ພະນະທ່ານ  ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງພະນະທ່ານ ອັບເດວມັດຈິດ ເຕບບູນປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊຣີທີ່ອານເຈີຊຶ່ງມີເນື້ອໃນວ່າ: ພະນະທ່ານ,ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີຄົບຮອບ69ປີ, ໃນນາມປະຊາຊົນລາວ ທຸກຖ້ວນໜ້າແລະໃນນາມສ່ວນຕົວ,ຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນແລະພອນໄຊອັນປະເສີດມາຍັງ ພະນະທ່ານແລະປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີເພື່ອນມິດ; ຂ້າພະເຈົ້າຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນຕະຫຼອດໄລຍະຜ່ານມາ ລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ອານເຊຣີ ແລະ ຫວັງເປັນຢ່າງຍິ່ງວ່າສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງຊາດພວກເຮົາທີ່ມີຢູ່ແລ້ວນັ້ນ ຈະສືບຕໍ່ໄດ້ຮັບການພັດທະນາໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ ພະນະທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກແລະ ປະສົບຜົນສຳເລັດ ໃນໜ້າທີ່ອັນສູງສົ່ງຂອງ ພະນະທ່ານ ແລະ ປະຊາຊົນ ອານເຊຣີເພື່ອນມິດ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນາຖາວອນຍິ່ງໆຂຶ້ນ. 
    ໃນໂອກາດດຽວກັນ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນອານເຊຣີ ເຊັ່ນດຽວກັນ.