາກອນ, ງົບປະມານ, ລະບົບກົນໄກການປະສານງານ ແລະ ການລາຍງານຂອງບັນດາ ຄກມດ ກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນຕໍ່ ຄຊກມດ.ຜ່ານການລາຍງານການຈັດຕັ້ງປະຕິບັດວຽກງານໃນ6 ເດືອນຕົ້ນປີມີຄວາມຄືບໜ້າ ເປັນຕົ້ນການສ້າງຄວາມເຂັ້ມແຂງໃຫ້ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄກມດ) ແລະ ຫ້ອງການ ຄຊກມດ ດ້ານວິຊາການ ໂດຍຜ່ານຂະບວນການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ການເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ພາຍໃນປະເທດ; ສໍາເລັດການຕອບຄຳຖາມເຈາະຈີ້ມ (List of Issue) ທີ່ຕິດພັນກັບບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ໃນການຈັດຕັ້ງປະຕິບັດສົນທິສັນຍາຊີດໍໃນ ສປປ ລາວ ພ້ອມທັງສົ່ງໃຫ້ຄະນະກໍາມະການຊີດໍ ສປຊ ໃນວັນທີ 8 ເມສາ 2024; ສຳເລັດການຈັດສົ່ງບົດລາຍງານແຫ່ງຊາດປະຈຳໄລຍະທີ 7 ໃນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ສອງອະນຸສັນຍາເພີ່ມເຕີມໃຫ້ອົງການສະຫະປະຊາຊາດຕາມລະບຽບການ; ຮ່າງບົດລາຍງານການຈັດຕັ້ງປະຕິບັດຖະແຫຼງການ ແລະ ແຜນປະຕິບັດງານປັກກິ່ງ+30 ຂອງ ສປປ ລາວ ແລະສົ່ງຄໍາຕອບຜ່ານອອນລາຍໃຫ້ອົງການ UN Women ອາຊີ-ປາຊີຟິກ ແລະ ສໍາເລັດການປຶກສາຫາລື ແລະ ກະກຽມຄວາມພ້ອມເພື່ອເປັນເຈົ້າພາບຈັດເວທີເດັກອາຊຽນຄັ້ງທີ 8.
ກອງປະຊຸມເຫັນດີຕໍ່ກັບແຜນວຽກຈຸດສຸມ 6 ເດືອນທ້າຍປີ 2024 ໂດຍສະເພາະການປະຕິບັດພັນທະພາກພື້ນ ແລະ ສາກົນ ກ່ຽວກັບສິດທິແມ່ຍິງ ແລະ ສິດທິເດັກ ເປັນຕົ້ນໃຫ້ສຳເລັດການປະເມີນການຈັດຕັ້ງປະຕິບັດໄລຍະກາງສະໄໝ ແຜນດໍາເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025), ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III (2021-2025) ແລະ ແຜນດໍາເນີນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ5 ປີ ຄັ້ງທີ II (2021-2025) ພ້ອມທັງກໍານົດວຽກບຸລິມະສິດທ້າຍສະໄໝ ແລະ ທິດທາງໃນການສ້າງແຜນໄລຍະໃໝ່ (2026-2030) ໂດຍຕິດພັນກັບການສ້າງຄວາມເຂັ້ມແຂງໃຫ້ ຄກມດ ແລະ ເສນາທິການຊ່ວຍວຽກຂັ້ນກະຊວງ, ອົງການ; ຈັດເວທີເດັກອາຊຽນ ຄັ້ງທີ 8 ທີ່ ສປປ ລາວ ເປັນເຈົ້າພາບໃນວັນທີ 19-21 ສິງຫາ 2024; ການປະຕິບັດພັນທະສົນທິສັນຍາຊີດໍ:ກະກຽມສະເຫຼີມສະຫຼອງສົນທິສັນຍາວ່າດ້ວຍການລຶບລ້າງຄວາມທຸກຍາກຮູບການຈໍາແນກຕໍ່ແມ່ຍິງ ຄົບຮອບ 43 ປີ (1981-2024), ຄາດຄະເນໃນທ້າຍໄຕມາດ 3 ຫຼື 4, 2024; ກະກຽມຄວາມພ້ອມທາງດ້ານເນື້ອໃນ ແລະ ຄະນະຜູ້ແທນເພື່ອເຂົ້າຮ່ວມການພິຈາລະນາບົດລາຍງານແຫ່ງຊາດປະຈໍາໄລຍະທີ 10 ກ່ຽວກັບການຈັດຕັ້ງປະຕິບັດສົນທິສັນຍາຊີດໍ ໃນສປປ ລາວ ຄາດຄະເນໃນໄຕມາດ 4, 2024 ທີ່ເຈນີວາ ປະເທດສະວິດ; ຈັດຕັ້ງຂະບວນການສະເຫຼີມສະຫຼອງວັນເດັກໂລກ (20 ພະຈິກ) ແລະ ຈັດຕັ້ງຂະບວນການລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກປະຈໍາປີ 2024.
ຂ່າວ: ຍຸພິນທອງ