ຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກໍລະກົດ ຜ່ານມາວ່າ: ທະນາຄານກາງເອຢິບ (CBE) ເປີດເຜີຍວ່າ: ລາຍໄດ້ຈາກການເກັບຄ່າຜ່ານທາງຄອງຊູແອັດ ຫຼຸດລົງ 57,2% ເຫຼືອ959,3 ລ້ານໂດລາ ໃນໄຕມາດທຳອິດ (ມັງກອນ - ມີນາ) ຂອງປີ 2024.
ລາຍງານລະບຸວ່າ: ລາຍໄດ້ຈາກການເກັບຄ່າຜ່ານທາງຄອງຊູແອັດ ຫຼຸດລົງ 7,4% ໃນໄລຍະເດືອນກໍລະກົດ 2023 ເຖິງເດືອນມີນາ 2024 ລວມຢູ່ທີ່ 5,8 ຕື້ໂດລາ ເມື່ອທຽບກັບ 6,2 ຕື້ໂດລາ ໃນໄລຍະດຽວກັນຂອງປີກ່ອນໜ້າ.
ທະນາຄານດັ່ງກ່າວລະບຸວ່າ: ປະລິມານການຂົນສົ່ງສຸດທິຜ່ານທາງຄອງສາຍນີ້ ຫຼຸດລົງ 15,6% ເຫຼືອ 944,9 ລ້ານໂຕນ ຂະນະຈຳນວນເຮືອຫຼຸດລົງ 11,5% ໃນເດືອນກໍລະກົດ 2023 ເຖິງເດືອນມີນາ 2024.
ອີກຢ່າງໜຶ່ງ, ປີງົບປະມານຂອງເອຢິບ ເລີ່ມຕົ້ນໃນວັນທີ 1 ກໍລະກົດ ແລະ ສິ້ນສຸດໃນວັນທີ 30 ມິຖຸນາຂອງປີຖັດໄປ.
ທັງນີ້, ຄອງຊູແອັດ ຊຶ່ງຮອງຮັບປະລິມານການຄ້າໂລກ 12% ຖືເປັນແຫຼ່ງເງິນຕາຕ່າງປະເທດທີ່ສຳຄັນສຳລັບເອຢິບ.