ພະນະທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ສົ່ງສານອວຍພອນເຖິງ ສົມເດັດ ຮາອິທໍາ ບິນ ຕາຣິຄ ອາລ ຊາຍດິຊຸນຕານ ແຫ່ງ ລັດໂອມານທີ່ ມັດສະກັດຊຶ່ງມີເນື້ອໃນວ່າ:ສົມເດັດ,ໃນນາມຕາງໜ້າປະຊາຊົນລາວ ທຸກຖ້ວນໜ້າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງສົມເດັດ, ລັດຖະບານ ແລະ ປະຊາຊົນໂອມານ ເນື່ອງໃນໂອກາດວັນຊາດ ແຫ່ງ ລັດໂອມານ ຄົບຮອບ 53 ປີ. 
ຂ້າພະເຈົ້າ ເຊື່ອໝັ້ນ ເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດໂອມານ ຈະໄດ້ຮັບການພັດທະນາ ຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນ ຂອງປະຊາຊົນສອງຊາດພວກເຮົາ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ສາກົນ.
ຂ້າພະເຈົ້າ ຂໍອວຍພອນ ສົມເດັດ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະຊາຊົນໂອມານ ຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ.
    ໃນໂອກາດດຽວກັນ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ລັດໂອມານ ເຊັ່ນດຽວກັນ.