ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກກະຊວງສາທາລະນະສຸກ ໂດຍໄດ້ຮັບການສະໜັບສະໜູນຈາກອົງການສະຫະປະຊາຊາດກອງທຶນສໍາລັບປະຊາກອນ(UNFPA) ໄດ້ນໍາພາສື່ມວນຊົນຈາກຫຼາຍພາກສ່ວນເຄື່ອນໄຫວເກັບກຳຂໍ້ມູນ ການຈັດຕັ້ັງປະຕິບັດວຽກງານ ສຸຂະພາບຈະເລີນພັນ ຢູ່ໂຮງໝໍເມືອງຜາໄຊ ແຂວງຊຽງຂວາງ.
ໃນໂອກາດດັ່ງກ່າວ, ທ່ານ ເຢັ້ງ ມົວ ຫົວໜ້າຫ້ອງການສາທາລະສຸກ ເມືອງຜາໄຊ ແຂວງຊຽງຂວາງໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 7 ພະຈິກ ຜ່ານມາວ່າ: ສະພາບການບໍລິການສຸຂະພາບໄວຈະເລີນພັນ ຂອງໂຮງໝໍເມືອງຜາໄຊ ຊຶ່ງໃນນັ້ນມີທີມງານຄົງທີ່ ໝວດບໍລິການສົ່ງເສີມສຸຂະພາບຂອງໄວຈະເລີນພັນ ໂດຍສະເພາະແມ່ນການຝາກທ້ອງ, ການວາງແຜນຄອບຄົວ ແລະ ໃຫ້ຄໍາປຶກສາໃຫ້ແມ່ຍິງທີ່ມາໃຊ້ບໍລິການ ນອກຈາກນີ້ ກໍຍັງມີໂຮງໝໍນ້ອຍ 4 ແຫ່ງ ໃນການບໍລິການຂອງໂຮງໝໍ 4 ແຫ່ງ ກໍມີການບໍລິການຄົບວົງຈອນເໝືອນກັນກັບໂຮງໝໍເມືອງ; ສໍາລັັບທີມງານເຄື່ອນທີ່ແມ່ນໄດ້ລົງໄປແຕ່ລະບ້ານເຂດທີ່ຢູ່ຫ່າງໄກສອກຫຼີກ ເພື່ອໃຫ້ການບໍລິການໃຫ້ແກ່ການຝາກທ້ອງ ແລະ ການວາງແຜນຄອບຄົວແບບເຄື່ອນທີ່.
ໄລຍະທີ່ຜ່ານມາ ທາງໂຮງໝໍເມືອງ ໄດ້ເຄື່ອນໄຫວໄປເຖິງບ້ານຫ່າງໄກສອກຫຼີກ ເພື່ອບໍລິການປະຊາຊົນ ເພາະການທີ່ເຂົາເຈົ້າຈະມາໂຮງໝໍເອງແມ່ນມີຄວາມຫຍຸ້ງຍາກລໍາບາກຫຼາຍ ສໍາລັບການບໍລິການນີ້ແມ່ນສະດວກຍ້ອນມີທີມງານເຄື່ອນທີ່ ຊຶ່ງເອີ້ນວ່າວຽກງານເຊື່ອມສານ ປະກອບມີ: ການສັກຢາກັນພະຍາດ, ຝາກທ້ອງ, ກວດເດັກນ້ອຍ ແລະ ການໃຫ້ຄໍາປຶກສາການວາງແຜນຄອບຄົວ. ສໍາລັບທີມງານທີ່ໃຫ້ບໍລິການຢູ່ຂັ້ນເມືອງແມ່ນມີ 4-5 ຄົນ; ຂັ້ນໂຮງໝໍນ້ອຍມີ 2 ຄົນ ສະເພາະປີນີີ້ ພາຍໃນເມືອງມີແມ່ຍິງຖືພາປະມານ 300 ກວ່າຄົນ ມາໃຊ້ບໍລິການໃນໂຮງໝໍເມືອງປະມານ 70%, ນອກນັ້ນແມ່ນໄປໃຊ້ບໍລິການຢູ່ແຫ່ງອື່ນໆ ແລະ ມີຈໍານວນໜຶ່ງບໍ່ໄປໃຊ້ບໍລິການຝາກທ້ອງ ຍ້ອນວ່າຢູ່ເຂດທີ່ຫ່າງໄກ ບໍ່ມາປຶກສາການຄຸມການກໍາເນີດ ແລະ  ເກີດລູກຢູ່ບ້ານ. ໃນການບໍລິການຂອງທີມງານແພດເຄື່ອນທີ່ ສໍາລັບເຂດເມືອງຜາໄຊ ແມ່ນຈະກໍານົດເອົາບ້ານທີ່ຫຍຸ້ງຍາກ ທີ່ປະຊາຊົນບໍ່ມີຄວາມສະດວກໃນການໄປຫາໂຮງໝໍໄດ້ ຫຼືວ່າບ້ານທີ່ປະຊາຊົນ ຍັງມີຄວາມເຂົ້າໃຈໜ້ອຍ ດັ່ງນັ້ນ ທີມງານຈໍາເປັນຕ້ອງໄດ້ເຂົ້າໄປໃຫ້ບໍລິການແກ່ເຂົາເຈົ້າເຖິງສະຖານທີ່ເລີຍ ໃນນັ້ນແມ່ນຈະໃຫ້ບໍລິການແບບເຊື່ອມສານ ປະກອບມີ: ສັກຢາກັນພະຍາດໃຫ້ເດັກນ້ອຍແມ່ຍິງ, ກວດທ້ອງແມ່ຖືພາ, ການວາງແຜນຄຸມກໍາເນີດ ນອກຈາກນັ້ນ ໄດ້ໃຫ້ຄໍາປຶກສາ ສຸຂະສຶກສາກ່ຽວກັບວຽກງານວາງແຜນຄອບຄົວ ແລະ ວຽກງານໂພຊະນາການ, ກວດສຸຂະພາບເດັກດີ. ໃນເວລາທີ່ທີມງານເຄື່ອນໄຫວໄປປະຕິບັດໜ້າທີ່ສຸຂະສຶກສາ ກໍເຫັນວ່າປະຊາຊົນໃຫ້ຄວາມສົນໃຈດີ ເພາະວ່າສັງເກດເຫັນວ່າ ເວລາທີ່ແນະນໍາວິທີໃຫ້ຮູ້ກ່ຽວກັບພະຍາດທີ່ອັນຕະລາຍຕໍ່ແມ່ຍິງ ນັບຕັ້ງແຕ່ທາງໂຮງໝໍມີໂຄງການດັ່ງກ່າວນີ້ ຖືວ່າແມ່ຍິງຖືພາຢູ່ເມືອງຜາໄຊ ມີຄວາມປອດໄພ ກ່ອນໜ້າທີ່ພວກເຮົາບໍ່ມີທີມງານເຄື່ອນທີ່ ແມ່ຍິງຖືພາແມ່ນມີການເສຍຊີວິດປະມານ 1 ຫາ 2 ຄົນຕໍ່ປີ.
    ທ່ານຫົວໜ້າຫ້ອງການສາທາລະນະສຸກ ເມືອງຜາໄຊ ໄດ້ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງທີ່ລົງໄປເຄື່ອນໄຫວໃຫ້ຄວາມຮູ້ສຸຂະສຶກສາ ສາມາດປະເມີນໄດ້ວ່າປະຊາຊົນໃຫ້ຄວາມສົນໃຈ ດ້ານການມາໃຊ້ບໍລິການເພີ່ມຂຶ້ນ, ໃນການປະເມີນແມ່ນມີທີມງານຂັ້ນເມືອງລົງໄປຕິດຕາມໂຮງໝໍນ້ອຍ ແລະ ໃນນັ້ນ ບ້ານໜຶ່ງຈະມີພະນັກງານຮັບຜິດຊອບກ່ຽວກັບວຽກງານສັກຢາກັນພະຍາດໄວຈະເລີນພັນ ຕິດຕາມຢ່າງໃກ້ຊິດ. 
ໂອກາດນີ້, ທ່ານໄດ້ເຊີນຊວນປະຊາຊົນບັນດາເຜົ່າແຂວງຊຽງຂວາງ ໂດຍສະເພາະເມືອງຜາໄຊ ເຂດຫ່າງໄກສອກຫຼີກ ໃຫ້ເອົາໃຈໃສ່ໃຫ້ຄວາມສົນໃຈກ່ຽວກັບສຸຂະພາບຂອງແມ່ຍິງ ໂດຍສະເພາະແມ່ນແມ່ຍິງໄວຈະເລີນພັນ ເປັນຕົ້ນແມ່ຍິງຖື ຖ້າເຈັບທ້ອງເກີດລູກ ຫຼືເຈັບປ່ວຍ ໃຫ້ໄປພົບແພດຫຼືສະຖານທີ່ບໍລິການສາທາລະນະສຸກທີ່ໃກ້ບ້ານທີ່ສຸດ ເພື່ອຄວາມປອດໄພຂອງແມ່ແລະເດັກ. ປັດຈຸບັນ ການເຂົ້າເຖິງປະຊາຊົນແມ່ນພົບຄວາມຫຍຸ້ງຍາກບາງບັນຫາ ເມືອງຜາໄຊ ປະກອບມີ 31 ບ້ານ ທຸກບ້ານແມ່ນມີເສັ້ນທາງເຂົ້າເຖິງ ໃນນັ້ນ ມີ 2 ບ້ານ ຈະສາມາດເຂົ້າເຖິງໄດ້ແຕ່ລະດູດຽວ ລະດູຝົົນແມ່ນບໍ່ສາມາດເຂົ້າເຖິງບ້ານໄດ້ ແຕ່ທາງເມືອງກໍມີໂຮງໝໍນ້ອຍຢູ່ໃກ້ ອີກບັນຫາໜຶ່ງຄວາມຫຍຸ້ງຍາກ ຄືເວລາທີມງານແພດລົງໄປບ້ານແມ່ນຈະບໍ່ພົບປະຊາຊົນຍ້ອນການໄປປະກອບອາຊີບເຮັດໄຮ່ ແລະຍັງມີບ້ານຈໍານວນໜຶ່ງອໍານາດການປົກຄອງບ້ານບໍ່ໃຫ້ຄວາມສົນໃຈປານໃດ ແລະ ບັນຫາອື່ນໆ ຍ້ອນສະພາບເສດຖະກິດໃນປັດຈຸບັນມີງົບປະມານຈໍາກັດ ເຮັດການເຄື່ອນໄຫວຂອງທີມງານແພດກໍບໍ່ໄດ້ດີເທົ່າທີ່ຄວນຄືເມື່ອກ່ອນ.
ຂ່າວ: ຍຸພິນທອງ