ວັນທີ 7 ກຸມພານີ້, ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ວະລາດີເມຍ ອັງດະເລເຊັນໂກ ປະທານສະພາຜູ້ແທນປະຊາຊົນ ແຫ່ງ ສາທາລະນະລັດ ເບລາຣຸດຊີ ທີ່ນະຄອນຫຼວງມິນສ ຊຶ່ງມີເນື້ອໃນວ່າ: ໃນນາມສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືປະຊາຊົນລາວບັນດາເຜົ່າ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ, ສະພາຜູ້ແທນປະຊາຊົນ, ລັດຖະບານ ແລະ ປະຊາຊົນເບລາຣຸດຊີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສາຍ ພົວພັນການທູດລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ ຄົບຮອບ 30 ປີ (7/2/1994-7/2/2024)
    ຂ້າພະເຈົ້າຫວັງເປັນຢ່າງຍິ່ງວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເບລາຣຸດຊີ, ເວົ້າລວມ ເວົ້າສະເພາະລະຫວ່າງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນ ແຫ່ງ ສາທາລະນະລັດ ເບລາຣຸດຊີ ຈະສືບ ຕໍ່ໄດ້ຮັບການເສີມຂະຫຍາຍ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດພວກເຮົາ.
    ຂ້າພະເຈົ້າ ຖືໂອກາດນີ້ ອວຍພອນໄຊອັນປະເສີດ ມາຍັງພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນສູງສົ່ງ ແລະ ມີກຽດ ຂອງພະນະທ່ານ.