ກົມໃຫຍ່ການເມືອງກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ2024ຂຶ້ນເມື່ອບໍ່ດົນມານີ້ໂດຍການເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະນຳກົມໃຫຍ່ການເມືອງກອງທັບ,ຄະນະພັກ-ຄະນະບັນຊາ,ກົມ,ກອງກ່ຽວຂ້ອງເຂົ້າຮ່ວມ.
    ສະຫາຍ ພັນເອກ ວັນໄຊ ຄຳພາວົງ ຮອງຫົວໜ້າຫ້ອງການກົມໃຫຍ່ການເມືອງກອງທັບໄດ້ຍົກໃຫ້ເຫັນ ການຈັດຕັ້ງປະຕິບັດວຽກງານຈຸດສຸມໃນໄລຍະ6ເດືອນຕົ້ນປີ ແລະ ແຜນການ6 ເດືອນທ້າຍປີ2024 ໂດຍໄດ້ປະຕິດບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ຕິດພັນກັບວຽກງານ 3 ສ້າງ, ສຸມໃສ່ການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນຢູ່ບັນດາຈຸດສຸມທົ່ວປະເທດ, ຊີ້ນໍາບັນດາກຳລັງກໍ່ສ້າງຮາກຖານຂອງກະຊວງ,ກົມກອງທ້ອງຖິ່ນໃຫ້ມີສະຕິລະວັງຕົວຕໍ່ກົນອຸບາຍຂອງກຸ່ມຄົນບໍ່ດີເພື່ອສະກັດກັ້ນໃຫ້ທັນເວລາ, ສຳລັບວຽກງານປັບປຸງກໍ່ສ້າງກໍາລັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ເຊື່ຶອມຊຶມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ,ສຸມໃສ່ເຮັດໃຫ້ປະເທດຊາດມີຄວາມສະຫງົບ,ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບທົ່ວກອງທັບເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ,ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຈັດຕັ້ງເຜີຍແຜ່ 2 ວາລະແຫ່ງຊາດ ຕິດພັນກັບການໂຄສະນາປາຖະກະຖາວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ. ໃນນີ້ວຽກງານທີ່ພົ້ນເດັ່ນໃນໄລຍະຜ່ານມາໄດ້ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ສະຫຼຸບຕີລາຄາຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມບັນດາກົມກອງທ້ອງຖິ່ນ,ຈັດຕັ້ງກອງປະຊຸມສະຫຼຸບ-ປະເມີນຜົນວຽກງານກອງທຶນຊາວໜຸ່ມກອງທັບປະຈຳປີ 2023, ສະຫຼຸບຖອດຖອນບົດຮຽນການປະຕິບັດຂໍ້ແຂ່ງຂັນ 3 ດີຂອງແມ່ຍິງປະຈຳສົກປີ 2023-2024 ແລະ ຕິດຕາມປະເມີນຜົນວຽກງານ 3 ດີໄລຍະທີ2, ຈັດຕັ້ງເຜີຍແຜ່ກົດລະບຽບຂອງສະຫະພັນແມ່ຍິງລາວ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານກອງທຶນແມ່ຍິງກອງທັບຢູ່ບັນດາກົມກອງກຳລັງຫຼວງສຳເລັດ 23 ກົມກອງ,ລົງຊຸກຍູ້ການເຄື່ອນໄຫວວຽກງານຂະບວນການປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຢູ່ບັນດາຮາກຖານກຳມະບານກອງທັບ, ຊຸກຍູ້ການປະຕິບັດວຽກງານນະໂຍບາຍຢູ່ບັນດາກົມກອງກຳລັງຫຼວງ-ທ້ອງຖິ່ນ, ຄົ້ນຄວ້າຍ້ອງຍໍບຸກຄົນດີເດັ່ນໃນໂອກາດວັນສ້າງຕັ້ງກອງທັບຄົບຮອບ 75 ປີ; ລວມມີຫຼຽນໄຊພິລະອາດຫານ(ຊັ້ນ I, II, III) ຈໍານວນ 15.920 ໜ່ວຍ, ຫຼຽນກຽດຕິຄຸນກອງທັບ 104 ໜ່ວຍ, ຫຼຽນກາລະນຶກ 70 ປີກອງທັບ 3 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆຈໍານວນ 17.183 ໃບ. ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບວຽກງານຮອບດ້ານ ແລະ ທິດທາງແຜນການຢ່າງກົງໄປກົງມາ.
    ໂອກາດນີ້, ສະຫາຍ ພົນໂທ ທອງລອຍ ສີລິວົງ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ເອົາໃຈໃສ່ຄວາມສາມັກຄີພາຍໃນຕ້ອງແໜ້ນແຟ້ນພ້ອມກັນຮັກສາຄວາມສະຫງົບ, ສຸມໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກຢ່າງແຂງແຮງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ການປະຕິບັດວຽກງານນະໂຍບາຍເໝາະສົມຖືກຕ້ອງກັບລະບຽບ ແລະ ກົດໝາຍ, ການປະຕິບັດໜ້າທີ່ວຽກງານຕ້ອງເປັນແບບຢ່າງເຂັ້ມງວດ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ.
ຂ່າວ: ນາງ ນົກ ບຸນມາເລີດ