ທ່ານ ສົນທອງ ວິບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງບໍລິຄໍາໄຊ ກ່າວວ່າ: ເພື່ອກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ຕ້ອນຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງ ປະເທດໃຫ້ໄດ້ຕາແຜນທີ່ວາງໄວ້. ພະແນກ ຖວທ ແຂວງ ໃນນາມກອງເລຂາໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວກໍໄດ້ເອົາໃຈໃສ່ໃນການຫ້າງຫາກະກຽມຄວາມພ້ອມດ້ານຕ່າງໆ ຕາມສະພາບຄວາມເປັນຈິງເປັນຕົ້ນແມ່ນ ສໍາເລັດເອກະສານຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ກອງເລຂາຈັດຕັ້ງປະຕິບັດກິດຈະກໍາ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ທີ່ແຂວງບໍລິຄໍາໄຊ (483/ຂບຊ, ລົງວັນທີ 15 ສິງຫາ 2023) ໄດ້ສໍາເລັດການຮ່າງແຜນກິດຈະກໍາສົ່ງເສີມການທ່ອງທ່ຽວຂອງແຂວງຈໍານວນ 13 ກິດຈະກໍາທີ່ຕິດພັນກັບບຸນປະເພນີທ້ອງຖິ່ນ. (ໃນນັ້ນມີກິດຈະກໍາລະດັບຊາດ 2 ກິດຈະກໍາ, ລະດັບແຂວງ 5 ກິດຈະກໍາ ແລະ ລະດັບເມືອງ 6 ກິດຈະກໍາ); ສໍາເລັດຮ່າງແຜນກິດຈະກໍາພິທີເປີດປີທ່ອງທ່ຽວແຂວງບໍລິຄໍາໄຊ ປີ 2024 ທີ່ວັດພະບາດ; ສໍາເລັດການຈັດຝຶກອົບຮົມສ້າງຄວາມເຂັ້ມແຂງຂັ້ນສູນກາງ ແລະ ທ້ອງຖິ່ນກ່ຽວກັບກົນລະຍຸດການໂຄສະນາການທ່ອງທ່ຽວ ເພື່ອກະກຽມປີທ່ອງທ່ຽວ 2024.
ທ່ານ ສົນທອງ ວິບຸນກວ້າງ ກ່າວຕື່ມອີກວ່າ: ໃນຕໍ່ໜ້າພະແນກ ຖວທ ແຂວງຈະລົງເກັບກໍາຂໍ້ມູນແຫຼ່ງທ່ອງທ່ຽວ 10 ແຫ່ງ (ຕາດເຕັກ, ຕາດເຮືອຫັກ, ຕາດມັງກອນ, ຕາດຖໍ້າພະ, ຫາດຊາຍຂາວ, ບໍ່ນໍ້າອຸ່ນເມືອງມ່ວນ, ຕາດກູ້, ບໍ່ນໍ້າອຸ່ນວັງບານ, ໜອງຫຍ້າ, ໜອງຫຼົມ ບ້ານວຽງຄໍາ); ປັບປຸງແຫຼ່ງທ່ອງທ່ຽວ 5 ແຫ່ງ (ຕາດເຕັກ, ຕາດເຮືອຫັກ, ຕາດມັງກອນ, ຕາດຖໍ້າພະ, ຫາດຊາຍຂາວ) ລົງເກັບກໍາຮູບພາບສະຖານທີ່ທ່ອງທ່ຽວສໍາຄັນ ແລະ ສ້າງສື່ໂຄສະນາການທ່ອງທ່ຽວທາງອອນລາຍ ເພື່ອໂຄສະນາການທ່ອງທ່ຽວກຽມຄວາມພ້ອມໃນການຕ້ອນຮັບແຂກພາຍໃນ ແລະ ຕ່າງປະເທດ, ອອກແບບແຜ່ນພັບໂຄສະນາການທ່ອງທ່ຽວພາຍໃນແຂວງ ແລະ ຕິດຕັ້ງປ້າຍໂຄສະນາແຄມທາງ ເປັນຕົ້ນ ປະຕູໂຂງເຂົ້າເທດສະບານແຂວງ ແລະ ຈຸດສໍາຄັນຕ່າງໆ. ກະກຽມລົງຝຶກອົບຮົມທັກສະໃຫ້ພະນັກງານບໍລິ ການອາຫານ-ເຄື່ອງດື່ມໂດຍຮູບແບບທັງຮຽນທັງປະຕິບັດຈິງໄປພ້ອມໆກັນ.
ທ່ານ ສົນທອງ ວິບຸນກວ້າງ ກ່າວເນັ້ນຕື່ມວ່າ: ໃນໄລຍະ 2 ປີເຄິ່ງຜ່ານມາ, ມີນັກທ່ອງທ່ຽວສາກົນເຂົ້າມາທ່ຽວທັງໝົດ 188.880 ເທື່ອຄົນ, ນັກທ່ອງທ່ຽວພາຍໃນ 102.744 ເທື່ອຄົນລວມ 291.624 ເທື່ອຄົນ ທຽບກັບແຜນການ (525.000) ເທົ່າກັບ 55,55%, ໄດ້ອອກອະນຸຍາດຕັ້ງຄາຣາໂອເກະ 4 ແຫ່ງ, ບັນເທີງ 7 ແຫ່ງ, ໂຮງແຮມ 3 ແຫ່ງພັດຕະຄານ 3 ແຫ່ງ, ຣີສອດ 2 ແຫ່ງ, ສວນອາຫານ 1 ແຫ່ງ, ຮ້ານອາຫານ 6 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວ 1 ແຫ່ງລວມ 27 ແຫ່ງ ພ້ອມທັງຍົກສູງຄຸນນະພາບການບໍລິການໂດຍແຕ່ງຕັ້ງສະມາຄົມທຸລະກິດການທ່ອງທ່ຽວ,ໂຮງແຮມ-ເຮືອນພັກ ແລະ ສະມາຄົມຮ້ານອາຫານກິນດື່ມບັນເທີງຂັ້ນແຂວງເປັນຜູ້ຊ່ວຍວຽກ ພ້ອມນີ້ໄດ້ຝຶກອົບຮົມວຽກງານບໍລິການທ່ອງທ່ຽວໃຫ້ພາກທຸລະກິດ 3 ຄັ້ງຢູ່ເມືອງຄຳເກີດ, ທ່າພະບາດ ແລະ ເມືອງປາກຊັນ.
ຂ່າວ: ຕະວິນຍານ