ເນື່ອງໃນໂອກາດບຸນປີໃໝ່ຂອງປະຊາຊາດຈີນ ປະຈໍາປີ 2024 ນີ້, ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດ ແຫ່ງ ສປ ຈີນ ຊຶ່ງເນື້ອໃນຂອງສານອວຍພອນ ລະບຸວ່າ:
    ສະຫາຍ ສີ ຈິ້ນຜິງ ທີ່ນັບຖື, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ ສະຫາຍ ແລະ ພັນລະຍາ ທີ່ໄດ້ສົ່ງບັດອວຍພອນປີໃໝ່ສາກົນ 2024 ທີ່ງົດງາມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບອັນສະໜິດສະໜົມອົບອຸ່ນ ເຖິງຂ້າພະເຈົ້າ ແລະ ພັນລະຍາ ແລະ ໃນໂອກາດບຸນປີໃໝ່ຈີນ (ປີມະໂຣງ) ທີ່ຈະມາເຖິງນີ້, ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ກໍຄື ໃນນາມສ່ວນຕົວ ແລະ ພັນລະຍາ, ຂ້າພະເຈົ້າ ຂໍສົ່ງຄໍາອວຍພອນໄຊອັນປະເສີດມາຍັງສະຫາຍ ພ້ອມດ້ວຍຄອບຄົວ ແລະ ໂດຍຜ່ານສະຫາຍໄປຍັງຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນ ອ້າຍນ້ອງທຸກຖ້ວນໜ້າ ມານະໂອກາດນີ້ດ້ວຍ.
ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສືບຕໍ່ໄດ້ຮັບການເສີມຂະຫຍາຍ ດ້ວຍທ່ວງທ່າທີ່ໜັກແໜ້ນກວ່າເກົ່າ, ໂດຍສະເພາະແມ່ນການລົງນາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ສະບັບໃໝ່ ແລະ ຜົນການພົບປະກັບສະຫາຍ ໃນໂອກາດເຂົ້າຮ່ວມກອງປະຊຸມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ໃນທ້າຍປີ 2023 ຜ່ານມາຊຶ່ງເປັນບາດກ້າວ ທີ່ມີຄວາມໝາຍສໍາຄັນປະຫວັດສາດ ຂອງການພົວພັນຮ່ວມມື ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໃນໄລຍະໃໝ່; ຂ້າພະເຈົ້າ ຍິນດີຮ່ວມກັບສະຫາຍສືບຕໍ່ຊີ້ນໍາໃນການເພີ່ມທະວີການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງກວ່າເກົ່າ ເພື່ອສືບຕໍ່ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ.
ເນື່ອງໃນໂອກາດອັນເບີກບານມ່ວນຊື່ນຕ້ອນຮັບປີໃໝ່ປະເພນີປະຊາຊົນຈີນນີ້, ຂ້າພະເຈົ້າພ້ອມດ້ວຍພັນລະຍາ ຂໍອວຍພອນໄຊອັນປະເສີດມາຍັງສະຫາຍ ພ້ອມດ້ວຍພັນລະຍາ ແລະ ຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ອັນມີກຽດສູງສົ່ງຂອງສະຫາຍ ແລະ ອວຍພອນໃຫ້ ປະຊາຊົນຈີນ ອ້າຍນ້ອງ ຈົ່ງສືບຕໍ່ມີຄວາມສົມບູນພູນສຸກ ແລະ ວັດທະນາຖາວອນ;ຂໍອວຍພອນໃຫ້ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຈົ່ງແຕກດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫຼິວ ຈ້ຽນຊາວກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.