
ເນື່ອງຈາກຄວາມຮຽກຮ້ອງຕ້ອງການທາງດ້ານສື່ການສອນ - ການຮຽນ ໃນໂຮງຮຽນ ມໍຕົ້ນ ບ້ານບໍ່ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ທີ່ມີຄວາມຈໍາເປັນໃນຫຼາຍດ້ານ. ສະນັ້ນ, ເມື່ອບໍ່ດົນມານີ້ ຕາງໜ້າຈາກສິດເກົ່າ ມໍຕົ້ນບ້ານບໍ່ ໄດ້ມອບເຄື່ອງອຸປະກອນການສອນ-ການຮຽນໃຫ້ແກ່ ໂຮງຮຽນດັ່ງກ່າວ, ຕາງໜ້າຮັບໂດຍ ທ່ານ ທອງໃບ ພົມມະລາດ ຮອງອໍານວຍການ ມໍຕົ້ນບ້ານບໍ່ ພ້ອມດ້ວຍຄູອາຈານ.
ອຸປະກອນດັ່ງກ່າວ, ແມ່ນໄດ້ຮັບການອຸປະຖໍາຈາກສູນ ຄຣິດສະຕະຈັກຂ່າວປະເສີດ ແຫ່ງ ສປປ ລາວ, ຊຶ່ງປະກອບມີຄອມພີວເຕີ 1 ຊຸດ, ກະດານ 4 ແຜ່ນ ແລະ ອຸປະກອນອື່ນໆ ອີກຈໍານວນໜື່ງ ລວມມູນຄ່າທັງໝົດ 11,300,000 ກີບ. ການລະດົມທືນໃນຄັ້ງນີ້ກໍ່ແມ່ນ ອາດີດນັກຮຽນທີ່ໄດ້ຮັບການສຶກສາຈາກຄູ ອາຈານ ຂອງໂຮງຮຽນມໍຕົ້ນບ້ານບໍ່.
(ຂ່າວ-ພາບ: ກົວຊົ່ງ)