ທ່ານໄພວີສີບົວລິພາລັດຖະມົນຕີກະຊວງຍຸຕິທຳໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງເຮເທີຣ ໂຣຊ ວາເຣຍວາ(Heat Roach variava) ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາຄົນໃໝ່ປະຈຳລາວໃນວັນທີ 9 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.
ທ່ານໄພວີສີບົວລິພາໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ທ່ານນາງ ເຮເທີຣ ໂຣຊ ວາເຣຍວາ ທີ່ໄດ້ຖືກແຕ່ງຕັ້ງດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດສະຫະລັດອາເມຣິກາຄົນໃໝ່ປະຈຳລາວໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສປປ ລາວ ແລະ ສະຫະລັດອາເມຣິກາໂດຍສະເພາະການຮ່ວມມືລະຫວ່າງກະຊວງຍຸຕິທຳ ແລະສະຫະລັດອາເມຣິກາ.
ໃນໄລຍະຜ່ານມາຈົນເຖິງປັດຈຸບັນກະຊວງຍຸຕິທຳໄດ້ຮັບການສະໜັບສະໜູນແລະຊ່ວຍເຫຼືອຈາກສະຫະລັດອາເມຣິກາໂດຍຜ່ານອົງການ (TAF) ຊຶ່ງແມ່ນໂຄງການສົ່ງເສີມການເຂົ້າເຖິງແລະຄວາມຍຸຕິທຳຂອງປະຊາຊົນໃນ ສປປ ລາວ,ໂຄງການນີ້ເພື່ອສ້າງຂີດຄວາມສາມາດຂອງພະນັກງານແລະຄູ່ຮ່ວມງານອື່ນໆທີ່ກ່ຽວຂ້ອງໃນການສົ່ງເສີມການເຂົ້າເຖິງກົດໝາຍແລະຍຸຕິທຳ, ເພີ່ມຂີດຄວາມສາມາດຂອງສະພາທະນາຍຄວາມໃນວຽກງານຊ່ວຍເຫຼືອທາງດ້ານກົດໝາຍ, ໂຄງການທະນາຍຄວາມເປັນໂຄງການເສີມສ້າງຂີດຄວາມສາມາດໃຫ້ສະພາທະນາຍຄວາມແລະທະນາຍຄວາມລາວ,ສົ່ງເສີມການບໍລິການທາງດ້ານກົດໝາຍໃຫ້ມີປະສິດທິພາບແລະມີຄວາມເປັນມືອາຊີບປະກອບສ່ວນເຂົ້າໃນການສົ່ງເສີມວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍແລະເຂົ້າເຖິງຍຸຕິທຳໃນສປປລາວ.
ຜ່ານການຈັດຕັ້ງປະຕິບັດທັງ 2 ໂຄງການນີ້ ພາຍໃຕ້ການສະໜັບສະໜູນຈາກປະເທດສະຫະລັດອາເມຣິກາ ໂດຍຜ່ານອົງການຈັດຕັ້ງສາກົນ ແມ່ນໄດ້ຮັບຜົນສໍາເລັດຫຼາຍດ້ານເປັນຕົ້ນການເສີມສ້າງຄວາມອາດສາມາດ ແລະພັດທະນາຊັບພະຍາກອນມະນຸດຂອງຂະແໜງຍຸຕິທໍາໃນການຈັດຕັ້ງປະຕິບັດວຽກງານທາງດ້ານກົດໝາຍໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບສູງຂຶ້ນ, ຊ່ວຍພັດທະນາລະບົບກົດໝາຍຂອງສປປ ລາວ ໃຫ້ມີຄວາມທັນສະໄໝ ແລະສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຊ່ວຍໃຫ້ປະຊາຊົນສາມາດເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ການເຂົ້າເຖິງລະບົບຍຸຕິທໍາ ເຮັດໃຫ້ປະຊາຊົນມີສ່ວນຮ່ວມໃນການສ້າງ ແລະ ປັບປຸງລະບຽບກົດໝາຍພ້ອມທັງແນໃສ່ໃຫ້ປະຊາຊົນລາວທຸກຄົນມີສະຕິຕື່ນຕົວເຄົາລົບ ແລະ ປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ ເຮັດໃຫ້ສັງຄົມມີຄວາມສະຫງົບສຸກ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ເປັນລັດທີ່ປົກຄອງ ແລະ ຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ດີຂຶ້ນເທື່ອລະກ້າວ ຕາມແຜນຍຸດທະສາດການສ້າງລັດແຫ່ງກົດໝາຍ ທີ່ລັດຖະບານລາວວາງໄວ້.
ໂອກາດນີ້,ທ່ານນາງ ເຮເທີຣ ໂຣຊ ວາເຣຍວາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານລັດຖະມົນຕີກະຊວງຍຸຕິທຳ ແລະ ຈະສືບຕໍ່ໃຫ້ການສະໜັບສະໜູນຮ່ວມມືກັບກະຊວງຍຸຕິທຳ ໃນການພັດທະນາຂິີດຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງຍຸຕິທຳທາງດ້ານວິຊາການ ແລະ ດ້ານອື່ນໆໃຫ້ນັບມື້ນັບມີການພັດທະນາຂຶ້ນຢ່າງຕໍ່ເນື່ອງ.
ຂ່າວ-ພາບ: ບຸນອູ້ມ