ວິທະຍຸກະຈາຍສຽງຫວຽດນາມ ລາຍງານ ໃນວັນທີ 9 ກໍລະກົດ ຜ່ານມາວ່າ: ອີງຕາມບົດລາຍງານຂອງExpat Insider 2024 ຊຶ່ງແມ່ນໜຶ່ງໃນບັນດາການສຳຫຼວດຊາວຕ່າງປະເທດທີ່ໃຫຍ່ທີ່ສຸດໃນໂລກ ໂດຍອົງການຈັດຕັ້ງ InterNations, ຫວຽດນາມ ແມ່ນປະເທດທີ່ມີຄ່າໃຊ້ຈ່າຍເໝາະສົມທີ່ສຸດໃນໂລກ ສຳລັບຊາວຕ່າງປະເທດ, ຢືນຢູ່ອັນດັບທີ 1 ໃນຈຳນວນ 53 ສະຖານທີ່ນັດພົບ ເມື່ອເວົ້າເຖິງການເງິນສ່ວນຕົວ. ນີ້ແມ່ນປີທີ 4 ຕິດຕໍ່ກັນ ທີ່ ຫວຽດນາມຢືນຢູ່ອັນດັບທີ 1 ກ່ຽວກັບມາດຖານນີ້.
ໃນບົດລາຍງານທີ່ປະກາດໃນວັນທີ 8 ກໍລະກົດ ຜ່ານມາ, ນອກຈາກອັນດັບທີ 1 ກ່ຽວກັບການເງິນສ່ວນຕົວ ໃນຈຳນວນ 53 ສະຖານທີ່ນັດພົບແລ້ວ, ຫວຽດນາມ ກໍຢູ່ໃນອັນດັບທີ 14 ກ່ຽວກັບບັນດາເງື່ອນໄຂການເຮັດວຽກສຳລັບຊາວຕ່າງປະເທດ (ຄວາມຫວັງກ່ຽວກັບອາຊີບ, ເງິນເດືອນ ແລະ ຄວາມໝັ້ນຄົງໃນການເຮັດວຽກ) ແລະ ອັນດັບທີ 29 ກ່ຽວກັບບັນດາການບໍລິການທີ່ຈຳເປັນສຳລັບຊາວຕ່າງປະເທດຄືການດຳລົງຊີວິດແບບດີຈີຕອນ, ເຮືອນຢູ່ ແລະ ພາສາ ແລະ ອັນດັບທີ 40 ກ່ຽວກັບຄຸນນະພາບໃນການດຳລົງຊີວິດ.