ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກໍລະກົດ ຜ່ານມາວ່າ: ຕັກກະແຕນ, ແມງກະເບື້ອກາງຄືນ ແລະ ຈິ້ງຫຼີດບາງຊະນິດ ອາດຈະວາງຈຳໜ່າຍໃນຊຸບເປີມາເກັດ ແລະ ຮ້ານອາຫານຕ່າງໆຂອງສິງກະໂປ ຫຼັງຈາກລັດຖະບານອະນຸມັດການນຳເຂົ້າແມງໄມ້ ແລະ ຜະລິດຕະພັນຈາກແມງໄມ້ ເພື່ອການບໍລິໂພກຂອງມະນຸດ ແລະ ເປັນອາຫານສັດ.
ສຳນັກງານອາຫານຂອງສິງກະໂປ ປະກາດໃນວັນທີ 8 ກໍລະກົດຜ່ານມາ ກ່ຽວກັບຂໍ້ກຳນົດໃໝ່ໃນການນຳເຂົ້າແມງໄມ້ 16 ຊະນິດ ທີ່ໄດ້ຮັບການອະນຸມັດເປັນອາຫານ. ການປະກາດດັ່ງກ່າວລະບຸວ່າ: ແມງໄມ້ ແລະ ຜະລິດຕະພັນຈາກແມງໄມ້ເຫຼົ່ານີ້ເປັນສິ່ງທີ່ມະນຸດສາມາດນຳມາບໍລິໂພກ ຫຼື ເປັນອາຫານໄດ້.
ນອກຈາກນີ້, ທາງສຳນັກງານອາຫານຍັງປະກາດຂໍ້ກຳນົດທີ່ຜູ້ນຳເຂົ້າຄວນປະຕິບັດຕາມ ແລະ ລະບຸວ່າ: ແມງໄມ້ ແລະ ຜະລິດຕະພັນຈາກແມງໄມ້ທີ່ນຳເຂົ້າເພື່ອການບໍລິໂພກໂດຍຕົງຂອງມະນຸດຈະຕ້ອງໄດ້ຮັບການຂ້າເຊື້ອໂຣກ.
ສຳນັກງານຕ່າງປະເທດລາຍງານວ່າ: ການນັບລວມແມງໄມ້ເປັນອາຫານຂອງມະນຸດ ແລະ ສັດ ຖືເປັນບາດກ້າວທີ່ສຳຄັນອີກຂັ້ນໜຶ່ງຂອງສິງກະໂປ ໃນຄວາມພະຍາຍາມຫຼຸດການເພິ່ງພາການນຳເຂົ້າອາຫານ ແລະ ເພີ່ມຄວາມໝັ້ນຄົງທາງດ້ານອາຫານ ໂດຍເປົ້າໝາຍ 30x30 ຂອງສິງກະໂປມີຈຸດມຸ່ງໝາຍເພື່ອຕອບສະໜອງຄວາມຕ້ອງການສານອາຫານທີ່ຈຳເປັນ 30% ໃນທ້ອງຖິ່ນໃນປີ 2030.
ການບໍລິໂພກແມງໄມ້ບໍ່ແມ່ນເລື່ອງແປກໃນພື້ນທີ່ອື່ນໆຂອງໂລກ, ໂດຍແມງໄມ້ໄດ້ຮັບການອະນຸມັດໃຫ້ບໍລິໂພກໃນອາເມຣິກາເໜືອ ແລະ ສະຫະພາບເອີຣົບ (EU) ໃນຂະນະທີ່ປະເທດບ້ານໃກ້ເຮືອນຄຽງບາງປະເທດຂອງສິງກະໂປເຊັ່ນ: ໄທ ກໍບໍລິໂພກຕັກກະແຕນ ແລະ ແມງໄມ້ຊະນິດອື່ນໆເປັນອາຫານວ່າງ.
ທັງນີ້, ການນຳເຂົ້າແມງໄມ້ແຕ່ລະຊະນິດໃນສິງກະໂປຈາກທັງໝົດ 16 ຊະນິດ ຈະໄດ້ຮັບການອະນຸມັດໃຫ້ນຳເຂົ້າໃນໄລຍະອາຍຸທີ່ກຳນົດເທົ່ານັ້ນເຊັ່ນ: ຈິ້ງຫຼີດ ແລະ ຕັກກະແຕນ ໄດ້ຮັບອະນຸຍາດໃຫ້ນຳເຂົ້າໃນໄລຍະໃຫຍ່ເຕັມໂຕເທົ່ານັ້ນ ແລະ ໜອກນົກ, ດ້ວງ ຈະຕ້ອງນຳເຂົ້າຂະນະທີ່ຍັງເປັນໂຕອ່ອນ.