ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນໍາແຂວງ, ຄະນະນຳເມືອງຈຳພອນ ໄດ້ລົງຊຸກຍູ້ຢ້ຽມຊົມແຫຼ່ງທ່ອງທ່ຽວໜອງປາຜາ ບ້ານດອນແດງ ເມືອງຈຳພອນ ຊຶ່ງເປັນແຫຼ່ງທ່ອງທ່ຽວທາງທຳມະຊາດອີກແຫ່ງໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຢາກຈະໄປທ່ອງທ່ຽວຢ້ຽມຊົມສະຖານທີ່ດັ່ງກ່າວ.
ໂດຍການຕ້ອນຮັບຂອງ ທ່ານ ພູລຳພອນ ສີຫາວົງ ເຈົ້າເມືອງໆຈຳພອນ ພ້ອມດ້ວຍປະຊາຊົນບ້ານດອນ ແດງ, ໃນນັ້ນທາງໜ່ວຍງານທີ່ກ່ຽວຂ້ອງໄດ້ເລົ່າປະຫວັດຄວາມເປັນມາຂອງໜອງປາຝາ ວ່າ: ໜອງປາຝາແຫ່ງນີ້ ມີເນື້ອທີ່ທັງໜົດ 4,5 ເຮັກຕາ, ເປີດນຳໃຊ້ເປັນແຫຼ່ງທ່ອງທ່ຽວໃນປີ 2.000 ເປັນຕົ້ນມາ, ສ່ວນປາຝາຕາມທີ່ໄດ້ສຳ ຫຼວດໃນເບື້ອງຕົ້ນມີຈໍານວນ 400-500 ໂຕ, ໂຕໜຶ່ງສາມາດໄຂ່ໄດ້ 25-30 ໜ່ວຍ ຊຶ່ງຈະວາງໄຂ່ໃນເດືອນທັນວາຫາເດືອນມັງກອນຂອງທຸກໆປີ, ການວາງໄຂ່ແມ່ນວາງຢູ່ເທິງໂຄກ ເມື່ອວາງໄຂ່ແລ້ວກໍຈະຖົມດິນປະໄວ້ປະມານ 5-6 ເດືອນ ໄຂ່ຈະເບາະເປັນໂຕ. ໃນປັດຈຸບັນປາຝາສາມາດແຜ່ຂະຫຍາຍຫຼາຍຂຶ້ນ.
ໂອກາດດັ່ງກ່າວ, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງເມືອງ ກໍຄືອຳນາດການປົກຄອງບ້ານ ແລະ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ທີ່ໄດ້ພ້ອມກັນອະນຸລັກຮັກສາປາຝາໄວ້ໃຫ້ນັກທ່ອງທ່ຽວໄດ້ມາຢ້ຽມຊົມ ແລະ ໃຫ້ອາຫານຢ່າງໃກ້ຊິດ ຊຶ່ງໜອງປາຝາບ້ານດອນແດງ ຖືເປັນສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ນອນໃນວົງຈອນການທ່ອງທ່ຽວຂອງເມືອງຈຳພອນ. ດັ່ງນັ້ນ, ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງພ້ອມກັນໂຄສະນາເຜີຍແຜ່ແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ. ໂອກາດນີ້, ທ່ານເຈົ້າແຂວງໄດ້ມອບເງິນສົມທົບທຶນໃນການບຳລຸງຮັກສາແຫຼ່ງທ່ອງທ່ຽວແຫ່ງ ນີ້ໃຫ້ອຳນາດການປົກຄອງບ້ານຈຳນວນ 10 ລ້ານກີບ.
ຂ່າວ: ສະຫວັນນະເຂດ