ຂ່າວສານຊີອາໄອ ລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາ, ສະພາມົນຕີການພັດທະນາຂອງກຳປູເຈຍໄດ້ເຜີຍແຜ່ບົດລາຍງານຫຼ້າສຸດສະບັບໜຶ່ງອອກມາວ່າ: ນັບແຕ່ເດືອນມັງກອນຫາເດືອນມິຖຸນາປີ 2024ອົງການດັ່ງກ່າວໄດ້ອະນຸມັດໂຄງການການລົງທຶນໃໝ່ແລະເປີດກວ້າງການຜະລິດເພີ່ມອີກລວມເປັນ 190 ໂຄງການ ຊຶ່ງມີຍອດມູນຄ່າການລົງທຶນຫຼາຍກວ່າ 3 ຕື້ 2 ຮ້ອຍລ້ານໂດລາ, ຄາດຄະເນວ່າຈະສ້າງໂອກາດດ້ານການປະກອບອາຊີບຫຼາຍກວ່າ 168.000 ຄົນໃຫ້ແກ່ປະຊາຊົນທ້ອງຖິ່ນ.
ອີງຕາມສື່ມວນຊົນທ້ອງຖິ່ນໄດ້ນຳເອົາໂຕເລກສະຖິຕິຂອງຝ່າຍທາງການລາຍງານວ່າ: ຈຳນວນໂຄງການການລົງທຶນທີ່ໄດ້ຮັບການອະນຸມັດໃນ 6 ເດືອນຕົ້ນປີ 2024 ຂອງກຳປູເຈຍເພີ່ມຂຶ້ນ77 ໂຄງການເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະເພີ່ມຂຶ້ນເປັນ 68% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ຍອດມູນຄ່າການລົງທຶນກໍໄດ້ເພີ່ມຂຶ້ນຫຼາຍກວ່າ 190%ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຊຶ່ງມີມູນຄ່າ 1 ຕື້ 1 ຮ້ອຍລ້ານໂດລາ.