ດ້ວຍຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຈິ່ງບໍ່ແປກໃຈທີ່ເຕັກໂນໂລຊີຂໍ້ມູນຂ່າວສານສາມາດກ້າວເຂົ້າໄປປະຕິວັດອຸດສາຫະກຳຂົງເຂດສຸຂະພາບໄດ້. ເຕັກໂນໂລຍີການແພດ ຊ່ວຍໃນການຄຸ້ມຄອງຂໍ້ມູນທາງການແພດໃນຮູບແບບອີເລັກໂຕຣນິກ, ຊ່ວຍໃຫ້ທ່ານໝໍ ແລະ ຜູ້ຊ່ຽວຊານ ສາມາດເຂົ້າເຖິງຂໍ້ມູນ ຫຼື ປະຫວັດຂອງຄົນເຈັບໄດ້ທັນທີເມື່ອຕ້ອງການ.
ເຕັກໂນໂລຊີຊ່ວຍຂັບເຄື່ອນຂະແໜງການແພດແບບດິຈິຕອນ, ຊຶ່ງກວມເອົາລະຫວ່າງການເບິ່ງແຍງສຸຂະພາບ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດ້ານທຸລະກິດ ໂດຍການປະຕິວັດນີ້ ຈະຊ່ວຍໃຫ້ເກີດຜົນປະໂຫຍດຫຼາຍໆຢ່າງແກ່ບຸກຄະລາກອນການແພດ ແລະ ຄົນເຈັບ.
ທັງນີ້, ການສ້າງ ແລະ ພັດທະນາແອັບພິເຄຊັນ ທີ່ເປັນການບໍລິການແພັດຟອມດິຈິຕອນ ໃນດ້ານການແພດ ກໍແມ່ນສ່ວນໜຶ່ງທີ່ປະກອບສ່ວນຢ່າງຕັ້ງໜ້າ ໃຫ້ມີການຫັນປ່ຽນຢ່າງແຂງແຮງ ຂອງຄົນໃນສັງຄົມລາວ ໃຫ້ຍັບເຂົ້າເທື່ອລະກ້າວ ໃນສ້າງສັງຄົມດິຈິຕອນ ແລະ ປະຊາກອນດິຈິຕອນ ຢູ່ ສປປ ລາວ ໃຫ້ປະກົດເປັນຈິງ ຊຶ່ງ“Laos Health” ຂອງບໍລິສັດ ສະຕາ ໂທລະຄົມ (ຢູນີເທວ) ກໍເປັນເທັກໂນໂລຍີການແພດ ທີ່ກຳລັງຍູ້ໜູນວຽກດັ່ງກ່າວ ໂດຍໃຫ້ເຫັນການຫັນປ່ຽນຈາກການແພດແບບດັ່ງເດີມ ໄປສູ່ການແພດແບບດີຈິຕອນ ຈະເກີດຈະໂຫຍດອັນໃດແນ່ ສໍາລັບແພດຊ່ຽວຊານ ແລະ ທ່ານໝໍ ລວມເຖິງຜົນປະໂຫຍດສໍາລັບຄົນເຈັບ.
1.    ການປ່ຽນແປງການແພດແບບດັ່ງເດີມ ໄປສູ່ການແພດແບບດີຈິຕອນ
ເຕັກໂນໂລຊີການແພດຊ່ວຍໃຫ້ການຮັບສາຄົນເຈັບມີຄຸນນະພາບສູງຂຶ້ນ, ຫຼຸດຜ່ອນຂໍ້ຜິດພາດທາງການແພດໄດ້ຢ່າງມີປະສິດທິຜົນ. ໜຶ່ງໃນຂໍ້ໄດ້ປຽບການແພດແບບດີຈິຕອນແມ່ນຊ່ວຍໃຫ້ຜູ້ຊ່ຽວຊານ, ທ່ານໝໍ, ຄົນເຈັບ ເຂົ້າເຖິງຂໍ້ມູນທີ່ສໍາຄັນໆໄດ້ງ່າຍທຸກທີ່ທຸກເວລາ ໂດຍສະເພາະເຂດຫ່າງໄກສອກຫຼີກ. ການບັນທຶກຂໍ້ມູນການແພດແບບອີເລັກໂຕຣນິກ ຈະຊ່ວຍເກັບຮັກສາຂໍ້ມູນ ຫຼື ປະຫວັດຂອງຄົນເຈັບໄດ້ຢ່າງຄົບຖ້ວນ, ຊັດເຈນ ແລະ ຍັງຊ່ວຍແຈ້ງເຕືອນປະຕິກິລິຍາຂອງຢາຕໍ່ຄົນເຈັບຫາກມີສິ່ງຜິດປົົກກະຕິເກີດຂຶ້ນ ແລ້ວຈຶ່ງສືບຕໍ່ສັ່ງຢາທີ່ເໝາະສົມ ແລະ ປອດໄພໃຫ້ແກ່ຄົນເຈັບ.
ຜົນປະໂຫຍດຂອງເຕັກໂນໂລຊີການແພດສໍາລັບແພດຊ່ຽວຊານແລະທ່ານໝໍ
ຜົນປະໂຫຍດທາງດ້ານການເງິນ:ຕາມການຄິດໄລ່, ປະມານ 50% ຂອງຄ່າໃຊ້ຈ່າຍເພື່ອປິ່ນປົວສຸຂະພາບແມ່ນໃຊ້ຈ່າຍເຂົ້າໃນຂັ້ນຕອນການກວດ, ການປິ່ນປົວ ແລະ ຮັກສາທີ່ບໍ່ມີປະສິດທິພາບ ຊຶ່ງມີຜົນການສຶກສາໃນສະຫະລັດອາເມຣິກາ ຊີ້ໃຫ້ເຫັນວ່າ: ເມື່ອນຳໃຊ້ເຕັກໂນໂລຊີການແພດຢູ່ຕາມບັນຫາໂຮງໝໍໃຫຍ່ໆຂອງປະເທດ ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍລົງໄດ້ ຢູ່ລະຫວ່າງ 37 ລ້ານຫາ 59 ລ້ານໂດລາໃນໄລຍະເວລາ 5 ປີ.
ການເກີດຂໍ້ຜິດພາດດ້ານເຕັກນິກການແພດ ແມ່ນຕ່ຳ:ຜົນການສຶກສາຂອງສະຖານພະຍາບານໃນລັດແມສຊາຊູເຊດ(Massachusetts)ຈຳນວນ 189 ແຫ່ງ ພົບວ່າມີກໍລະນີຜິດພາດຫຼຸດລົງຈາກ 49 ກໍລະນີ ເຫຼືອພຽງ 2 ກໍລະນີ ຫຼັງຈາກທີ່ຫັນມານຳໃຊ້ການບັນທຶກທາງການແພດແບບອີເລັກໂຕຣນິກ.
ປະໂຫຍດໃນການໄດ້ຮັບຜົນກວດຈາກຫ້ອງແລັບ (Lab) ໄວຂື້ນ:ຫຼາຍກວ່າ 75% ຂອງຄົນໃນຫ້ອງແລັບ ຢືນຢັນວ່າການນໍາໃຊ້ບັນທຶກທາງການແພດແບບອີເລັກໂຕຣນິກ ຊ່ວຍໃຫ້ເຂົາເຈົ້າໄດ້ຮັບຜົນກວດໄວກວ່າວິທີທີ່ໃຊ້ຕາມປົກກະຕິ.  
ການຈັດຄິວໄວຂຶ້ນ:ບັນດາສະຖານທີ່ທີ່ນໍາໃຊ້ລະບົບເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການແພດ ແມ່ນສາມາດກວດບັນທຶກ ແລະ ປະຫວັດຄົນເຈັບໄດ້ຢ່າງວ່ອງໄວ; ໃນນັ້ນ, ທ່ານໝໍໃຊ້ເວລາກວດປະຫວັດຄົນເຈັບ 1 ຄົນໃຊ້ເວລາພຽງແຕ່ 1,4 ຊົ່ວໂມງ ແທນທີ່ຈະເປັນ 3,9 ຊົ່ວໂມງເມື່ອກວດເບິ່ງບັນທຶກທາງການແພດແບບເຈ້ຍ.
ປະຫຍັດເວລາ ແລະ ເຫື່ອແຮງ:ຜູ້ຊ່ຽວຊານດ້ານສຸຂະພາບ ຫຼາຍກວ່າ 82% ໄດ້ລາຍງານຜົນການກວດ ຫຼື ປະຫວັດການຮັກສາຂອງຄົນເຈັບເຂົ້າໃນບັນທຶກທາງການແພດແບບອີເລັກໂຕຣນິກ ຊຶ່ງຊ່ວຍປະຫຍັດເວລາ ແລະ ແຮງງານ.
 
ຂ້າງເທິງນັ້ນ, ໄດ້ສະທ້ອນໃຫ້ເຫັນວ່າ: ເຕັກໂນໂລຊີການແພດຊ່ວຍໃຫ້ແພດຊ່ຽວຊານ ແລະ ທ່ານໝໍຮູ້ປະຫວັດທາງການແພດຂອງຄົນເຈັບໄດ້ຢ່າງງ່າຍດາຍ.
  1. ຜົນປະໂຫຍດຂອງເຕັກໂນໂລຊີການແພດສໍາລັບຄົນເຈັບ
ໃຊ້ງ່າຍ:ການປະຕິວັດ ຫັນເປັນດີຈິຕອນດ້ານການແພດຊ່ວຍໃຫ້ຄົນເຈັບສາມາດເຂົ້າເຖິງບັນທຶກສຸຂະພາບຂອງຕົນເອງໂດຍກົງ. ນີ້ເຮັດໃຫ້ຄົນເຈັບໄດ້ຮູ້ ແລະ ມີສ່ວນຮ່ວມໃນການຮັກສາສຸພາບຂອງຕົນເອງ. ນອກຈາກນີ້, ລະບົບຍັງຊ່ວຍໃຫ້ຄົນເຈັບສາມາດບໍລິຫານຈັດການ ເບິ່ງແຍງສຸຂະພາບຂອງຕົນເອງໃຫ້ດີຂຶ້ນ.
ວິທີນີ້ດີກວ່າການບັນທຶກແບບເຈ້ຍ: ສໍາລັບພະຍາດຕ່າງໆເຊັ່ນ: ພະຍາດເບົາຫວານ ຊຶ່ງບັນທຶກທາງການແພດອີເລັກໂຕຣນິກສາມາດອັບເດດ ແລະ ແຈ້ງເຕືອນຄົນເຈັບໃຫ້ຮູ້ລະດັບນໍ້າຕານ ແລະ ອິນຊູລີນ(insulin)ຂອງເຂົາເຈົ້າໄດ້ (ອິນຊູລີນ: ເປັນຮໍໂມນທີ່ຕັບອ່ອນສ້າງຂຶ້ນ ຊຶ່ງມີໜ້າທີ່ສໍາຄັນ ຄືນໍານໍ້າຕານໃນເລືອດ ໄປຍັງເນື້ອເຍື່ອຕ່າງໆ ຂອງຮ່າງກາຍເພື່ອສ້າງເປັນພະລັງງານ). ນອກນີ້, ຍັງມີຂໍ້ມູນວ່າ 34% ຂອງຄົນເຈັບທີ່ເປັນໂລກເບົາຫວານມັກໃຊ້ບັນທຶກທາງການແພດທາງອີເລັກໂທຣນິກຫຼາຍກວ່າບັນທຶກການແພດເຈ້ຍ ແລະ ມີຄົນເຈັບຫຼາຍກວ່າ 60% ເພິ່ງພໍໃຈໃນການໃຊ້ບັນທຶກທາງການແພດແບບອີເລັກໂທຣນິກນີ້.
 
ເຮົາຈະເຫັນໄດ້ວ່າ: ເທັກໂນໂລຊີການແພດ ຊ່ວຍຄຸ້ມຄອງ ແລະ ຮັກສາສຸຂະພາບຂອງຄົນເຈັບໄດ້ດີກວ່າ.
  1. LaosHealth - ເທັກໂນໂລຍີການແພດໂດຍການຮັກສາສຸຂະພາບດ້ວຍຕົນເອງ ກຳລັງຊຸກຍູ້ສັງຄົມລາວ ສູ່ສັງຄົມດິຈິຕອນ
ປັດຈຸ​ບັນ, ​ແພັດຟອມກ່ຽວກັບສຶກສາ ແລະ ການແພດ​ໄດ້ຮັບການພັດທະນາ​ສຳ​ເລັດ​ ​ແລະ ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ກະຊວງ, ກົມ ​ແລະ ຂະແໜງສາທະລະນະສຸກ ໂດຍເຫັນດີໃຫ້ທົດ​ລອງນຳໃຊ້ ຊຶ່ງຢູນີເທວ ໄດ້ເພີ່ມທະວີການຊຸກຍູ້​ຮ່ວມມື​ກັບບັນດາ​ໂຮງຮຽນ ​ແລະ ​ໂຮງໝໍ - ​ເອີ້ນ​​ວ່າ "ຜູ້​ຜະລິດ​ເນື້ອ​ຫາ" ແລະ ເຜີຍແຜ່ບໍລິການນີ້ອອກສູ່ປະຊາຊົນ.
ຢູນີເທວ ໄດ້ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ, ຂະຫຍາຍຂົງເຂດໃໝ່ໆ, ອັບເດດເຕັກໂນໂລຊີເພື່ອໃຫ້ກາຍເປັນວິສາຫະກິດແຖວໜ້າຢູ່ສະເໝີ, ສະໜັບສະໜູນລັດຖະບານລາວ ໃນການຫັນເປັນດີຈິຕອນ ຊຶ່ງໄດ້ຮັບການຍອມຮັບຈາກ​ອົງການ​ຈັດ​ຕັ້ງ​ສາ​ກົນ Stevie Awards Asia-Pacific ທີ່ໄດ້ມອບລາງວັນໃຫ້ແກ່ ຢູນີເທວ ຈຳນວນ 2 ລາງວັນຄື:   "ນະ​ວັດ​ຕະ​ກຳ​ໃນ​ການ​ບໍ​ລິ​ການຂອງພາກລັດ" ແລະ "ນະ​ວັດ​ຕະ​ຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ" ໃນ​ຕົ້ນ​ເດືອນ​ສິງ​ຫາ 2020.
ພິເສດ,ຍັງໄດ້ຖືກຄັດເລືອກຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ໂດຍໄວ້ວາງໃຈໃຫ້ຢູນີເທວ ເປັນທີ່ປຶກສາໃນການສ້າງລະບົບ e-Government (ການບໍລິຫານລັດແບບອີເລັກໂຕຣນິກ) ແລະ Smart Health (ແອັບພິເຄຊັນ ທີ່ໃຫ້ປະສົບການການປິ່ນປົວທີ່ດີກວ່າເກົ່າ)....ຂໍ້ຕົກລົງການຮ່ວມມືນີ້ ແມ່ນສ່ວນໜຶ່ງໃນແຜນຍຸດທະສາດການຫັນເປັນດິີຈິຕອນແຫ່ງຊາດລາວ ໂດຍການນຳພາຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ.
ນອກຈາກນີ້, ຢູນີເທວ ຍັງໄດ້ມອບໂຄງການສ້າງລະບົບຄຸ້ມຄອງຂໍ້ມູນພົນລະເມືອງໃຫ້ກັບກະຊວງພາຍໃນຂອງລາວ. ໂດຍອາໄສໂຄງການນີ້, ຈິ່ງສາມາດອັບໂຫຼດຂໍ້ມູນພົນລະເມືອງທັງໝົດໄປຍັງລະບົບຊອບແວຣ໌ ໄດ້, ຊ່ວຍຍົກສູງຄວາມສາມາດໃນການຄຸ້ມຄອງຂໍ້ມູນພົນລະເມືອງ, ຊ່ວຍຫຼຸດຂັ້ນຕອນຕ່າງໆໃຫ້ໜ້ອຍລົງ ແລະ ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ປະ​ເທດ​ລາວນຳໃຊ້ລະບົບເອີເລັກ​ໂຕຣນິກຄຸ້ມ​ຄອງ​​ພົນລະ​ເມືອງ ​ແທນ​ການ​ຄຸ້ມ​ຄອງ​ຜົນລະເມືອງ​ດ້ວຍ​ປຶ້ມ​ຄື​ແຕ່ກ່ອນ.
ດ້ວຍ​ຂໍ້​ໄດ້​ປຽບໃນ​ການ​ຫັນ​ເປັນ​ດີ​ຈິ​ຕອນ​ຢູ່​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ພັດທະນາ​ແລ້ວຄືເປຣູ, ຊ່ວຍໃຫ້ ຢູນີເທວມີ​ແຫຼ່ງກຳລັງ​​ຄຸນ​ນະພາ​ບ ​ເພື່ອ​ນຳ​ມາ​ເຊິ່ງ​ໂອກາດ​ທີ່ຈະພັດທະນາ​ດ້ານດີ​ຈິ​ຕອນ​ຢູ່ລາວໃນຕໍ່ໜ້າ ແລະ ຍັງ​ຊ່ວຍໃຫ້​ປະຊາຊົນລາວມີຊີວິດ​ການ​ເປັນ​ຢູ່ທີ່ດີຂຶ້ນ.
ໂດຍໄດ້ຮັບ​ການ​ຍອມຮັບ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີ​ຊື່​ສຽງ, ຢູນີເທວ​ເຊື່ອ​ໝັ້ນ​ວ່າ​: ຈະ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ລັດຖະບານ​​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ​ແລະ ​​ມອບ​ໝາຍ​ໜ້າ​ທີ່ທີ່ສຳຄັນ​ໃນ​ການ​ຫັນ​ເປັນ​ດີ​ຈິ​ຕອນ​ຂອງ​ປະ​ເທດ​ລາວ​ໃນ​ອະນາຄົດ.