ແຜນການຈຸດສຸມເພື່ອປັບປຸງການບໍລິການດ້ານສາທາລະນະສຸກ ແລະ ໂພຊະນາການ ຂອງແຂວງອັດຕະປືໃນໄລຍະ 2 ປີເຄິ່ງຜ່ານມາ (2021-2025) ໄດ້ສຸມໃສ່ຈັດຕັ້ງປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ, ຖືເອົາການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນຕົ້ນຕໍ ແລະ ຮັບປະກັນການມີສຸຂະພາບທີ່ແຂງ ແຮງ.
ໃນໄລຍະຜ່ານມາ, ແຂວງອັດຕະປື ຍັງໄດ້ສຸມໃສ່ເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃຫ້ວັກຊິນກັນພະຍາດໂຄວິດ-19 ໃນທົ່ວແຂວງ, ຮອດວັນທີ 31 ທັນວາ 2022 ສັກເຂັມທີ 1 ໄດ້ 139.126 ໂດສ ເທົ່າກັບ 85% ຂອງປະຊາກອນ, ສັກເຂັມທີ 2 ໄດ້ 117.325 ໂດສ ເທົ່າກັບ 73% ແລະ ສັກກະຕຸ້ນເຂັມທີ 3 ໄດ້ 32.118 ໂດສ ເທົ່າກັບ 20%; ພ້ອມດຽວກັນນັ້ນໄດ້ເອົາໃຈໃສ່ລົງຕິດຕາມ, ຄວບຄຸມການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໃນທົ່ວແຂວງ ຊຶ່ງພົບຈຳນວນຜູ້ຕິດເຊື້ອທັງໝົດ 2.155 ຄົນ, ເສຍຊີວິດ 6 ຄົນ; ສຸມໃສ່ຈັດຕັ້ງປະຕິບັດ 11 ຄາດໝາຍຂອງຂະແໜງສາທາລະນະສຸກເຫັນວ່າມີ 9 ຄາດໝາຍບັນລຸ ແລະ 2 ຄາດໝາຍບໍ່ທັນບັນລຸມີດັ່ງນີ້: ຄາດໝາຍທີ່ບັນລຸມີ 9 ຄາດໝາຍ: ອັດຕາເດັກລຸ່ມ 5 ປີມີນໍ້າໜັກຫຼຸດມາດຖານຫຼຸດລົງຍັງເຫຼືອ 8% (ແຜນການ 17%), ອັດຕາເດັກລຸ່ມ 5 ປີທີ່ມີລວງສູງຕໍ່າກ່ວາມາດຖານຫຼຸດລົງຍັງເຫຼືອ 9% (ແຜນການ 28%), ອັດຕາການຕາຍຂອງເດັກຕໍ່າກວ່າ 1 ປີ ຍັງເຫຼືອ 15/1.000 ຄົນ (ແຜນການ 20/1.000 ຄົນ), ອັດຕາການຕາຍຂອງເດັກ ຕໍ່າກວ່າ 5 ປີຍັງເຫຼືອ 16/1.000 ຄົນ (ແຜນການ 30/1.000 ຄົນ), ອັດຕາການຕາຍຂອງແມ່ຍັງເຫຼືອ 92/100.000 ຄົນ (ແຜນການ 150/100.000 ຄົນ), ອັດຕາເກີດລູກທີ່ມີແພດຊ່ວຍປະຕິບັດໄດ້ 64,3% (ແຜນການ 61%), ອັດຕາການສັກຢາກັນພະຍາດປະຕິບັດໄດ້ 98% (ແຜນການ 95%), ອັດຕາການຊົມໃຊ້ນໍ້າສະອາດປະຕິບັດໄດ້ 94,2% (ແຜນການ 90%), ອັດຕາການປົກຄຸມປະກັນສຸຂະພາບທົ່ວປວງຊົນໄດ້ 100% (ແຜນການ 100%)
ສໍາລັບຄາດໝາຍທີ່ບໍ່ບັນລຸມີ 2 ຄາດໝາຍຄື: ອັດຕາການຊົມໃຊ້ວິດຖ່າຍຂອງປະຊາຊົນປະຕິບັດໄດ້ 84,1% (ແຜນການ 85%), ຕ້ອງໄດ້ສູ້ຊົນຕື່ມອີກ 0,9%, ຄາດວ່າໃນປີ 2025 ຈະສາມາດບັນລຸຕາມແຜນ. ການສ້າງບ້ານສາທາລະນະສຸກແບບຢ່າງປະຕິບັດໄດ້ 80,1% (ແຜນການ 85%), ຕ້ອງໄດ້ສູ້ຊົນຕື່ມອີກ 4,9%, ຄາດວ່າໃນປີ 2025 ຈະສາມາດບັນລຸຕາມແຜນ. ຂ່າວ: ວັນໄຊ ຕະວິນຍານ