ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໃນວັນທີ 9ກໍລະກົດນີ້ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13ເໜືອ ໄລຍະສາມແຍກສີໄຄ-ສີ່ແຍກສີເກີດ ວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13ເໜືອ ໄລຍະສາມແຍກສີໄຄ-ສີ່ແຍກສີເກີດ ມີລວງຍາວທັງໝົດ 6 ກິໂລແມັດ, ໜ້າທາງກວ້າງ 23ແມັດ, ປະກອບມີ 4ຊ່ອງຈາລະຈອນ, ມີດອນກາງທາງ, ມີໄຟເຍືອງທາງ ແລະ ຮ່ອງລະບາຍນໍ້າຂ້າງທາງແບບປິດ, ມູນຄ່າສັນຍາ 10,29 ລ້ານໂດລາ, ກຸ່ມບໍລິສັດຕັ້ງຈະເລີນ ຈຳກັດຜູ້ຮັບເໝົາກໍ່ສ້າງ, ບໍລິສັດທີ່ປຶກສາ ບໍລິສັດ Dongsung ແລະ Dasan ຈາກເກົາຫຼີ ຮ່ວມກັບ Lao Consulting Group ຈາກ ສປປ ລາວ,ໄລຍະເວລາກໍ່ສ້າງ 1.5ປີ, ໄລຍະເວລາບູລະນະຮັກສາສ້ອມແປງ 3ປີ, ໂຄງການດັ່ງກ່າວ ກະຊວງຍທຂ ເປັນເຈົ້າຂອງໂຄງການ, ແຫຼ່ງທຶນມີ 4 ແຫຼ່ງທຶນ, ປະກອບມີ: ທະນາຄານໂລກ,ທະນາຄານການລົງທຶນໂຄງລ່າງອາຊີ (AIIB), ກອງທຶນນໍດິກເພື່ອການພັດທະນາ (NDF) ແລະ ທຶນສົມທົບຂອງລັດຖະບານ (GoL),ປັດຈຸບັນມີຄວາມຄືບໜ້າ 47%,ຫຼຸດແຜນການ 17% ເນື່ອງຈາກວ່າ ໄລຍະນີ້ແມ່ນໄລຍະລະດູຝົນ ບໍ່ສາມາດຈັດຕັ້ງປະຕິບັດວຽກດິນຜົນກະທົບດ້ານສິ່ງແວດລ້ອມຈໍານວນຄອບຄົວທັງໝົດ 587 ຄອບຄົວ, ເຊັນບົດບັນທຶກເຫັນດີຮັບເອົາຄ່າຊົດເຊີຍຈ່າຍ ໄປແລ້ວທັງໝົດ 578 ຄອບຄົວ, ຈໍານວນ 24.729.281.627 ກີບ, ຄິດເປັນ 98,47%, ຍັງເຫຼືອ 9 ຄອບຄົວ, ຂັ້ນຕອນຊົດເຊີຍ,
ວຽກຄົງຄ້າງ: ໂຄງການດັ່ງກ່າວ, ການກໍ່ສ້າງໃນຕົວເມືອງມີຊຸມຊົນໜາແໜ້ນ, ມີຜູ້ຊົມໃຊ້ເສັ້ນທາງ ຕະຫຼອດເວລາ, ມີຜູ້ເຮັດທຸລະກິດແລະຊາວຄ້າຂາຍ, ມີ 3ຕະຫຼາດໃຫຍ່: ມີລົດບັນທຸກໜັກແລ່ນຜ່ານ, ກະທົບຕໍ່ກັບ ການກໍ່ສ້າງ,ເກີດມີຂີ້ຝຸ່ນໄຫງ່,ລົດແລ່ນໄວ, ການຍົກຍ້າຍສິ່ງກີດຂວາງຍັງຄ້າງຄາຈໍານວນໜຶ່ງ ແລະ ບັນຫານໍ້າອັ່ງຂ້າງທາງຍັງເກີດມີ ຍ້ອນການກໍ່ສ້າງ ຮ່ອງລະບາຍນໍ້າຍັງບໍ່ທັນແລ້ວ ແລະ ເຊື່ອມຈອດກັນເທື່ອ ພ້ອມກັນນັ້ນ ຄອງລະບາຍນໍ້າອອກຈາກທາງໄປຫາ ຮ່ອງທໍາມະຊາດ ຍັງມີສິ່ງເສດເຫຼືອອຸຕັນ ບໍ່ໄດ້ຮັບການອະນາໄມ ເກີດບັນຫາເຮັດໃຫ້ນໍ້າໄຫຼບໍ່ທັນ.
ທ່ານ ບຸນຍະວັດ ນິລະໄຊຍ໌ ກ່າວຕື່ມວ່າ: ແຜນໃນຕໍ່ໜ້າ ບໍລິສັດຮັບເໝົາ ກໍາລັງດັດແກ້ ແຜນເລັ່ງວຽກ ໂດຍໄດ້ເພີ່ມທີມງານເທໜ້າທາງຂຶ້ນອີກ 2ທີມ ພ້ອມນັ້ນ, ຕ້ອງໄດ້ເຮັດວຽກ ກາງຄືນໄປພ້ອມ(ເປັນກະ) ເພື່ອໃຫ້ສຳເລັດ. ເພີ່ມທີມງານກໍ່ສ້າງຮ່ອງນໍ້າ, ເລັ່ງຖອນຫຼັກເສົາໄຟຟ້າເກົ່າທີ່ນອນໃນເຂດກໍ່ສ້າງ, ລວມທັງ ກ້ອງວົງຈອນປິດ ແລະ ສາຍໄຍແກ້ວ,ປະສານພະແນກຕຳຫຼວດຈະລາຈອນ ໃນການລະບາຍການສັນຈອນ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ການກໍ່ສ້າງ. 
(ຂ່າວ-ພາບ: ແສງຈັນ)